spot_img
Homeຂ່າວຍົນຕົກເຮລິຄັອບເຕີ້ກອງທັບຕວກກີ ປະສົບອຸບັດເຫດຕົກ ເສຍຊີວິດຢ່າງໜ້ອຍ 7 ຄົນ!

ເຮລິຄັອບເຕີ້ກອງທັບຕວກກີ ປະສົບອຸບັດເຫດຕົກ ເສຍຊີວິດຢ່າງໜ້ອຍ 7 ຄົນ!

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 6 ກໍລະກົດນີ້ວ່າ ໃນມື້ວານນີ້ (5 ກໍລະກົດ 2016) ເວລາ 17:30 ໂມງ ຕາມເວລາໃນທ້ອງຖິ່ນ ຊຶ່ງກົງກັບເວລາ 21:30 ໂມງ ຕາມເວລາໃນປະເທດລາວ ໄດ້ເກີດເຫດເຮລິຄອບເຕີ້ທະຫານ ຂອງກອງທັບຕວກກີລຳໜຶ່ງ ຊຶ່ງບັນທຸກຜູ້ໂດຍສານ 15 ຄົນ ປະສົບອຸບັດເຫດຕົກ ທາງພາກຕາເວັນອອກສຽງເໜືອ ຂອງປະເທດຕວກກີ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 7 ຄົນ.

ແຫລ່ງຂ່າວໄດ້ລະບຸວ່າ ໃນຈຳນວນຜູ້ໂດຍສານທັງໝົດ ແມ່ນມີນາຍທະຫານລະດັບສູງ ຂອງກອງທັບຕວກກີ ຊຶ່ງລວມມີຊັ້ນພົນຈັດຕະວາ 1 ຄົນ, ພັນເອກ 1 ຄົນ ແລະ ພັນຕີອີກ 2 ຄົນ, ນອກນັ້ນແມ່ນເປັນຍາດຕິພີ່ນ້ອງ ຂອງພວກກ່ຽວ ໂດຍຍັງບໍ່ທັນມີລາຍງານຊັດເຈນວ່າ ມີໃຜແດ່ທີ່ເສຍຊີວິດຈາກອຸບັດເຫດຄັ້ງນີ້.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...