spot_img
Homeຂ່າວພາຍ​ໃນຜູ້​ຂັບ​ລົດ​ໃຫຍ່​ຕຳ​ຖັງ​ຢາງ​ແບ່ງ​ຊ່ອງ​ຈະລາຈອນ​ຢູ່​​ເສັ້ນທາງ​ໄກສອນ ພົມວິຫານ ອອກ​ມາ​ຮັບຜິດຊອບ​ຕໍ່​ຜົນ​ເສຍ​ຫາຍ​ແລ້ວ

ຜູ້​ຂັບ​ລົດ​ໃຫຍ່​ຕຳ​ຖັງ​ຢາງ​ແບ່ງ​ຊ່ອງ​ຈະລາຈອນ​ຢູ່​​ເສັ້ນທາງ​ໄກສອນ ພົມວິຫານ ອອກ​ມາ​ຮັບຜິດຊອບ​ຕໍ່​ຜົນ​ເສຍ​ຫາຍ​ແລ້ວ

Published on

 

ພາຍຫລັງ ​ໜັງສືພິມ ລາວ​ພັດທະນາ ​ໄດ້​ພິ​ມ​ຂ່າວ​ໃນ​ວັນ​ທີ 12 ມິຖຸນານີ້​ວ່າ: ຖັງ​ຢາງ​​ແບ່ງ​ຊ່ອງ​ຈະລາຈອນ​ບົນ​ເສັ້ນທາງ​​ໄກ ສອນ ພົມວິຫານ ນະຄອນຫລວງ​ວຽງ​ຈັນ ຍ່ານຕໍ່​ໜ້າ​ໂຮງຮຽນ​ມັດທະຍົມ​ສິນ​ໄຊ​ແຕກ​ກະຈາຍ​ ຍ້ອນ​ຂັບ​ຂີ່​ແບບ​ປະໝາດ ​ແລະ ໃນ​ວັນ​ທີ 13 ມິຖຸນາ​ຕໍ່​ມາ, ຜູ້​ກໍ່​ໃຫ້​ເກີດ​ອຸປະຕິ​ເຫດດັ່ງກ່າວ ໄດ້ ອອກ​ມາສະ​ແດງ​ຄວາມ​ຮັບຜິດ ຊອບ ​ແລະ ຊີ້​ແຈ້ງ​ຄວາມ​ເປັນ​ຈິງ​ຂອງສາ​ເຫດ​​ອຸປະຕິ​ເຫດ​ຄັ້ງນີ້ ຜ່ານ​ທາງ​ເວັບ​ໄຊ​ຂອງ​ໜັງສືພິມ​ ລາວ​ພັດທະນາວ່າ: ​ເວລາ​ປະ ມານ 1:00 ​ໂມງ ຂອງ​ວັນ​ທີ 12/6 /2014 ຕົນ​ເອງ​ໄດ້​ຂັບ​ລົດ​ມາ​ຄົນ​ດຽວ​ຕາມ​ເສັ້ນທາງ​ດັ່ງກ່າວ ພໍ​ມາ​ຮອດ​ຈຸດ​ນັ້ນ ລົດ​ໄດ້​ເກີດ​ພິກ​ຂວ້ຳ​ໄຫລ​ໄປ​ຕຳ​ເອົາ​ຖັງ​ຢາງ​ດັ່ງ ກ່າວ ​ແລະ ຕົນ​ເອງ​ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ນຳ​ສົ່ງ​ໂຮງໝໍ​ຈາກ​ໜ່ວຍ​ກູ້​ໄພ, ສ່ວນ​ລົດ​ກໍ​ແມ່ນ​ເຈົ້າ ໜ້າ​ທີ່​ຈະລາ ຈອນ​ນຳ​ໄປ​ເກັບ​ມ້ຽນ​ໄວ້. ຕໍ່​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນທັງ​ໝົດ​ນັ້ນ ​ແມ່ນ ຕົນ​ເອງຈະ​ເປັນ​ຜູ້​ຮັບຜິດຊອບ​ຜູ້​ດຽວ ​ແລະ ​ປັດ​ຈຸ​ບັນ ເຈົ້າໜ້ າ​ທີ່​​ກ່ຽວຂ້ອງ​ກໍ​ໄດ້​ເອົາ​ຖັງ​ຢາງອັນ​ໃໝ່​ໄປ​ຕິດຕັ້ງ​ແທນ​ຄືນ​ເປັນ​ທີ່​ ຮຽບຮ້ອຍ​ແລ້ວ.

ຂອບໃຈຂ່າວຈາກລາວພັດທະນາ http://laophatthananews.blogspot.com/

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...