spot_img
Home​ຂ່າວທ່ອງທ່ຽວພະທາດໂພ່ນ ແຫຼ່ງທ່ອງທ່ຽວສຳຄັນເມືອງໄຊພູທອງ

ພະທາດໂພ່ນ ແຫຼ່ງທ່ອງທ່ຽວສຳຄັນເມືອງໄຊພູທອງ

Published on

ເປັນທີ່ຮູ້ຈັກກັນດີຂອງບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດສຳລັບພະທາດໂພ່ນ ແຫຼ່ງທ່ອງທ່ຽວທາງວັດທະນະທຳອີກແຫ່ງໜຶ່ງຂອງຊາວແຂວງສະຫວັນນະເຂດ ເວົ້າລວມເວົ້າສະເພາະຂອງຊາວເມືອງໄຊພູທອງ ເນື່ອງຈາກເປັນພະທາດເກົ່າແກ່ ຊຶ່ງຊາວເມືອງໄຊພູທອງໃຫ້ຄວາມເຄົາລົບນັບຖື, ທີ່ໜ້າສົນໃຈໄປກວ່ານັ້ນ ຄືພະທາດຕັ້ງຢູ່ບ້ານໂພນທາດ ຊຶ່ງສາມາດຊົມວິວທິວທັດອັນສວຍສົດງົດງາມຂອງເມືອງໄຊພູທອງໄດ້ຢ່າງກວ້າງຂວາງ.

ພະທາດໂຜ່ນ ຫຼື ເຈົ້າແທ່ນຄໍາເຫຼືອງ ເມືອງໄຊພູທອງ ແຂວງສະຫວັນນະເຂດຕັ້ງຢູ່ຫ່າງຈາກເທສະບານເມືອງໄຊພູທອງປະມານ 22 ກິໂລແມັດ ຕາມເສັ້ນທາງເລກທີ 13 ໃຕ້ ມຸ່ງໜ້າສູ່ແຂວງຈໍາປາສັກ, ຕາມຕຳນານໄດ້ກ່າວໄວ້ວ່າ: ພະທາດອົງນີ້ສ້າງຂຶ້ນໃນຕອນຄ່ຳຂອງວັນພຸດເດືອນ 12 ພສ 236 ສ້າງ ດ້ວຍຫີນເຂົ້າຈີ່ ຫຼື ເອີ້ນວ່າ: (ຫີນໜາມໜໍ່) ກໍເປັນທາດອຸໂມງ (ຮູບໂອຂວ້ຳ) ກວ້າງດ້ານລະ 12 ວາ ສ້າງມື້ໜຶ່ງກັບຄືນໜຶ່ງກໍສຳເລັດມາເຖິງປະຈຸບັນນີ້ມີອາຍຸເຖິງ 2.500 ປີ, ສະນັ້ນສະຖານທີ່ແຫ່ງນີ້ຈຶ່ງຖືວ່າເປັນມໍລະດົກຕົກທອດ, ເປັນຊັບສົມບັດມິ່ງເມືອງທີ່ມີຄ່າສູງ, ໂດດເດັ່ນທາງດ້ານວັດທະນະທຳອັນລ້ຳຄ່າ ແລະເປັນປະຫວັດສາດ ຊຶ່ງຕິດພັນກັບແບບແຜນດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າມາແຕ່ດຶກດຳບັນ ແລະຍັງເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳທີ່ສຳຄັນ ແລະມີຊື່ສຽງອີກແຫ່ງໜຶ່ງຂອງ ແຂວງສະຫວັນນະເຂດ.

ຢ່າງໃດກໍຕາມສໍາລັບບັນດານັກທ່ອງທ່ຽວທ່ານໃດຫາກມີໂອກາດເດີນທາງໄປເມືອງໄຊພູທອງ ກໍຢ່າລືມແວ່ທ່ຽວຊົມຢ້ຽມຢາມ, ກາບໄຫວ້ສັກກາລະບູຊາກໍແລ້ວກັນ ຊຶ່ງນອກຈາກຈະໄດ້ສັກກາລະບູຊາພະທາດແລ້ວຍັງຈະໄດ້ຊົມທິວທັດອັນສວຍສົດງົດງາມຂອງຕົວເມືອງ ໄຊພູທອງ ຊຶ່ງສະທ້ອນໃຫ້ເຫັນມົນສະເໜ່ແຫ່ງຄວາມຮຽບຮ້ອຍຈົບງາມ ແລະສະຫງົບສຸກຂອງຊາວເມືອງແຫ່ງນີ້ຍິ່ງຈະສ້າງຄວາມຕຶງຕາຕຶງໃຈຢ່າງສຸດແສນຈະບັນຍາຍ, ທັງເປັນການສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມທີ່ໄດ້ສືບທອດກັນຫຼາຍຮຸ່ນຄົນໃຫ້ມີຄວາມຍືນຍົງຄົງຄູ່ຄົນລາວຕະຫຼອດໄປເປັນການສ້າງໂອກາດໃນການໂຄສະນາການທ່ອງທ່ຽວຂອງ ສປປ ລາວ ແລະການທ່ອງທ່ຽວຂອງເມືອງໄຊ ພູທອງເປັນການຊຸກຍູ້ສົ່ງເສີມການຜະລິດເສດຖະກິດທຸກພາກສ່ວນເສດຖະກິດ.

ໄຊພູທອງຖືວ່າເປັນເມືອງໜຶ່ງໃນດິນແດນແຫ່ງອະລິຍະທຳວັດທະນະທໍາທັງນີ້ກໍຍ້ອນເປັນທີ່ຕັ້ງຂອງພະທາດໂພ່ນ ຊຶ່ງແມ່ນປູສະນີຍະສະຖານທີ່ມີຄວາມສັກສິດຄູ່ບ້ານຄູ່ເມືອງຂອງຊາວພຸດເວົ້າລວມກໍຄືຊາວພຸດທະສາສະນິກະຊົນທີ່ໃຫ້ຄວາມເຄົາລົບບູຊາມາແຕ່ບູຮານນະການ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...