spot_img
Homeຂ່າວພາຍ​ໃນສຳເລັດກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກກົມກວດກາ ພາຍໃນ ທຫລ

ສຳເລັດກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກກົມກວດກາ ພາຍໃນ ທຫລ

Published on

 

ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກກົມກວດກາພາຍ ໃນທະນາຄານ ແຫ່ງ ສປປ ລາວ ໄດ້ສຳເລັດລົງດ້ວຍໝາກ ຜົນອັນຈົບງາມໃນຕອນທ່ຽງຂອງວັນທີ 12 ມິຖຸນາຜ່ານມາ ທີ່ຫ້ອງປະ ຊຸມໃຫຍ່ທະນາຄານແຫ່ງ ສປປ ລາວ ໂດຍພາຍໃຕ້ ການເປັນປະທານຂອງສະຫາຍ ໜໍ່ແກ້ວ ມຸນິວົງ ເລຂາໜ່ວຍພັກ, ຫົວໜ້າ ກົມ ກວດກາພາຍໃນທະນາຄານ ແຫ່ງ ສປປ ລາວ, ສະຫາຍ ດຣ ສົມພາວ ໄຟສິດ ເລຂາຄະນະບໍລິຫານງານພັກ, ຜູ້ວ່າການທະ ນາຄານ ແຫ່ງ ສປປ ລາວ ກໍໄດ້ ໃຫ້ກຽດເຂົ້າ ຮ່ວມ, ພ້ອມນີ້ຍັງມີບັນດາສະຫາຍຜູ້ຕາງໜ້າໜ່ວຍ ພັກ -ຮາກຖານ ພັກ, ຜູ້ແທນກອງ ປະຊຸມແລະແຂກຖືກເຊີນເຂົ້າ ຮ່ວມ ຢ່າງພ້ອມພຽງ.

ສະຫາຍເລຂາໜ່ວຍພັກກົມ ກວດກາພາຍໃນໄດ້ສະເໜີໝາກຜົນແຫ່ງການຊີ້ນຳ-ນຳພາຕະ ຫຼອດ 5 ປີຜ່ານມາ ເຊິ່ງຄະ ນະໜ່ວຍພັກຍາມໃດກໍໄດ້ຖືວຽກ ງານສຶກສາອົບຮົມການເມືອງ- ແນວຄິດເປັນບັນຫາສຳຄັນຕົ້ນຕໍ ອັນໄດ້ເຮັດໃຫ້ສະ ມາຊິກ ພັກ – ພະນັກງານມີຄວາມເປັນເອກະ ພາບສູງຕໍ່ແນວທາງຂອງພັກ, ມີທັດສະນະຫຼັກໝັ້ນຊົນຊັ້ນຢ່າງຈະແຈ້ງ, ເຊື່ອໝັ້ນຕໍ່

ການນຳພາຂອງພັກ, ມີຄວາມອຸ່ນອ່ຽງທຸ່ນ ທ່ຽງ, ສັດຊື່ບໍລິສຸດ, ມີຄວາມສາ ມັກຄີຢ່າງແໜ້ນແຟ້ນ, ຕ້ານທຸກ ປະກົດການ ຫຍໍ້ທໍ້ ແລະ ສາມາດ ເຮັດສໍາເລັດໜ້າທີ່ການເມືອງໄດ້ ເປັນຢ່າງດີ, ພ້ອມນີ້ ຄະນະໜ່ວຍ ພັກໄດ້ເອົາໃຈໃສ່ຊີ້ນຳ – ນຳພາ ວຽກ ງານວິຊາສະເພາະໂດຍໄດ້ ເຄື່ອນໄຫວວຽກງານແຕ່ລະໄລຍະຢ່າງມີຈຸດສຸມແລະມີການກຳນົດແຕ່ລະເປົ້າ ໝາຍທີ່ຈະ ກວດ ກາສາມາດປະຕິບັດສຳເລັດໂດຍຄິດສະເລ່ຍ 90% ຂອງແຜນການດຳເນີນງານ, ໜ່ວຍພັກຍັງ ໄດ້ຊີ້ນຳວຽກງານອື່ນໆ ຕາມ ພາລະບົດບາດ – ໜ້າທີ່ຕາມທິດຊີ້ນຳຂອງຄະນະພັກ, ຄະນະຜູ້ວ່າການຢ່າງມີຜົນສຳເລັດເປັນ ກ້າວໆ .

ຄະນະໜ່ວຍພັກໄດ້ຊີ້ນຳ – ນຳພາສະມາຊິກພັກ – ພະນັກ ງານມີສະຕິຕໍ່ການຈັດຕັ້ງ, ເຄົາ ລົບກົດລະບຽບຂອງພັກ, ກົດ ໝາຍຂອງລັດ, ຈັດຕັ້ງການ ຮ່ວມຊີວິດຂອງໜ່ວຍພັກ ແລະ ເສຍເງິນສະຕິບຳລຸງພັກປົກກະຕິ, ກໍ່ສ້າງເຂົ້າເປັນສະມາຊິກພັກ ສຳຮອງ 6 ສະຫາຍ, ເລື່ອນຂຶ້ນສົມ ບູນ 3 ສະຫາຍ, ມະຫາຊົນຜູ້ກ້າວ ໜ້າທີ່ຮຽນສະໜັບສະໜູນແລ້ວ 7 ສະຫາຍ, ມີພະ ນັກງານຍົກລະ ດັບທິດສະດີ: ປະລິນຍາໂທ 2 ສະ ຫາຍ, ຊັ້ນຕົ້ນ 3 ສະຫາຍ, ບຳລຸງ 9 ສະຫາຍ, ຍົກລະດັບວິຊາສະ ເພາະ: ປະລິນຍາໂທ 4 ສະຫາຍ, ປະລິນຍາຕີ 7 ສະຫາຍ, ຊັ້ນສູງ 4 ສະຫາຍ, ສະເໜີຊັບຊ້ອນພະນັກ ງານຢ່າງເໝາະສົມ, ໃນດ້ານ ວຽກງານກວດກາແຕ່ລະເດືອນ ໄດ້ມີການດຳເນີນຊີວິດການ ເມືອງ, ສຳຫລວດກວດກາຕຳນິ ຕິຊົມແລະທຸກໆ 3 ເດືອນໄດ້ ຕີລາຄາປະເມີນຈັດປະເພດສະມາຊິກພັກຢ່າງເປັນປົກກະຕິ, ແຕ່ລະປີ ໜ່ວຍພັກໄດ້ຮັບການກວດກາ, ຕີລາຄາຈັດແບ່ງປະເພດ ແລະ ໄດ້ຮັບຮັບຮອງເປັນໜ່ວຍເຂັ້ມ ແຂງ-ຮູ້ນຳພາຮອບດ້ານເປັນສະ ໄໝທີ VIII ຕໍ່ເນື່ອງ.

ແຜນການໃນຊຸມປີຕໍ່ໜ້າ, ຄະນະໜ່ວຍພັກຍັງຈະເພີ່ມທະວີຄວາມສາມັກຄີເປັນເອກະພາບ ພາຍ, ຍົກສູງຄວາມສາ ມາດ ນຳພາຂອງສະມາຊິກພັກໃນການຈັດຕັ້ງປະຕິບັດວຽກງານຕິດ ຕາມກວດກາ, ວຽກງານສະກັດ ກັ້ນ ແລະ ຕ້ານການ ສໍ້ລາດບັງ ຫຼວງ, ປັບປຸງກົງຈັກການຈັດຕັ້ງ ໃຫ້ຄົບຊຸດ, ບຳລຸງສ້າງສະມາ ຊິກພັກ-ພະນັກງານ, ສ້າງລະບົບການກວດກາ-ກວດການ, ການແກ້ໄຂຄຳຮ້ອງຄຳສະເໜີ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ມີຄວາມເຂັ້ມແຂງ ແລະໜັກ ແໜ້ນ, ຍົກສູງປະ ສິດທິພາບຂອງວຽກງານກວດກາ; ສ້າງເງື່ອນໄຂ – ອຳນວຍຄວາມ ສະດວກໃຫ້ແກ່ການຈັດຕັ້ງ, ບຸກ ຄົນ ແລະ ປະຊາຊົນມີ ສ່ວນຮ່ວມໃນການກວດກາໃຫ້ຫຼາຍຂຶ້ນ, ຮັບປະກັນການຈັດຕັ້ງປະຕິບັດແຜນການ – ໂຄງການ ແລະ ແຜນວຽກທີ່ໄດ້ຮັບ ການອະນຸມັດໃຫ້ສຳເລັດໃນແຕ່ລະປີ 90% ຂຶ້ນໄປ.

ກອງປະຊຸມໃຫຍ່ ໄດ້ດຳ ເນີນໄປຢ່າງເປັນປະຊາທິປະໄຕແລະສະຫາຍ ໜໍ່ແກ້ວ ມຸນິວົງ ໄດ້ ຮັບເລືອກຕັ້ງເປັນເລຂາ ໜ່ວຍພັກອີກຄັ້ງໃໝ່, ສະຫາຍແສງເພັດ ດວງພິລາເປັນຮອງເລຂາ ແລະ ສະຫາຍ ສົມມຸດ ແກ້ວມະນີ ເປັນຄະນະ, ພ້ອມນີ້ ຍັງໄດ້ປ່ອນບັດ ເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ III ອົງຄະນະພັກທະນາຄານແຫ່ງ ສປປ ລາວທີ່ຈະເປີດ ຂຶ້ນໃນຕໍ່ໜ້ານີ້.

ສະຫາຍເລຂາຄະນະບໍລິຫານງານພັກທະນາຄານ ແຫ່ງ ສປປ ລາວ ໄດ້ເນັ້ນວ່າ: ການນຳ ທຸກຂັ້ນຕ້ອງຖືຄວາມສຳຄັນ ວຽກງານກວດກາ, ຊີ້ນຳ-ນຳພາ ວຽກງານກວດກາຢ່າງໃກ້ຊິດ, ບົນພື້ນຖານທິດນຳ-ຫຼັກການ, ວິທີການກຳນົດໄວ້ໃນມະຕິ, ຄຳ ສັ່ງຕ່າງໆທີ່ກ່ຽວຂ້ອງຂອງພັກ -ລັດ, ສືບຕໍ່ປັບປຸງກົງຈັກການ ຈັດຕັ້ງ, ລະບົບການກວດກາ ແລະ ການຈັດວາງພະນັກງານ ໃຫ້ໝາະສົມກວ່າເກົ່າ, ສ້າງພະ ນັກງານວິຊາການໃຫ້ເປັນພະນັກງານກວດກາທີ່ໄດ້ມາດຕະຖານ ເຮັດວຽກນີ້ໂດຍສະ ເພາະ ພ້ອມທັງຈັດຝຶກອົບຮົມດ້ານວິຊາການກວດກາແລະລົງເຄື່ອນໄຫວຕິດຕາມກວດກາສະພາບການຢູ່ບັນດາທ້ອງຖິ່ນ,ເອົາໃຈໃສ່ເພີ່ມທະວີວຽກງານການສຶກສາອົບຮົມ ການເມືອງ-ແນວຄິດໃຫ້ແກ່ສະ ມາຊິກພັກ – ພະນັກງານຜູ້ທີ່ເຮັດ ວຽກງານກວດກາຢ່າງ ເປັນປົກກະຕິ, ປັບປຸງ, ສ້າງລະບຽບ ການ, ຄູ່ມືການກວດກາໃຫ້ສົມ ບູນ, ປັບປຸງແບບແຜນວິທີເຮັດ ວຽກ, ການເຄື່ອນໄຫວ ວຽກງານ ຕ້ອງມີແຜນການລະອຽດ, ດຳ ເນີນການກວດກາຕ້ອງຫຼີກລ້ຽງການທີ່ຈະເຮັດໃຫ້ພະນັກງານມີ ຄວາມຢ້ານກົວຕໍ່ ການກວດກາ, ຜົນຂອງການກວດກາຕ້ອງມີ ການວິເຄາະວິໄຈ, ຊອກຫາປັດ ໄຈໃໝ່ທີ່ຕັ້ງໜ້າເພື່ອເສີມຂະ ຫຍາຍ, ຕໍ່ກັບ ຈຸດອ່ອນ – ຂໍ້ຄົງ ຄ້າງຕ້ອງໄດ້ຕີລາຄາຢ່າງພາວະວິໃສ, ຜູ້ຖືກກວດກາສາມາດຮັບ ເອົາໄດ້ເມື່ອເຫັນບັນຫາກໍພ້ອມ ຈະປັບປຸງ ແກ້ໄຂໃຫ້ດີຂຶ້ນກວ່າ ເກົ່າ.

 

ຂ່າວຈາກ ລາວພັດທະນາ http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...