| ລໍາດັບ |
ຄໍາສັບ
( ຫນ້າ )
ເຄົ້າສັບ |
ຄວາມຫມາຍ |
ຮູບພາບ
|
| 1. |
ຂະຫນົງ
( 1 )
ຂ. |
ປະຕູ, ຂອບປະຕູ “ ບາກໍ່ຜາຍເຊີງຂື້ນ ຂະຫນົງທອງລຽບລໍ້າ ” ( ລາວບູຮານແປງຄໍາຂະຫນົງ ເປັນປະຕູຂົງ ) |
 |
| 2. |
ຄາເມ
( 9 )
ບ. |
ໃນບ້ານ ປ່າງວ່າ “ ຍາບໆຍ້າຍ ເຈຍລະຈາກພະວິຫານ ແຍງຄາເມ ຄ່ອຍໄປເປັນຖ່ອງ ” |
 |
| 3. |
ຈັກກະພັດ
( 6 )
ບ. |
ຜູ້ໄປໄດ້ທຸກບ່ອນ ບໍ່ມີແນວຂັດຂ້ອງ ຜູ້ໃຊ້ຈັກລົດໄປໄດ້ທຸກສະຖານທີ່, ພະລາຊະທິດາ, ເຈົ້າໂລກ |
|
| 4. |
ຈັກກະພັດ
( 6 )
ສ. |
ພະລາຊະທິລາດ, ປະມຸກຂອງຈັກກະພັດ |
|
| 5. |
ຈວງຈັນ
( 5 )
ສ. |
ດວງຈັນ, ດວງເດືອນ, ຈັນທະລາ, ຈັນທະລັງ, ຈັນທອນ ກໍ່ວ່າ |
|
| 6. |
ຈະເລີນ
( 5 6 )
ຂ. |
ມາກມາຍ, ງອກງາມ |
|
| 7. |
ສັກກຸນາ
( 3 )
ບ. |
ນົກ ( ໂຕດຽວ ) ດັ່ງວ່າ ” ຟັງຍິນສັກກຸນາເຄົ້າ ງອຍຄອນຮ້ອງຄ່ອຍພຸ້ນເຢີ ” |
 |
| 8. |
ສັກກຸນີ
( 3 )
ບ.-ສ. |
ນາງນົກ ( ນົກໂຕແມ່ ) |
 |
| 9. |
ສີສະເກດ
( 4 )
ບ. |
ຊື່ວັດ ສີສະເກດ ( ມີຄວາມຫມາຍວ່າ ວັດທີ່ຮັກສາຫົວຂອງພະພຸດທະຮູບ ແລະສິ່ງມີຄ່າ ) |
|
| 10. |
ສັດຕູ
( 10 )
ບ. |
ຂ້າເສິກ, ຜູ້ຄິດປອງຮ້າຍ, ຜູ້ທໍາຮ້າຍ |
|
| 11. |
ສະຖານ
( 2 4 5 6 9 )
ສ. |
ບ່ອນຢູ່, ທີ່ຕັ້ງ, ບ່ອນ, ແຫລ່ງ ເຊັ່ນ ສະຖານທີ່ທ່ອງທ່ຽວ, ສະຖານທີ່ຕາກອາກາດ, ສະຖານທີ່ພັກຜ່ອນຢ່ອນອາລົມ |
|
| 12. |
ສິນທໍາ
( 7 10 )
ບ. |
ຄວາມດີ, ຄວາມງາມ, ສິ່ງທີ່ດີ, ສິ່ງທີ່ປະເສີດ, ຂໍ້ປະຕິບັດສໍາລັບເຝິກກາຍ ແລະວາຈາ ໃຫ້ຮຽບຮ້ອຍ ຄວາມປະພຶດທີ່ດີ |
|
| 13. |
ສິນທໍາ
( 7 10 )
ສ. |
ວາດ, ແບບແຜນ, ຄວາມຮູ້ |
|
| 14. |
ສັບພະພັນ
( 3 )
ບ. |
ທັງຫມົດ, ທັງມວນ ເຊັ່ນວ່າ ສັບພະສັດ ມີຄວາມຫມາຍວ່າ ສັດທັງຫມົດ, ສັດທັງຫລາຍ ທັງປວງ |
|
| 15. |
ສີພົມ
( 5 )
ບາລີ |
ຄວາມດີ, ຄວາມຈະເລີນ, ຄວາມຮຸ່ງເຮືອງ |
|
| 16. |
ສາມັກຄີ
( 1 2 )
ບ. |
ຄວາມພ້ອມພຽງຮຽງຫນ້າກັນກັນ, ຄວາມຖືກຕ້ອງປອງດອງກັນ, ຊ່ວຍກັນປະຕິບັດ, ຫລາຍຄົນ |
|
| 17. |
ສີລາ
( 5 )
ບ. |
ຫີນ, ກ້ອນຫີນ |
 |
| 18. |
ສະໄຫມ
( 4 )
ບ. |
ເວລາ, ຄາວ, ເທື່ອ, ຄັ້ງ |
|
| 19. |
ສໍາພັນ
( 1 )
ບ. |
ພົວພັນ, ຜູກພັນ, ກ່ຽວຂ້ອງ, ຄວາມຜູກພັນເຊັ່ນ ສໍາພັນທະມິດລະຫວ່າງສອງປະເທດ ຄວາມຜູກພັນຮັກແພງກັນ ຊ່ວຍເຫລືອເຊິ່ງກັນ ແລະກັນ |
|
| 20. |
ສໍາລານ
( 4 )
ຂ. |
ສຸກສະບາຍ, ມີຄວາມສຸກ, ສະດວກສະບາຍ |
|
| 21. |
ຊີວາ
( 9 )
ບ.-ສ. |
ຊີວິດ, ຄວາມເປັນຢູ່, ສົດຊື່ນຄຶກຄື້ນ, ມ່ວນຊື່ນເບີກບານ |
|
| 22. |
ທາສາ
( 6 )
ບ. |
ຄົນໃຊ້ທົ່ວໄປ,ແຕ່ບູຮານ ທາສາ ແລະທາສີນີ້ ຫມາຍເອົາຄົນໃຊ້ຈໍາເພາະພວກທີ່ເອົາເງິນຊື້ມາ ຫລືໄຖ່ມາ ແລະພວກຊະເລີຍເສິກ ( ຂ້າທາດ ) |
|
| 23. |
ທາລຸນ
( 7 )
ບ.-ສ. |
ໂຫດຮ້າຍ, ຮ້າຍຂາດ, ຮ້າຍກາດ, ຫຍາບຊ້າກ້າແຂງ, ການເຮັດຢ່າງໂຫດຮ້າຍ ການກະທໍາຢ່າງໂຫດຮ້າຍ |
|
| 24. |
ທະຫານ
( 7 8 )
ບ. |
ນັກຮົບ, ຜູ້ຮັບຫນ້າທີ່ປ້ອງກັນປະເທດຊາດ, ຜູ້ມີຫນ້າທີ່ໃນເລື່ອງການສູ້ຮັບ ຜູ້ປົກປ້ອງປະເທດ |
 |
| 25. |
ທໍລະມານ
( 7 )
ບ. |
ຂົ່ມ, ຂົ່ມຂູ່, ປາບ, ເຝິກແອບ, ທໍາໃຫ້ລໍາບາກ, ທໍາໃຫ້ເຈັບປວດ, ທົວລະມານ ກໍ່ວ່າ |
|
| 26. |
ນະຄອນ
( 10 )
ບ. |
ເມືອງ, ເມືອງໃຫຍ່, ເມືອງຫລວງຂອງປະເທດ ດັ່ງວ່າ
“ ຈັກກ່າວເຖິງຜູ້ຜ່ານພື້ນ ນະຄອນໃຫຍ່ ເປັງຈານ ກ່ອນແລ້ວ ” |
 |
| 27. |
ນະທີ
( 1 2 3 )
ບ. |
ແມ່ນໍ້າ, ສາຍນໍ້າ |
 |
| 28. |
ບາບກໍາ
( 6 )
ບ. |
ຄວາມຊົ່ວ, ແນວບໍ່ດີ, ຜົນສະຫນອງທີ່ບໍ່ດີ, ເຮັດສິ່ງຊົ່ວ, ປະຕິບັດຕົນຊົ່ວ,ເຮັດຊົ່ວກັບຜູ້ອື່ນ |
|
| 29. |
ບົວລະພາ
( 1 )
ສ. |
ທິດຕາເວັນອອກ, ເບື້ອງຕາເວັນອອກ, ທິດບຸລະພາ ກໍ່ວ່າ ດັ່ງວ່າ “ ຜໍ່ເຫັນວັນເຮື່ອເຂັ້ມ ໄຂທີບບົວລະພາພຸ້ນເຢີ ” |
|
| 30. |
ບໍລິເວນ
( 5 )
ບ. |
ພື້ນທີ່ພາຍໃນຂອບເຂດທີ່ກໍານົດໄວ້, ຂອບເຂດ, ຮຽກບໍລິເວນ, ເຊັ່ນ ບໍລິເວນວັດ, ບໍລິເວນສິມ, ບໍລິເວນພະທາດຫລວງ |
|
| 31. |
ປັກສີ
( 3 )
ສ. |
ນົກ |
 |
| 32. |
ປະຊາ
( 2 8 )
ບ. |
ຫມູ່ຄົນ, ປວງຊົນ |
|
| 33. |
ປະຊາກອນ
( 2 4 )
ບ. |
ພົນລະເມືອງ |
 |
| 34. |
ປະຊາຊົນ
( 2 6 7 8 )
ບ. |
ພົນລະເມືອງທົ່ວໄປ, ຄົນທົ່ວໄປ |
 |
| 35. |
ປະຊາລາດ
( 6 )
ສ. |
ປະຊາລາດຊະດອນ, ພົນລະເມືອງ, ສາມັນຊົນທົ່ວໄປ |
|
| 36. |
ປັດສີເມ
( 1 )
ບ. |
ທາງຕາເວັນຕົກ, ພາຍຫລັງ, ຂ້າງຫລັງ |
|
| 37. |
ປະຫວັດ
( 4 )
ບ.-ສ. |
ຄວາມເປັນມາ, ເລື່ອງຂ່າວຄາວ ເລື່ອງທີ່ເປັນມາແລ້ວແຕ່ກ່ອນ ເຊັ່ນ ປະຫວັດສາດ |
|
| 38. |
ປະເສີດ
( 5 9 )
ບ. |
ດີຫລາຍ, ດີທີ່ສຸດ, ວິເສດ ດັ່ງວ່າ “ເມື່ອນັ້ນສົມປະເສີດເຈົ້າ ເຈຍລະຈາກພະວິຫານ ລາພະຄຸນຄູດຸ່ງເດີນດົງດັ້ນ ” |
|
| 39. |
ປະເທດ
( 1 2 5 10 )
ບ.-ສ. |
ບ້ານເມືອງ, ບ້ານເກີດເມືອງນອນປິຕຸພູມ, ປະເທດຊາດ ອັນເປັນບ່ອນຝັງສາຍແຫ່ແພ່ສາຍບື ດັ່ງວ່າ “ ເຂົາຂ່າວກໍ້າ ປະເທດແຫ່ງຫິມະວັນກໍ່ມາ ຊາວຄາຂຽວກ່າຍກະໄດເມືອຟ້າ ” |
 |
| 40. |
ຜົງກະຈວນ
( 8 )
ບ. |
ຜົງ, ແປ້ງ, ແປ້ງຫອມ, ແປ້ງຫອມທີ່ເຮັດດ້ວຍຝຸ່ນຂະຫມິ້ນ,ຝຸ່ນຈັນຫອມ, ເກສອນດອກໄມ້, ເກສອນພືດ ໄກສອນ ກໍ່ວ່າ ເຊັ່ນ “ ນາງກໍເອົາກະຈວນຈັນ ຄັນທະລົດບົດແຫລກຍິ່ງຫນັກຫນາ ໄປຖວາຍບູຊາພະພຸດທະເຈົ້າ ” |
|
| 41. |
ພົງສາ
( 1 )
ບ.-ສ. |
ເຊື້ອແຊງ, ພີ່ນ້ອງ, ເຄືອພີ່ນ້ອງ ສະກຸນຄົນທີ່ເກີດໃນເຊື້ອສາຍດຽວກັນ ພີ່ນ້ອງທີ່ສືບເຊື້ອສາຍຕໍ່ໆກັນມາ ເຊັ່ນວ່າ ພົງ, ພົງສາ, ພົງສາວະລີ, ພົງເຊື້ອ, ພົງພັນ |
|
| 42. |
ພະຍາດ
( 9 )
ບ. |
ຄວາມເຈັບປ່ວຍ |
|
| 43. |
ພາຍັບ
( 2 )
ສ. |
ທິດຕາເວັນຕົກເບື້ອງເຫນືອ ດັ່ງວ່າ “ ປັດສິເມນາກກ້ຽວ ພັນດອນພາຍັບກໍ້າໂຄຈອນຫນູຢູ່ ” |
|
| 44. |
ພະທາດ
( 9 )
ບ. |
ເຈດີທີ່ກໍ່ຂື້ນມາແຕ່ບູຮານ ເພື່ອປະຕິບັດພິທີຕ່າງໆ ທາງສາສະຫນາ |
 |
| 45. |
ພະທາດຫລວງ
( 4 )
ບ. |
ຊື່ຂອງພະທາດ ຊື່ວ່າພະທາດຫລວງ ມີຄວາມຫມາຍວ່າ ທາດທີ່ໃຫຍ່ |
 |
| 46. |
ພະທອງ
( 5 )
ບ. |
ພະພຸດທະຮູບ, ຮູບປັ້ນ ທີ່ເຮັດດ້ວຍທອງ ເປັນສີທອງ |
 |
| 47. |
ພະນັກງານ
( 8 )
ບ. |
ເຈົ້າຫນ້າທີ່, ລັດຖະກອນ |
 |
| 48. |
ພັນລະນາ
( 3 )
ບ. |
ການທໍາໃຫ້ມີຂື້ນ ໃຫ້ເປັນຂື້ນທາງຈິດໃຈ, ສັງຮວມໃຈ ຕັ້ງຄວາມປາຖະຫນາ, ເສກສັນປັ້ນແຕ່ງ |
|
| 49. |
ພະນອມ
( 2 3 )
ຂ. |
ພູເຂົາ, ປ່າດົງພົງໄພ |
 |
| 50. |
ມາລາ
( 2 )
ບ. |
ດອກໄມ້, ງາມດັ່ງດອກໄມ້, ຮວາດດອກໄມ້ |
 |
| 51. |
ມະຫາສານ
( 4 )
ບ. |
ກວ້າງຂວາງຫລາຍ, ຜູ້ຮັ່ງມີຫລາບ, ໃຫຍ່, ຍິ່ງໃຫຍ່, ທີ່ສຸດຈົນນັນບໍ່ໄດ້, ຫລາຍທີ່ສຸດ |
|
| 52. |
ມະໂນ
( 7 )
ບ. |
ໃຈ, ການຄິດ, ຄວາມຄິດ, ຄວາມຄຶດເຫັນເປັນພາບຂື້ນໃນໃຈ |
|
| 53. |
ລະດູ
( 2 4 )
ສ. |
ສ່ວນຂອງປີທີ່ແບ່ງອອກເປັນສາມລະດູ ຕາມລັກສະນະຂອງອາກາດລະດູລະສີ່ເດືອນ ຄື ລະດູຝົນ, ລະດູຫນາວ, ລະດູຮ້ອນ, ຍາມ, ສະໄຫມ ກໍ່ວ່າ ດັ່ງວ່າ “ ຫລິງດູຟ້າມືດກຸ້ມ ເປັນຮົ່ມນະຄອນຫລວງ ພຸ້ນເຢີ ລະດູເດືອນດົນດ່ານມາເຖິງເຄົ້າ” |
|
| 54. |
ວາຈາ
( 1 )
ບ. |
ຄໍາເວົ້າ, ເວົ້າ, ບອກ, ກ່າວ, ຕິ, ເຕືອນ, ສັ່ງສອນ ດັ່ງວ່າ :
“ ວາຈາໄດ້ວ່າແລ້ວ ມາຍມ້າງບໍ່ຫ່ອນເປັນ ” |
|
| 55. |
ວັດວາອາຮາມ
( 9 )
ບ. |
ທີ່ຢູ່ຂອງນັກບວດ ທຸກໆສາສະຫນາ ເອີ້ນວັດ, ຂໍ້ປະຕິບັດ, ຮີດຄອງທີ່ຕ້ອງເຮັດທຸກວັນ |
 |
| 56. |
ວັດອິນແປງ
( 4 ) |
ຊື່ຂອງວັດ |
 |
| 57. |
ຫິນະໂຫດ
( 10 )
ບ.-ສ. |
ຊົ່ວຊ້າ, ຊາດຊົ່ວ, ຊົ່ວ, ຕໍ່ຊ້າ, ນ້ອຍ ດັ່ງວ່າ “ ເມື່ອນັ້ນ ຫິນະໂຫດທ້າວ ທະລົງອາດໄຂຂານ” |
|
| 58. |
ອາກາດ
( 8 )
ບ. |
ບ່ອນເປົ່າວ່າງ, ພື້ນຟ້າ, ທາດທີ່ຄົນໃຊ້ຫາຍໃຈ |
 |
| 59. |
ອາຄາດ
( 9 )
ບ. |
ຕັ້ງໃຈແກ້ແຄ້ນ, ພະຍາບາດ ດັ່ງວ່າ “ ຄໍາກູຕັ້ງຍາດາດົນລ່ວງ ຈິງເນີອາຄາດຫມັ້ນ ແຂວນໄວ້ເທວະນາ ແທ້ແລ້ວ ” |
|
| 60. |
ອົງພະບາງຄໍາຕັນ
( 4 )
ບ. |
ສ່ວນຂອງຮ່າງກາຍ, ອະໄວຍະວະ, ຕົນໂຕໃນລາຊາສັບໃຊ້ວ່າ ພະອົງ ; ສ່ວນ, ພາກລັກສະນະ ຂອງພະພຸດທະຮູບຊື່ວ່າຄໍາຕັນ |
|
| 61. |
ອຸທິຍານ
( 2 )
ບ.-ສ. |
ອຸທິຍານ ,ສວນເປັນທີ່ເບີກບານສໍາລານໃຈ, ສວນດອກໄມ້, ປ່າໄມ້ທີ່ງົດງາມ, ສະຖານທີ່ທ່ຽວຊົມ ດັ່ງວ່າ “ ອຸທິຍານຮ້ອນຄືໄຟເຜົາແຜ່ນ ສຽງໂຮ່ໄຫ້ ລະງົມເຮົ້າຮອດຊຽງ ” |
 |
| 62. |
ອະນັນ
( 4 )
ບ. |
ອະນັນຕະ ມີຄວາມຫມາຍວ່າ ບໍ່ສ້ຽງສຸດ, ມາກຫລາຍ ດັ່ງວ່າ “ ນະຄອນຄົນແຄ້ວ ໄກກັນອະນັນໂຍດ ຍັງຈັກເຫັນຫນ້ານ້ອຍ ກູຊໍ້າຊື່ລື ນັ້ນເດ ” |
|
| 63. |
ອະນັນຕັງ
( 6 )
ບ. |
ບໍ່ສ້ຽງ, ບໍ່ສຸດ, ມີຫລາຍລົ້ນພົ້ນປະມານ |
|
| 64. |
ອຸບໂມງ
( 4 )
ບ. |
ອຸມົງ ມີຄວາມຫມາຍວ່າ ທາງໃຕ້ດິນ, ປ່ອງໃນພູເຂົາ |
 |
| 65. |
ອະວິໄສ
( 2 )
ບ. |
ບໍ່ມີຂອບເຂດ, ບໍ່ມີເຂດແດນ, ບໍມີລັກສະນະທີ່ດີ, ບໍ່ເບິ່ງຄວາມເປັນຈິງ, ບໍເປັນທໍາ |
|
| 66. |
ອາຮາມຫລວງ
( 4 )
ບ. |
ວັດໃຫຍ່, ທີ່ສໍາລານ, ສວນ, ເປັນທີ່ຊື່ນບານ, ຄວາມຊື່ນບານ |
 |
| 67. |
ອະເນກ
( 2 3 4 8 9 )
ບ. |
ມາກ, ຫລາຍ, ຫລວງຫລາຍ, ນັບບໍ່ໄຂວ່ ເຫລືອລົ້ນພົ້ນປະມານ ດັ່ງວ່າ “ ອະເນກລົ້ນຝູງຫມູ່ຊົມບົວ ພໍພັນປາຍສໍ່ານາງປຫນຫ້ອງ ” ແລະດັ່ງວ່າ “ ສອງຂຸນຂື້ນພູຫລວງຫລຽວຜໍ່ ອະນັນອະເນກໄມ້ ຕາມຕ້າຍຫນ່ວງຫນາ ” |
|
| 68. |
ອາໂປ
( 3 )
ບ. |
ນໍ້າ |
 |
| 69. |
ອໍານາດ
( 7 )
ບ. |
ສິດທິ, ຄວາມກ້າຫານສາມາດ, ຄວາມສາມາດ, ການບັງຄັບ |
|
| 70. |
ເຈດີ
( 9 )
ບ. |
ສິ່ງທີ່ກໍ່ສ້າງດ້ວຍດິນຈີ່, ຫລືຫີນເປັນຍອດແຫລມ ບັນຈຸສິ່ງສັກສິດ ຫລືສິ່ງທີ່ນັບຖື ມີກະດູດພະພຸດທະເຈົ້າ ເປັນຕົ້ນໄວ້ພາຍໃນ ເອີ້ນເຈດີ, ລາວເຮົາສ່ວນຫລາຍເອີ້ນທາດ |
 |
| 71. |
ເດຍລະສານ
( 4 )
ບ. |
ສັດທຸກປະເພດ ເວັ້ນຈາກມະນຸດ ເຊັ່ນ ຫມູ, ຫມາ, ງົວ, ຄວາຍ ໃຊ້ວ່າ ເດຍລະສານ, ເດລັດສານ ກໍ່ມີ |
 |
| 72. |
ເພພັງ
( 8 9 )
ບ. |
ມ້າງມຸ່ນ, ແຕກສະອອກ, ທໍາລາຍມ້າງເພ, ເປ່ເພ, ພັງທະລາຍ |
|
| 73. |
ເວຫາ
( 8 )
ສ. |
ຟ້າ, ທ້ອງຟ້າ, ອາກາດ, ກາງຫາວ, ຟາກຟ້າ, ເທິງສຸດສາຍຕາ |
 |
| 74. |
ເອກະລາດ
( 6 )
ບ.-ສ. |
ເປັນອິດສະຫລະແກ່ຕົນ, ບໍ່ຂື້ນກັບໃຜ, ເປັນອັນຫນຶ່ງອັນດຽວ, ຮູບແບບຢ່າງດຽວ |
|
| 75. |
ໂຄສະນາ
( 8 )
ບ. |
ການຮ້ອງປ່າວ, ການທີ່ເຮັດໃຫ້ດັງສະຫນັ່ນ ຄືປ່າວໃຫ້ຮູ້, ສຽງກ້ອງ, ສຽງດັງ, ສຽງສະຫນັ່ນ |
 |
| 76. |
ໂສກລະທົມ
( 7 )
ບ. |
ຄວາມທຸກໃຈ ຄວາມໂສກເສົ້າໂສກາ, ຄວາມເດືອດຮ້ອນເພາະຄວາມໂສກເສົ້າ, ມີຄວາມທຸກໂສກ ແລະອາໄລອາວອນ, ມີຄວາມທຸກແລະເສຍດາຍ |
 |
| 77. |
ໂທດກໍາ
( 10 )
ບ. |
ຄວາມຜິດ, ຄວາມຮ້າຍ, ບາບ, ຄວາມຊົ່ວ, ຜົນແຫ່ງຄວາມຜິດ ທີ່ຕ້ອງຮັບ |
|
| 78. |
ໄພສົນ
( 2 )
ບ. |
ແຖວປ່າ, ຈ້າຍປ່າ, ດົງ ດັ່ງວ່າ “ ແມ່ນວ່າພື້ນແຫລ່ງຫລ້າ ເງື້ອມແງ່ໄພສົນ ກໍ່ດີ ເຊີນຊູສອງສໍາຮານຄາຍແຄ້ນ ” |
 |