Homeຂ່າວຕ່າງປະເທດTrump ບອກໃຫ້ Bush ​ແລະ Obama ຂໍໂທດ Saddam Hussein

Trump ບອກໃຫ້ Bush ​ແລະ Obama ຂໍໂທດ Saddam Hussein

Published on

ທ່ານ ໂດນັລດ໌ ທຣັມປ໌ ກ່າວຊື່ນຊົມ ທ່ານ ຊັດດຳ ຮຸສເຊນ ອະດີດຜູ້ນຳອີຣັກ ທີ່ຖືກກອງທັບສະຫະລັດສັງຫານ ເຖິງເລື່ອງການປາບປາມຜູ້ກໍ່ການຮ້າຍ

ທ່ານ ໂດນັລດ໌ ທຣັມປ໌ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີ ສະຫະລັດອາເມລິກາ ຈາກພັກຣີພັບລິກັນ ສ້າງຄວາມຮືຮາໃຫ້ກັບໂຕເອງອີກເທື່ອໃໝ່ ຈາກການຫາສຽງຄັ້ງຫຼ້າສຸດທີ່ລັດນອດແຄໂຣໄລນາ ໂດຍກ່າວຊື່ນຊົມຜົນງານສັງຫານຜູ້ກໍ່ການຮ້າຍຂອງ ທ່ານ ຊັດດຳ ຮຸສເຊນ ອະດີດຜູ້ນຳອີຣັກ ທີ່ຖືກກອງທັບສະຫະລັດສັງຫານ ແລະບອກວ່າປັດຈຸບັນອີຣັກກາຍເປັນສະຖາບັນເຝິກກໍ່ການຮ້າຍໂດຍປຽບທຽບໃສ່ກັບມະຫາວິທະຍາໄລ ຮາວາດຂອງສະຫະລັດ.

“ຊັດດຳ ຮຸສເຊນ ເປັນຄົນຊົ່ວແມ່ນບໍ? ແມ່ນຢູ່ວ່າຫຼາຍຄົນຄິດວ່າເຂົາເປັນຄົນຊົ່ວ ແຕ່ບັນດາທ່ານຮູ້ບໍວ່າ ຊັດດຳ ເຄີຍເຮັດຫຍັງໄວ້ແດ່ ເຂົາສັງຫານຜູ້ກໍ່ການຮ້າຍໄປຈຳນວນຫຼວງຫຼາຍ ແລະເຮັດໄດ້ດີອີກພ້ອມ ພວກກອງທັບສະຫະລັດບໍ່ອ່ານສິດໃຫ້ເຂົາຟັງ ບໍ່ແມ່ນແຕ່ການເຈລະຈາ”

“ຊູ່ມື້ນີ້ ອີຣັກ ກາຍເປັນມະຫາວິທະຍາໄລຮາວາດ ສຳລັບການກໍ່ການຮ້າຍໄປແລ້ວ ຖ້າທ່ານຢາກໄປເປັນຜູ້ກໍ່ການຮ້າຍ ກໍໄປເຝິກທີ່ອີຣັກໄດ້ເລີຍ”

“ສົງຄາມ​ເປັນ​ຄວາມ​ຜິດພາດ ດັ່ງ​ທີ່​ຂ້າພະ​ເຈົ້າໄດ້​ກ່າວແຕ່​ຂັ້ນ​ເລີ້ມ​ຕົ້ນ. ທ່ານ Bush ​ແລະ ທ່ານ Obama ຄວນ​ທີ່​ຈະ​ຂໍ​ຂະມາ​ໂທດ”

ນອກຈາກນີ້, ທ່ານ ທຣັມປ໌ ຍັງໄດ້ກ່າວກັບກຸ່ມຜູ້ສະໜັບສະໜຸນວ່າ ສະຫະລັດບໍ່ຄວນເຂົ້າໄປທຳລາຍຄວາມໝັ້ນຄົງໃນອີຣັກ ເຊິ່ງປັດຈຸບັນໄດ້ກາຍເປັນແຫຼ່ງຊ່ອນໂຕຂອງກຸ່ມກໍ່ການຮ້າຍ ໄອເອັດ ໄປແລ້ວ ຫຼັງຈາກທີ່ສະຫະລັດເອົາກຳລັງເຂົ້າບຸກໂຈມຕີອີຣັກ.

ນັບແຕ່ເດືອນຕຸລາປີກາຍເປັນຕົ້ນມາ ທ່ານ ທຣັມປ໌ ໄດ້ກ່າວຫຼາຍເທື່ອວ່າ ຕາເວັນອອກກາງຈະມີສະຖຽນລະພາບກວ່າທຸກມື້ນີ້ ຖ້າຫາກຜູ້ນຳທີ່ຖືືກສັງຫານ ທັງ ທ່ານ ຊັດດຳ ຮຸສເຊນ ຜູ້ນຳອີຣັກ ແລະ ມູອຳມາ ກັດດາຟີ ຜູ້ນຳລິເບຍ ຍັງຄົງຢູ່ໃນອຳນາດ ແລະວ່າຂະນະນີ້ການລະເມີດສິດທິມະນຸດຊົນທັງສອງປະເທດຍິ່ງໜັກໜ່ວງຂຶ້ນຕື່ມ.

ຄລິກນີ້ມີຫຼາຍແນວໃຫ້ອ່ານ: www.laopost.com

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...