spot_img
Homeຂ່າວຕ່າງປະເທດຈີນ​ນຳ​ເຮືອບິນ​ລຳລຽງ​ທາງ​ທະຫານຜະລິດ​ເອງ​ຮຸ່ນ​ຫລ້າ​ສຸດ​ອອກ​ໃຊ້​ແລ້ວ

ຈີນ​ນຳ​ເຮືອບິນ​ລຳລຽງ​ທາງ​ທະຫານຜະລິດ​ເອງ​ຮຸ່ນ​ຫລ້າ​ສຸດ​ອອກ​ໃຊ້​ແລ້ວ

Published on

ສຳນັກຂ່າວຊິນຮວາ​ຂອງ​ທາງ​ການ​ຈີນ​ລາຍ​ງານ​ວ່າ ຈີນ​ໄດ້​ນຳ​ເຮືອບິນ​ລຳ​ລຽງ​ທາງ​ທະຫານ​ທີ່​ຜະລິດ​ເອງ​ຮຸ່ນ​ຫລ້າ​ສຸດ​ອອກ​ໃຊ້​ວຽກ​ແລ້ວ​ໃນ​ມື້​ນີ້.

ຊິນ​ຮວາ​ລາຍ​ງານ​ວ່າ ​ Y-20 ເປັນ​ເຮືອບິນ​ລຳ​ລຽງ​ທາງ​ທະຫານ​ທີ່​ຈີນ​ຜະລິດ​ເອງ ​ແລະ ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ ສ້າງ​ຂຶ້ນ​ເພື່ອລຳລຽງ​ກຳລັງ​ພົນ ​ແລະ ຍຸດ​ໂທ​ປະກອນ​ໄປ​ຍັງ​ພື້ນ​ທີ່​ໄກໆ​ທີ່​ມີ​ສະພາບ​ອາ​ກາດ​ແຕກ​ຕ່າງ​ກັນ ຊິນ​ຮວາ​ອ້າງ​ໂຄສົກ​ກອງທັບ​ອາກາດ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ວ່າ ການ​ນຳ​ເຮືອບິນ​ນີ້​ອອກ​​ນຳ​ໃຊ້​ຖື​ເປັນ​ກ້າວ​ສຳຄັນ​ຂອງ​ກອງທັບ​ອາກາດ​ທີ່​ຈະ​ປັບປຸງ​ສັກກະ​ຍະ​ພາບ​ໃນ​ການສະ​ແດງອຳນາດ​ທາງ​ຍຸດ​ທະ​ສາດ​ເພາະ​ຈະ​ໃຊ້​ປົກ​ປ້ອງ​ຄວາມ​ປອດ​ໄພ​ໃນ​ປະ​ເທດ ​ແລະ​ປະຕິບັດ​ກາ​ນຄົ້ນ​ຫາ ​ແລະ ກູ້​ໄພ​ທັງ​ໃນ ​ແລະ ຕ່າງປະ​ເທດ ​ໂດຍ​ເຮືອບິນ​ Y-20  ສາມາດ​ບັນທຸກ​ໄດ້​ເຕັມ​ກຳລັງ 66 ​ໂຕນ ​ແລະ ​ບິນ​ໄດ້​ໄກ 4.400 ກິ​ໂລ​​ແມັດຕາມ​ການ​ລາຍ​ງານ​ຂອງ​ສື່​ຈີນ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...