Homeຂ່າວຕ່າງປະເທດເຈົ້າຂອງຟາມຍິ້ມ! ຫລັງເຈົ້າໜ້າທີ່ຈີນ ຊ່ວຍອົບພະຍົບໝູ 6 ພັນໂຕ ລອດຕາຍຈາກນ້ຳຖ້ວມ!

ເຈົ້າຂອງຟາມຍິ້ມ! ຫລັງເຈົ້າໜ້າທີ່ຈີນ ຊ່ວຍອົບພະຍົບໝູ 6 ພັນໂຕ ລອດຕາຍຈາກນ້ຳຖ້ວມ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ກໍລະກົດນີ້ວ່າ ຈາກກໍລະນີເກີດສະພາບຝົນຕົກໜັກ ເຮັດໃຫ້ຫລາຍພື້ນທີ່ຂອງປະເທດຈີນ ປະສົບກັບໄພນ້ຳຖ້ວມຢ່າງກະທັນຫັນ ໄດ້ສົ່ງຜົນກະທົບໃຫ້ແກ່ພື້ນທີ່ກະສິກຳ ແລະ ຟາມລ້ຽງສັດຈຳນວນຫລວງຫລາຍ ໃນນັ້ນ ທ້າວ ຫລີ່ ໂຊໝິງ ເຈົ້າຂອງຟາມລ້ຽງໝູແຫ່ງໜຶ່ງ ຢູ່ແຂວງອານຮຸຍ ທາງພາກກາງຂອງປະເທດ ໄດ້ຈຳໃຈບອກລາໝູລ້ຽງຂອງຕົນ ຈຳນວນກວ່າ 6,000 ໂຕ ໄປທັງນ້ຳຕາ ເນື່ອງຈາກບໍ່ສາມາດເຄື່ອນຍ້າຍໝູ ອອກຈາກຄອກທັງໝົດໄດ້ທັນ ເຮັດໃຫ້ເລື່ອງລາວຂອງເຂົາ ໄດ້ຖືກເຜີຍແຜ່ທາງສັງຄົມອອນລາຍຂອງຈີນ ຢ່າງກວ້າງຂວາງ.

ຫລ້າສຸດໃນມື້ວານນີ້ (5 ກໍລະກົດ) ເຈົ້າໜ້າທີ່ລັດຖະບານແຂວງອານຮຸຍ ໄດ້ເຂົ້າໄປໃຫ້ຄວາມຊ່ວຍເຫລືອ ໃນການຂົນຍ້າຍໝູຈຳນວນ 6,000 ໂຕຢູ່ຟາມດັ່ງກ່າວ ອອກຈາກພື້ນທີ່ປະສົບໄພນ້ຳຖ້ວມ ໄປສູ່ພື້ນທີ່ປອດໄພແລ້ວ.

16696856_980x1200_0_1467768558
ທ້າວ ຫລີ່ ໂຊໝິງ ເຈົ້າຂອງຟາມລ້ຽງໝູ ຍິ້ມດີໃຈ ຫລັງຈາກໄດ້ຮັບການຊ່ວຍເຫລືອ ຈາກເຈົ້າໜ້າທີ່ຂອງລັດ.

16696855_980x1200_0_1467768557

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...