Homeຂ່າວເຫດການລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດສະວິດ ເຂົ້າປຶກສາຫາລືຫລາຍບັນຫາ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດສະວິດ ເຂົ້າປຶກສາຫາລືຫລາຍບັນຫາ

Published on

ຂປລ. ​ວັນ​ທີ 7 ກໍລະກົດ 2016 ນີ້ ທີ່​ກະຊວງ​ ການ​ຕ່າງປະ​ເທດ ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ ການ​ເຂົ້າ​ຢ້ຽມຂໍ່ານັບ​ ຂອງ​ທ່ານ ​ໄອ​ໂວ ຊີ​ເບີ (IVOsieber) ​ເອກ​ອັກຄະ​ລັດຖະທູດ ​ວິສາມັນ ​ຜູ້​ມີ​ອໍານາດ​ເຕັມ​ ແຫ່ງ​ປະ​ເທດ​ສະ​ວິດ ປະ​ຈໍາ ສປປ ລາວ ມີ​ສໍານັກງານ ​ຕັ້ງ​ຢູ່​ບາງກອກ ຣາຊະ​ອານາຈັກ​ໄທ ​​ເພື່ອຮ່ວມ​ກັນ ​ປຶກສາ​ຫາລື​ ຫລາຍ​ບັນຫາ​ ທີ່​ມີ​ຄວາມ​ສົນ​ໃຈ.

​ໃນ​​ໂອກາດ​ດັ່ງກ່າວ, ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ​ໄດ້​ສະ​ແດງ​ ຄວາມ​ຍິນ​ດີ​ຕ້ອນຮັບ ທ່ານ​ທູດ ​​ໂດຍ​ໄດ້ຕີ​ລາຄາ​ສູງ ຕໍ່​ການ​ພົວພັນຮ່ວມ​ມື ລະຫວ່າງ ສປປ ລາວ ​ແລະ ປະ​ເທດ​ສະ​ວິດ ​ໃນ​ໄລ​ຍະ​ຜ່ານ​ມາ ​ປຶກສາ​ຫາລື​ ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ ​ເຊິ່ງກັນ ​ແລະ ກັນ​ ກ່ຽວ​ກັບ​ບັນຫາ ​ທີ່​ສອງ​ຝ່າຍ​ ໃຫ້​ຄວາມ​ສົນ​ໃຈ, ​ໂດຍ​ສະ​ພາະ ​ແມ່ນ​ການ​ສະໝັກ​ ເປັນ​ຄູ່​ຮ່ວມ​ເຈລະຈາ ​ຂະ​ແໜງ​ການ​ອາ​ຊຽນ ຂອງ​ສະ​ວິດ ​ແລະ ການ​ເປັນ​ປະທານ ​ອາ​ຊຽນຂອງ ສປປ ລາວ ​ໃນ​ປີ 2016. ​ໃນ​ຂະນະ​ດຽວ​ກັນ ​ກໍໄດ້​ສະ​ແດງ ​ຄວາມ​ຂອບ​ໃຈ​ ຕໍ່​ການ​ຊ່ວຍ​ເຫລືອ​ ​ແລະ ການ​ພົວພັນ ຂອງປະ​ເທດ​ສະ​ວິດ​ ໃນ​ໄລຍະ​ຜ່ານ​ມາ ​ໄດ້​ກວມ​ເອົາ 3 ຂົງ​ເຂດ​ ຄື: ຂົງ​ເຂດ​ກະສິກໍາ ​ແລະ ຄໍ້​າປະກັນ​ ດ້ານ​ສະບຽງ​ອາຫານ, ຂົງ​ເຂດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ການ​ມີ​ສ່ວນ​ຮ່ວມ​ ຂອງ​ປະຊາຊົນ ​ແລະ ຂົງ​ເຂດ​ອາຊີວະ​ສຶກສາ, ການ​ສ້າງ​ວຽກ​ເຮັດ​ງານ​ທໍາ ​ແລະ ການ​ຝຶກ​ອົບຮົມ ​ເຊິ່ງ​ເປັນ​ການ​ ປະກອບສ່ວນ​ເຂົ້າ​ໃນ ​ການ​ສ້າງສາ​ ພັດທະນາ​ປະ​ເທດ ພ້ອມ​ກັນ​ນັ້ນ ຍັງ​ໄດ້​ຕີ​ລາຄາ​ສູງ​ ຕໍ່​ການ​ຊ່ວຍ​ເຫລືອ ​ຂອງ​ສະ​ວິດ​ແກ່ ສປປ ລາວ ທັງ​ໃນ​ ຂອບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ ​​ເປັນ​ຕົ້ນ​ແມ່ນ ຂະ​ແໜງ​ການ​ສຶກສາ, ກະສິກໍາ, ການ​ເກັບ​ກູ້​ລະ​ເບີດ ​ບໍ່​ທັນ​ແຕກ ​ແລະ ກາ​ນພັດທະ​ນາ​ຊົນນະບົດ ​​ເຊິ່ງເປັນ​ການປັບປຸງ​ ຊີວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ​ລາວ​ ບັນດາ​ເຜົ່າ​ ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ.

ນອກ​ນີ້, ທັງ​ສອງ​ຝ່າຍ ​ໄດ້​ມີ​ການ​ແລກປ່ຽນ ​ຄໍາ​ຄິດ​ຄໍາ​ເຫັນ​ ກ່ຽວ​ກັບ​ຄວາມ​ອາດ​ສາມາດ ​ໃນ​ການ​ເພີ່ມ​ທະວີ​ ການ​ພົວພັນ​ຮ່ວມ​ມື ລະຫວ່າງ ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ ​ແລະ ສະ​ແດງ​ຄວາມ​ຫວັງ​ວ່າ​ ສາ​ຍພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ​ ສອງ​ປະ​ເທດ​ ຈະ​ສືບ​ຕໍ່​ແໜ້ນ​ແຟ້ນ ຂະຫຍາຍຕົວ​ ຍີ່​ງໆ​ຂຶ້ນ.

 

ແຫລ່ງຂ່າວ:

 

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...