Homeນານາສາລະຫົນທາງພັດທະນາຄວາມຄຶດໃນທາງບວກໃຫ້ແກ່ຕົນເອງ

ຫົນທາງພັດທະນາຄວາມຄຶດໃນທາງບວກໃຫ້ແກ່ຕົນເອງ

Published on

ສຳບາຍດີທຸກໆທ່ານ ທີ່ກຳລັງຊອກສະແຫວງຫາຄວາມປ່ຽນແປງໃນຊີວິດ ຜູ້ຂ້າໃນຖານະທີ່ຖືປາຍປາກກາ ລະບາຍຕົວໜັງສືລົງທາງໜ້າເຈ້ຍ ແລະແປ້ນພິມຄອມພິວເຕີ ໃນມື້ນີ້ກໍມີສິ່ງດີໆທີ່ຈະເອົາມາຝາກ ເຊິ່ງ (ອາດ) ຈະເປັນແສງສະຫວ່າງທີ່ຈະນຳພາຊີວິດຂອງທ່ານ ຫລຸດພົ້ນນອກຈາກຄວາມມືດ ຫລືຄວາມຄຶດທາງດ້ານລົບກໍເປັນໄດ້ (ຖ້າປະຕິບັດຕາມຢ່າງຈິງຈັງ).

      ວິທີພັດທະນາຄວາມຄຶດໃນທາງບວກນັ້ນ ມີຢູ່ 10 ຢ່າງດັ່ງນີ້ :

  1. ຄຶດເຖິງໃນສິ່ງທີ່ເຮົາປາຖະໜາ ແລະສັດທາຕໍ່ອາຊີບຂອງຕົນເອງ.
  2. ມີຄວາມຄຶດ ແລະຄວາມເຊື່ອທີ່ດີຕໍ່ສິ່ງທີ່ເຮົາຄຶດ.
  3. ຄຶດແຕ່ໃນທາງບວກ ເພາະຈະເຮັດອາຊີບຂອງເຮົາປະສົບຜົນສຳເລັດ ແລະວ່ອງໄວກວ່າຄຶດທາງດ້ານລົບ.
  4. ການຄຶດບວກເຮັດເກີດມີຄວາມຄຶດທີ່ສ້າງສັນ.
  5. ການຄຶດບວກເຮັດໃຫ້ເກີດພະລັງທີ່ຍິ່ງໃຫຍ່.
  6. ສຸຂະພາບທີ່ດີກໍມາຈາກການຄຶດດີ.
  7. ເຝິກເວົ້າ ເຝິກວ່າໃນທາງທີ່ສ້າງສັນ.
  8. ເບິ່ງຫາຂໍ້ດີ ແລະຊົມເຊີຍຄົນທີ່ຢູ່ອ້ອມຂ້າງ ຫລືເພື່ອນຮ່ວມງານ ເຊິ່ງຖືວ່າເປັນການສົ່ງເສີມໃນທາງບວກ.
  9. ຟັງແຕ່ສິ່ງທີ່ດີໆ, ຄົບຄົນດີໆ ແລະຮຽນເອົາແບບຄົນດີໆ.
  10. ປະຕິບັດຕາມທຸກຂໍ້ທີ່ຜ່ານມາຈົນເປັນນິໄສ ຈະເຮັດເກີດຄວາມປ່ຽນແປງໃນຊີວິດຂອງທ່ານໄດ້.

 ເອກະສານອ້າງອີງ : ປຶ້ມພິກຊີວິດ ສູ່ຄວາມສຳເລັດ

 

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...