spot_img
Homeຂ່າວພາຍ​ໃນລະດູຝົນນີ້ ກະຊວງກະສິກຳຯຄາດ ການຜະລິດເຂົ້ານາປີ ຈະເພີ່ມຂຶ້ນກວ່າ 40 ພັນໂຕນ!

ລະດູຝົນນີ້ ກະຊວງກະສິກຳຯຄາດ ການຜະລິດເຂົ້ານາປີ ຈະເພີ່ມຂຶ້ນກວ່າ 40 ພັນໂຕນ!

Published on

ຂປລ. ​ເຈົ້າ​ໜ້າ​ທີ່​ກົມ​ປູກຝັງ ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ​ແຈ້ງ​ໃຫ້​ຮູ້​​ ໃນ​ວັນ​ທີ 5 ກໍລະກົດ 2016 ນີ້ວ່າ: ຄາດ​ຄະ​ເນ​​ແຜນການ ການຜະລິດ​ເຂົ້ານາ​ປີ​​ 2016 ນີ້ ຈະໄດ້ຜົນຜະລິດ ປະມານ 3.622.100 ໂຕນ ທຽບໃສ່ປີ 2015 ສາມາດ​ຜະລິດ​ໄດ້ປະມານ 3.582.000 ​ໂຕນ ສະຫລຸບ​ແລ້ວເຫັນວ່າ ຜົນຜະລິດເພີ່ມຂຶ້ນ 40 ພັນກວ່າໂຕນ ຫລື ປະມານ 1,12%. ໃນນັ້ນ ປະກອບມີຜົນຜະລິດເຂົ້າໄຮ່ 2 ​ແສນໂຕນ ແມ່ນຍັງເທົ່າ​ເດີມ; ສ່ວນດ້ານເນື້ອທີ່ການຜະລິດເຂົ້າ ໃນລະດູຝົນໃຫ້ໄດ້ 887.500 ເຮັກຕາ ເພີ່ມຂຶ້ນ 1.580 ເຮັກຕາ ຫລື ປະມານ 0,18%. ໃນນີ້ປະກອບດ້ວຍ ເນື້ອທີ່ປັກດຳ ເຂົ້ານາປີ 787.500 ເຮັກຕາ ເພີ່ມຂຶ້ນ 18.300 ເຮັກຕາ ຫລື ປະມານ 2,38%, ເນື້ອທີ່ເຂົ້າໄຮ່ 1 ​ແສນເຮັກຕາແມ່ນຍັງຮັກສາໃນລະດັບເກົ່າ.

ທ່ານ ​ ​ແຈ້ງ​ໃຫ້​ຮູ້​ຕື່ມວ່າ: ອີງຕາມແຜນການ ຜະລິດເຂົ້າເປືອກລວມທົ່ວປະເທດ ປະຈຳປີ 2016 ໃຫ້ຮັກສາໄວ້ ດ້ານຜົນຜະລິດ ປະມານ 4 ລ້ານກວ່າໂຕນ. ​​ເຊິ່ງຜົນຜະລິດເຂົ້າ ແມ່ນໄດ້ມາຈາກ 3 ປະເພດ ການຜະລິດ ຄື: ເຂົ້ານາແຊງ; ນາປີ ແລະ ເຂົ້າໄຮ່, ເຖິງຢ່າງໃດກໍຕາມ ມາຮອດປັດຈຸບັນ ການຜະລິດເຂົ້ານາແຊງ ສົກປີ 2015-2016 ​ແມ່ນ​ໄດ້ສະຫລຸບ ສັງລວມຕົວເລກການຜະລິດສຳ​ເລັດ​ແລ້ວ ​ເຊິ່ງມີເນື້ອທີ່ ເກັບກ່ຽວໄດ້ 98.676 ເຮັກຕາ ຫລື ປະມານ 90% ຂອງແຜນການ ທີ່ວາງໄວ້ 113.000 ເຮັກຕາ; ຜົນຜະລິດໄດ້ຮັບ 504.000 ໂຕນ ​ເທົ່າ​ກັບ 88% ຂອງແຜນການ ທີ່ວາງໄວ້ 577.900 ໂຕນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...