Homeອຸບັດເຫດແລະປາກົດການຫຍໍ້ທໍ້14 ນັກໂທດສາລະວັນ ຮັບອະໄພຍະໂທດ

14 ນັກໂທດສາລະວັນ ຮັບອະໄພຍະໂທດ

Published on

ວັນ​ທີ 4 ກໍ­ລະ­ກົດ 2016 ຄ້າຍ​ຄຸມ​ຂັງ​ດັດ​ສ້າງ​ນາ​ໄຊ ແຂວງ​ສາ­ລະ​ວັນ​ຈັດ​ພິ­ທີ​ປະ­ກາດ​ອະ­ໄພ​ຍະ​ໂທດ​ດ້ວຍ​ການຜ່ອນ​ໂທດ ແລະ​ປ່ອຍ​ຕົວ​ນັກ­ໂທດ​ຜູ້​ທີ່​ມີ​ຄວາມ​ດຸ­ໝັ່ນ​ຫ້າວ­ຫັນ ແລະ​ດີ­ເດັ່ນ​ໃນ​ການ​ປະ­ຕິ­ບັດ​ລະ­ບຽບ​ວິ­ໄນ​ຂອງ​ຄ້າຍ​ຄຸມ​ຂັງດັດ​ສ້າງເຂົ້າ​ຮ່ວມ​ເປັນ​ປະທານຂອງທ່ານ ພັອ ພູ​ວັນ ນາ​ຊຽງ​ຄຳ ຫົວໜ້າ​ກອງ​ບັນ­ຊາ​ການ ປກສ ແຂວງ ແລະທ່ານ ພັທ ຄຳ​ພັນ ທັນ​ສຸ​ລິ ຫົວ­ໜ້າ​ຄ້າຍດັດ​ສ້າງ​ນາ​ໄຊ, ມີ​ອົງ­ການ​ໄອ​ຍະ​ການປະ­ຊາ­ຊົນ​ແຂວງ, ພະ­ນັກ­ງານ​ຫຼັກ​ແຫຼ່ງຫ້ອງ​ການ­ເມືອງ, ນາຍ­ບ້ານ, ຜູ້​ປົກ­ຄອງ, ນັກ­ໂທດ​ທີ່​ໄດ້​ຮັບ​ການ​ຜ່ອນ​ໂທດ ແລະປ່ອຍ​ຕົວ​ເຂົ້າ​ຮ່ວມ.

ໂດຍ​ປະ­ຕິ­ບັດ​ຕາມ​ດຳ­ລັດ​ຂອງ​ທ່ານ ປະ­ທານ​ປະ­ເທດ​ແຫ່ງ ສປປ ລາວ​ວ່າ​ດ້ວຍການ​ຜ່ອນ​ໂທດ ແລະ​ປ່ອຍ​ຕົວ​ນັກ­ໂທດ​ຜູ້ທີ່​ມີ​ຄຸນ­ງາມ­ຄວາມ­ດີ​ບຸກ​ບືນ​ຫ້າວ­ຫັນ​ໃນ ການ​ກໍ່­ສ້າງ ແລະ​ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງເປັນ​ແບບ­ຢ່າງ​ທີ່​ດີ​ໃຫ້​ກັບ​ນັກ­ໂທດ​ຜູ້​ອື່ນໆ ເພື່ອ​ຄືນ​ຄຸນ­ງາມ­ຄວາມ­ດີ​ດັ່ງ­ກ່າວ​ໃຫ້ຄອບ­ຄົວ​ແລະ​ສັງ­ຄົມ, ເປັນ­ຕົ້ນ​ແມ່ນການປະ­ກອບ­ສ່ວນ​ຂະ​ບວນ​ການ​ຂອງ​ຄ້າຍຄຸມ​ຂັງ​ວາງ​ອອກ​ເຮັດ​ກິດ­ຈະ­ກຳ​ຈັກ­ສານປະ­ເພດ​ຕ່າງໆ​ໃຫ້​ກັບ​ອົງ​ການ­ຈັດ­ຕັ້ງ ຄ້າຍ​ຄຸມ​ຂັງ​ດັດ​ສ້າງ ແລະ​ປະ­ກອບ­ສ່ວນວຽກ​ງານ​ຕາມ​ການ​ມອບ​ໝາຍ​ນັກ­ໂທດ ທີ່​ໄດ້​ຮັບ​ການ​ປ່ອຍ​ຕົວ​ຄັ້ງ​ນີ້​ມີ 14 ຄົນ, ຍິງ 2 ຄົນ, ຄະ­ດີ​ຄ້າ­ຂາຍ​ຢາ​ເສບ​ຕິດ​ມີ 13 ຄົນ, ຍິງ 2 ຄົນ, ຄະ­ດີ​ຄາ­ຕະ­ກຳ 1 ຄົນ ທີ່ຖືກ​ຕັດ​ອິດ­ສະ­ຫຼະ­ພາບ​ນັບ​ແຕ່ 5 ປີ​ຫາ 10 ປີ.

ໂອ­ກາດ​ດຽວ​ກັນ​ນີ້​ທ່ານ​ຫົວ­ໜ້າ​ກອງບັນ­ຊາ​ການ ປກສ ແຂວງ​ໄດ້​ໃຫ້​ກຽດ​ໂອ້ລົມ​ຕໍ່​ນາຍ ແລະ​ພົນ​ຕຳ­ຫຼວດ​ຄ້າຍ​ຄຸມ​ຂັງດັດ​ສ້າງ​ໃຫ້​ເພີ່ມ​ທະ­ວີ​ການ​ສຶກ​ສາ​ອົບ­ຮົມແນວ​ຄິດ ແລະ​ທັດ­ສະ­ນະ​ຫຼັກ​ໝັ້ນ​ທາງດ້ານ​ການ­ເມືອງ​ໃຫ້​ກັບ​ສະ­ມາ­ຊິກ​ພັກ, ພະ­ນັກ­ງານ-ນັກ­ຮົບ​ໃຫ້​ມີ​ຄວາມ​ປອດ​ໃສ ທ່ຽງ​ທຳ​ກັບ​ທຸກ​ຝ່າຍ​ເອົາ­ໃຈ­ໃສ່​ປ້ອງ​ກັນເວນ­ຍາມ, ປ້ອງ​ກັນ​ນັກ­ໂທດ​ບໍ່​ໃຫ້​ມີ​ການລັກ​ໂຕນ​ໜີ, ຕັ້ງ­ໜ້າ​ສຶກ​ສາ​ອົບ­ຮົມ​ນັກໂທດ​ໃນ​ຄ້າຍ​ຄຸມ​ຂັງເພື່ອ​ໃຫ້​ເຂົາ­ເຈົ້າ​ຮູ້​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ, ລະ­ບຽບກົດ­ໝາຍ​ຂອງ​ລັດ​ຢ່າງ​ເລິກ­ເຊິ່ງ​ກວ້າງ ຂວາງ.

ສະ­ເພາະ​ນັກ­ໂທດ​ທີ່​ໄດ້​ຮັບ​ການ​ປ່ອຍ​ຕົວ​ທາງ​ເຈົ້າ​ໜ້າ­ທີ່ ແລະ​ອົງ​ການ­ຈັດ­ຕັ້ງທີ່​ກ່ຽວ­ຂ້ອງ​ໄດ້​ມອບ​ຄືນ​ໃຫ້​ນາຍ­ບ້ານ ແລະ​ຜູ້​ປົກ­ຄອງ​ເປັນ​ຜູ້​ຕິດ­ຕາມ​ກວດ­ກາການ​ດຳ­ເນີນ​ຊີ­ວິດ​ຂອງ​ເຂົາ­ເຈົ້າ​ຢ່າງ​ໃກ້ຊິດ​ເປັນ­ຕົ້ນ​ແມ່ນ​ການ​ທຳ​ມາ​ຫາ​ກິນ​ໃຫ້ມີ​ຄວາມ​ປອດ​ໃສ​ຂາວ​ສະ­ອາດ ເພື່ອ​ເປັນການ​ຝຶກ​ຝົນ ແລະ​ກໍ່­ສ້າງ​ຕົນ​ເອງ​ໃຫ້​ເປັນແບບ­ຢ່າງ​ທີ່​ດີ​ຂອງ​ຕົນ​ໃນ​ສັງ­ຄົມ, ຕັ້ງ­ໜ້າປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ຊີວິດ, ຄອບ­ຄົວ​ຂອງ​ຕົນ​ໃຫ້​ມີ​ຄວາມ​ຜາສຸກ ແລະ​ເຂັ້ມ­ແຂງ​ເທື່ອ​ລະ​ກ້າວ.

ທີ່ມາ:​ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...