spot_img
Homeຂ່າວຕ່າງປະເທດຫວຽດນາມ​​ເຕືອນ​ອາດ​ເກີດ​ນໍ້າຖ້ວມກະທັນ​ຫັນທາງ​ພາກ​ເໝືອ

ຫວຽດນາມ​​ເຕືອນ​ອາດ​ເກີດ​ນໍ້າຖ້ວມກະທັນ​ຫັນທາງ​ພາກ​ເໝືອ

Published on

ສູນ​ອົບ​ພະ​ຍົມ​ນໍ້າ ​ແລະ ອຸຕຸ​ນິຍົມ​ວິທະຍາ​ແຫ່ງ​ຊາດ​ຂອງ​ຫວຽດນາມ​ແຈ້ງ​ເຕືອນ​ວ່າ ອາດ​ເກີດ​ນໍ້າ​ຖ້ວມ​ກະທັນຫັນ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ​ເນື່ອງ​ຈາກ​ຝົນຕົກ​ໜັກ​ໃນ​ຊ່ວງ 5 ວັນ​ທີ່​ຜ່ານ​ມາ ​ແລະ ມີ​ມວນ​ນໍ້າ​ໄຫລ​ລົງ​ມາ​ຈາກ​ຈີນ​ຫຼາຍຂຶ້ນ.

​ເວັບ​ໄຊໜັງສືພິມດ່ວຍ​ແສ​ອ້າງ​ຄຳ​ເຕືອນ​ຂອງ​ສູນ​ວ່າ ອາດ​ເກີດ​ຝົນຕົກ​ໜັກ​ໃນ​ພື້ນ​ທີ່​ທາງ​ເໝືອ ​ແລະ ຕອນ​ກາງ​ຕັ້ງ​ແຕ່​ມື້​ນີ້​ຈົນ​ເຖິງ​ວັນ​ພະຫັດ ​ແລະ ມີ​ຄາມ​ເປັນ​ໄປ​ໄດ້​ສູງ​ວ່າ​ຈະ​ເກີດ​ນໍ້າ​ຖ້ວມ​ກະທັນ​ຫັນຕາມ​ແມ່​ນໍ້າ​ລຳ​ເຊ ​ເກີດ​ດິນ​ຖະຫຼົ່ມ​ຕາມ​ພື້ນ​ທີ່ພູດ​ອຍ ​ແລະ​ເກີດ​ນໍ້າ​ຖ້ວມ​ຕາມ​ບ່ອນ​ຮາບ​ພຽງ​ຕໍ່າໆ ຂະນະ​ທີ່​ຫລາຍ​ແຂວງ​ມີ​ຝົນຕົກ​ໜັກ​ຕະຫຼອດຫຼາຍ​ວັນ​ມາ​ນີ້ ​ເຊັ່ນ ດຽນບຽນ ຫ່າ​ຊາງ ກວ່າ​ງນິງ ທ້າຍ​ຫ​ງຽນ ປະກອບ​ກັບ​ນໍ້າ​ຈາ​ກຈີນ​ໄຫຼ​ລົງ​​​ມາ​ຍັງ​ຫວຽດນາມ​ເພີ່ມ​ຂຶ້ນ ​ໂດຍສ​ະ​ເພາະ​ແມ່​ນໍ້າ​ຊງດາ​ທີ່​ມີ​ຕົ້ນ​ນໍ້າ​ຈາກ​ມົນທົນ​ຢູນນານ​ຂອງ​ຈີນ ​ນໍ້າ​ຖ້ວມ​ໃນ​ຫວຽດນາມ​ທີ່​ເກີດ​ຂຶ້ນ​ຕັ້ງ​ແຕ່​ວັນ​ສຸກ​ຈົນ​ເຖິງ​ຂະນະ​ນີ້​ມີ​ຜູ້​ເສຍ​ຊີວິດ ​ແລະ ສູນຫາຍ​ແລ້ວ 7 ຄົນ.

ສ່ວນ​ຈີນ​ທີ່​ເກີດ​ຝົນຕົກ​ໜັກ ​ແລະ ນໍ້າ​ຖ້ວມ​ທົ່ວ​ພື້ນ​ທີ່​ຕອນ​ກາງ ​ແລະ ຕ້ອງ​ໃຕ້​ໃນ​ຊ່ວງ 4 ວັນ​ທີ່​ຜ່ານ​ມາ ມີ​ຜູ້​ເສຍ​ຊີວິດ​ແລ້ວ​ເກືອບ 130 ຄົນ ສູນຫາຍ​ກວ່າ 40 ຄົນ ພື້ນ​ທີ່​ການ​ກະ​ເສດ​ເສຍ​ຫາຍ​ເປັນ​ວົງ​ກວ້າງ ປະ​ເມີນ​ຄວາມ​ເສຍ​ຫາຍ​ທາງ​ເສດຖະກິດ​ໂດຍ​ກົງ​ແລ້ວ​ກວ່າ 38.000 ລ້ານ​ຢວນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...