spot_img
Homeຂ່າວທ້ອງຖິ່ນປູກໄມ້ຕິ້ວ ຜະລິດເປັນສິນຄ້າສົ່ງອອກ

ປູກໄມ້ຕິ້ວ ຜະລິດເປັນສິນຄ້າສົ່ງອອກ

Published on

ພິ­ທີ​ປູກ​ໄມ້​ຕິ້ວ​ຜະ­ລິດ​ເປັນ​ສິນ­ຄ້າສົ່ງ​ອອກ​ທາງ​ພາຍ​ໃນ ແລະ ​ຕ່າງ­ປະ­ເທດຂອງ​ໂຮງ­ງານ​ຜະ­ລິດ​ຖ່ານ​ຂາວ ຢູ່​ບ້ານນາ​ມອນ ເມືອງ​ໄຊ​ຍະ​ບູ​ລີ ແຂວງ​ໄຊ​ຍະບູ​ລີ ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 1 ກໍ­ລະ­ກົດ​ຜ່ານ​ມາ​ທີ່​ໂຮງ­ງານ​ດັ່ງກ່າວ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ບຸນ​ເສັງ ວົງ​ສະ​ນິດ ຄະ­ນະ​ປະ­ຈຳ​ພັກເມືອງ, ຮອງ​ເຈົ້າ­ເມືອງ​ໄຊ​ຍະ​ບູ​ລີ, ຜູ້​ຊີ້ ນຳ​ວຽກ​ງານ​ເສດ­ຖະ­ກິດ, ທ່ານ ບຸນ​ວຽນ ສີ​ບຸນ​ທຽນ ຜູ້­ອຳ­ນວຍ­ການ​ໂຮງ­ງານທັງ​ເປັນ​ເຈົ້າ​ຂອງ​ໂຮງ­ງານ​ຜະ­ລິດ​ຖ່ານຂາວ, ມີ​ຫົວ­ໜ້າ, ຮອງ​ຫົວ­ໜ້າ​ພະ​ແນກການ, ອຳ­ນາດ​ການ​ປົກ­ຄອງ​ບ້ານ​ອ້ອມຂ້າງ, ນ້ອງ​ນ້ອຍ​ເຍົາ­ວະ​ຊົນ-ນັກ­ຮຽນ, ພໍ່​ແມ່​ປະ­ຊາ­ຊົນຕະ­ຫຼອດ​ຮອດ​ກຳ​ມະກອນ​ພາຍ​ໃນ​ໂຮງ­ງານ​ດັ່ງ­ກ່າວ​ເຂົ້າ​ຮ່ວມ.

ໃນ​ພິ­ທີ ທ່ານ ບຸນ​ວຽນ ສີ​ບຸນ​ທຽນ ກ່າວ​ວ່າ: ໂຮງ­ງານ​ຜະ­ລິດ​ຖ່ານ​ຂາວ ແມ່ນ​ໄດ້​ຮັບ​ການ​ອະ­ນຸ­ຍາດ​ສ້າງ­ຕັ້ງ​ຂຶ້ນ ໃນ​ວັນ​ທີ 9 ເມ­ສາ 2014 ເປັນ­ຕົ້ນ​ມາ ຊຶ່ງ​ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາໂຮງ­ງານ​ດັ່ງກ່າວ​ກໍ​ໄດ້​ປູກ​ໄມ້​ຕິ້ວ​ໃສ່​ດິນ​ໃນ​ໂຮງ­ງານ 1 ເຮັກ­ຕາ, ປູກ​ເສີມ​ໃສ່​ເພີ່ມ​ສຳ​ປະ­ທານໄດ້​ຮັບ​ອະ­ນຸ­ຍາດ 100 ເຮັກ­ຕາ ໃນ​ແຕ່ລະ​ປີ​ປູກ​ໄດ້ 5 ເຮັກ­ຕາ​ຂຶ້ນ​ໄປນອກ­ຈາກນັ້ນ​ໂຮງ­ງານ​ຍັງ​ໄດ້​ສ້າງ​ບົດ​ບັນ­ທຶກສັນ­ຍາ​ການ​ປູກ​ໄມ້​ຕິ້ວ​ຂອງ​ປະ­ຊາ­ຊົນ ໃນ​ຈຳ­ນວນ 9 ຄອບ­ຄົວ, ແຜນ​ຕໍ່­ໜ້າ​ຈະສ້າງ​ໃຫ້​ໄດ້​ອີກ 5-10 ຄອບ­ຄົວ, ປີ 2015 ໂຮງ­ງານ​ຜະ­ລິດ​ຖ່ານ​ຂາວ​ສາມາດ​ສົ່ງ​ອອກ​ໄດ້​ປະ­ມານ 25 ໂຕນ, ລວມ​ຍອດ​ລາຍ​ຮັບ​ສະ­ເລ່ຍ​ໄດ້​ທັງ​ໝົດຫຼາຍ​ກ່ວ​າ 150 ລ້ານ​ກີບ, ແຜນ­ການ​ປີ 2016 ນີ້ ຈະ​ຜະ­ລິດ​ສົ່ງ​ອອກ​ໃຫ້​ໄດ້ 30-40 ໂຕນ. ສຳ­ລັບ​ປີ​ນິ້​ໂຮງ­ງານ​ສາມາດ​ສ້າງ​ແນວ​ພັນ​ໄມ້​ຕິ້ວ​ໄດ້ 2250 ເບ້ຍ, ໃນ​ນີ້​ຈະ​ປູກ 1500 ເບ້ຍ​ໃສ່​ໃນ ເນື້ອ­ທີ່ 3 ເຮັກ­ຕາ, ສ່ວນ​ທີ່​ເຫຼືອ​ແມ່ນ​ຈະເອົາ​ໄປ​ປູກ​ເສີມ​ໃສ່​ໃນ​ເຂດ​ສຳ​ປະ­ທານ, ແຜນ­ການ​ປີ 2017 ຈະ​ສ້າງ​ແນວ​ພັນ​ໃຫ້ ໄດ້ 3-5 ພັນ​ເບ້ຍ ແລະ​ຈະ​ຂະ­ຫຍາຍ ເນື້ອ­ທີ່​ປູກ​ໃຫ້​ໄດ້ 4-5 ເຮັກ­ຕາ.

ໂອ­ກາດ​ດຽວ​ກັນ ທ່ານ ບຸນ​ເສັງ ວົງ​ສະ​ນິດ ຮອງ​ເຈົ້າ­ເມືອງ​ໄຊ​ຍະ​ບູ​ລີ​ກໍ ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ພິ­ທີ​ດັ່ງ­ກ່າວ ຊຶ່ງກ່ອນ​ອື່ນ​ທ່ານ​ໄດ້​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ກັບຜົນ­ງານ​ທີ່​ໂຮງ­ງານ​ຜະ­ລິດ​ຖ່ານ​ຂາວຍາດ​ມາ​ໄດ້​ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ ແລະທ່ານ​ຍັງ​ຮຽກ­ຮ້ອງ​ໃຫ້​ເຈົ້າ​ຂອງ​ໂຮງງານ​ຈົ່ງ​ສືບ­ຕໍ່​ຊີ້​ນຳໆ​ພາ​ຈັດ​ຕັ້ງ​ປະ­ຕິ­ບັດໃນ​ການ​ຜະ­ລິດ​ຖ່ານ​ຂາວ ເພື່ອ​ເປັນ​ສິນ ຄ້າ​ສົ່ງ​ອອກ​ທາງ​ພາຍ​ໃນ ແລະ​ຕ່າງ​ປະເທດໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ແລະ​ຊຸກ­ຍູ້ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ຢູ່​ພາຍໃນ​ບ້ານ​ກໍ​ຄື​ຊາວ​ເມືອງ​ໄຊ​ຍະ​ບູ​ລີ ຈົ່ງ​ຮັບຮູ້​ເຂົ້າ­ໃຈພ້ອມ​ກັນ​ນຳ­ພາ​ໃນ​ການ​ປູກ​ໄມ້ ຕິ້ວ​ເປັນ​ສິນ­ຄ້າ​ສົ່ງ​ອອກ ເພື່ອ​ເປັນ​ການສ້າງ​ເສດ­ຖະ­ກິດ​ຄອບ­ຄົວ​ໃຫ້​ມີ​ຢູ່​ມີ​ກິນ​ຕະຫຼອດ​ໄປ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...