Homeຂ່າວການພັດທະນາລາວຈະປ່່ອຍປາໃຫ້ໄດ້ ຢ່າງໜ້ອຍ 40 ລ້ານໂຕ ໃນວັນອະນຸລັກ ສັດນ້ຳ-ສັດປ່າແຫ່ງຊາດ ປີນີ້!

ລາວຈະປ່່ອຍປາໃຫ້ໄດ້ ຢ່າງໜ້ອຍ 40 ລ້ານໂຕ ໃນວັນອະນຸລັກ ສັດນ້ຳ-ສັດປ່າແຫ່ງຊາດ ປີນີ້!

Published on

ກົມລ້ຽງສັດ ແລະ ການປະມົງໃຫ້ຮູ້ວ່າ: ໃນວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ 13 ກໍລະກົດປີນີ້, ຂະແໜງການຂອງຕົນ ມີແຜນກະຕຸກຊຸກຍູ້ໃຫ້ທ້ອງຖິ່່ນຕ່າງໆ ໃນຂອບເຂດທົ່ວປະເທດ ປ່ອຍປາຄືນສູ່ແມ່ນ້ຳ ແລະ ໜອງນ້ຳທຳມະຊາດ ໃຫ້ໄດ້ຢ່າງໜ້ອຍ 40 ລ້ານໂຕ, ເພີ່ມຂຶ້ນຈາກຫຼາຍປີຜ່ານມາຄື: ປີ 2012 ທົ່ວປະເທດ ສາມາດປ່ອຍໄດ້ຫຼາຍກວ່າ 18 ລ້ານໂຕ, ປີ 2013 ປ່ອຍໄດ້ຫຼາຍກວ່າ 24 ລ້ານໂຕ, ປີ 2014 ປ່ອຍໄດ້ຫຼາຍກວ່າ 30 ລ້ານໂຕ ແລະ ປີ 2015 ປ່ອຍໄດ້ຫຼາຍກວ່າ 35 ລ້ານໂຕ ແລະ ສັງເກດເຫັນວ່າ ຂະບວນການອະລັກນຸສັດນ້ຳ-ສັດປ່າໃນແຕ່ລະປີ ເປັນຂະບວນກ້ວາງຂວາງ ແລະ ມີປະສິດທິຜົນຫຼາຍຂຶ້ນ, ແຕ່ເຖິງຢ່າງໃດກໍຕາມ ສະເພາະປີນີ້ຂະແໜງການກ່ຽວຂ້ອງ ກໍໄດ້ອອກແຈ້ງການໄປຍັງປະຊາຊົນ ແລະ ຊັ້ນຄົນຕ່າງໆໃນທົ່ວປະເທດ ເອົາໃຈໃສ່ກະກຽມໃຫ້ແກ່ວັນດັ່ງກ່າວໃຫ້ດີທີ່ສຸດ, ພິເສດແມ່ນ ຫຼັງຈາກປ່ອຍປາໄປແລ້ວ, ຕ້ອງມອບໃຫ້ອຳນາດການປົກຄອງແຂວງ, ເມືອງ ແລະ ທ້ອງຖິ່ນເປັນຜູ້ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ເອົາໃຈໃສ່ປົກປັກຮັກສາ, ເພື່ອຮັບປະກັນໃຫ້ປາທີ່ປ່ອຍໃໝ່ ເຕີບໃຫຍ່ຂະຫຍາຍພັນ, ສ້າງ ແລະ ປົກປັກຮັກສາວັງນ້ຳສະຫງວນຕ່າງໆ ໃຫ້ມີຄວາມອຸດົມສົມບູນ, ຂະນະທີ່ການກະກຽມລູກປ່າຂອງ ບັນດາສູນ ແລະ ສະຖານີຜະລິດລູກປາທັງພາກລັດ ແລະ ເອກະຊົນ ມາຮອດປັດຈຸບັນ ຖືວ່າບັນລຸໄດ້ຕາມເປົ້າໝາຍແລ້ວ.

ກົມດັ່ງກ່າວໃຫ້ຮູ້ອີກວ່າ: ຈາກຂໍ້ມູນໃນປີ 2015 ທົ່ວປະເທດເຮົາ ມີວັງສະຫງວນທັງໝົດຫຼາຍກວ່າ 800 ວັງ, ມີສູນ ແລະ ສະຖານີຜະລິດລູກປ່າທັງພາກລັດ ແລະ ເອກະຊົນຫຼາຍກວ່າ 80 ແຫ່ງ, ຊຶ່ງສາມາດສະໜອງລູກປາ ໃຫ້ແກ່ຜູ້ປະກອບການລ້ຽງປາ ໄດ້ພຽງພໍກັບຄວາມຕ້ອງການ ທັງນີ້ກໍເພື່ອແນ່ໃສ່ ຄືນຄວາມອດົມສົມບູນຂອງທຳມະຊາດ ແລະ ມີປາບໍລິໂພກໄດ້ຍາວນານ ແລະ ສຳລັບປ່າທີ່ຈະປ່ອຍໃນປີນີ້ ສ່ວນຫຼາຍແມ່ນປາພັນພື້ນເມືອງ ທີ່ເໝາະສົມກັບແຫຼ່ງນ້ຳໃນທ້ອງຖິ່ນຕ່າງໆຄື: ປາເຄິງ, ປາກົດ, ປາເພ້ຍ, ປາປາກ, ປາເຂັງ, ປາດຸກ, ປາເໝັ້ນ, ປາຕອງ, ປາສະລິດ, ນອກນັ້ນ ຍັງມີພັນປາຕ່າງປະເທດເຊັ່ນ: ປານິນ, ປາໄນ, ປາດຸກພັນ, ປາເກັດແລບ, ປາກິນຫຍ້າ, ປາອິນເດຍ ແລະ ປາອື່ນໆອີກຫຼາຍຊະນິດ ໃນຈຳນວນ 40 ລ້ານໂຕ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...