spot_img
Homeຂ່າວພາຍ​ໃນລັດຖະບານຢືນຢັນ ຈະເລັ່ງຟື້ນຟູເສດຖະກິດ ຍົກສູງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ!

ລັດຖະບານຢືນຢັນ ຈະເລັ່ງຟື້ນຟູເສດຖະກິດ ຍົກສູງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ!

Published on

ໃນກອງປະຊຸມຮ່ວມລະຫວ່າງ ຄະນະລັດຖະບານ ແລະ ເຈົ້າແຂວງ ທີ່ສຳເລັດລົງເມື່ອບໍ່ດົນມານີ້, ລັດຖະບານໄດ້ຢືນຢັນວ່າ ຈະຮີບຮ້ອນຈັດຕັ້ງປະຕິບັດ ບັນດາກົນໄກ ແລະ ມາດຕະການຕ່າງໆ ເພື່ອເລັ່ງຟື້ນຟູລະບົບເສດຖະກິດຂອງຊາດໃຫ້ດີຂຶ້ນ ເພື່ອຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບໝັ້ນຄົງ, ເສດຖະກິດມະຫາພາກ ມີຄວາມໝັ້ນທ່ຽງຂະຫຍາຍຕົວ, ທັງຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ-ຕຳຫລວດໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະແມ່ນ ໃຫ້ຂະແໜງການຕ່າງໆ ນັບທັງສູນກາງ ແລະ ທ້ອງຖິ່ນ ເພີ່ມທະວີການປະຕິບັດໜ້າທີ່ ຄວາມຮັບຜິດຊອບຂອງຕົນ ໃຫ້ສູງຂຶ້ນຖືກຕ້ອງຕາມພາລະບົດບາດ ແລະ ລະບຽບກົດໝາຍ. ອັນສຳຄັນແມ່ນ ໃຫ້ຂະແໜງການກ່ຽວຂ້ອງ ສົມທົບເຊິ່ງກັນ ແລະ ກັນ ເພື່ອຈັດລຽງບູລິມະສິດ ວຽກໃດຄວນເຮັດກ່ອນ-ເຮັດຫລັງ ເພື່ອຈະສຸມທຶນຮອນໃສ່ ແລະ ກວດຄືນບັນດາໂຄງການທີ່ບໍ່ມີປະສິດທິຜົນ ແລະ ໂຄງການທີ່ບໍ່ນອນໃນແຜນ, ຮີບຮ້ອນຊອກຕະຫລາດ ເພື່ອຮອງຮັບການຜະລິດສິນຄ້າຂອງປະຊາຊົນ, ຄົ້ນຄວ້າດັດສົມລາຄາສິນຄ້າ ຕາມທ້ອງຕະຫລາດ, ທັງຄຸ້ມຄອງສິນຄ້າທີ່ນຳເຂົ້າຢ່າງເຂັ້ມງວດ, ເພີ່ມທະວີການຄຸ້ມຄອງ, ກວດກາບັນດາໂຄງການຢ່າງເຂັ້ມງວດ ພ້ອມທັງການລົງທຶນ ຕ້ອງແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ພາກສ່ວນໃດອະນຸຍາດ ແມ່ນພາກສ່ວນນັ້ນຕ້ອງຮັບຜິດຊອບ ການຊຳລະສະສາງ.

ສຳລັບທະນາຄານ ຕ້ອງຄວບຄຸມອັດຕາເງິນເຟີ້, ອັດຕາດອກເບ້ຍ ແລະ ການປ່ອຍກູ້ ກໍຕ້ອງໄດ້ມີການກວດກາປະເມີນວ່າ ເປັນໂຄງການທີ່ມີປະສິດທິຜົນ ຫລື ບໍ່, ຈະນຳໃຊ້ລະບົບທີ່ທັນສະໄໝ ໃນການເກັບພາສີ, ອາກອນມູນຄ່າເພີ່ມ, ຈັດຕັ້ງພະນັກງານ ລົງເດີນສຳຫລວດເກັບກຳຂໍ້ມູນ ບັນດາຫົວໜ່ວຍທຸລະກິດ ທີ່ເປັນຖານລາຍຮັບທົ່ວປະເທດ, ສ່ວນການເກັບພາສີ ຫລື ຍົກເວັ້ນພາສີ ກໍຕ້ອງໃຫ້ປະຕິບັດ ຕາມລະບຽບກົດໝາຍວາງອອກຢ່າງເຂັ້ມງວດ, ຄົ້ນຄວ້າກົນໄກ, ວິໄຈການເກັບພາສີທີ່ດິນ ນັບແຕ່ການຂາຍ, ການໂອນກຳມະສິດ ແລະ ອື່ນໆ, ຊຸກຍູ້ການຜະລິດເປັນສິນຄ້າ ແລະ ການທ່ອງທ່ຽວ ໂດຍການລົງທຶນໂດຍກົງ ຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້ ຕ້ອງຄວບຄຸມລາຄາກໍ່ສ້າງ ສູງຫລາຍເກີນຄວາມເປັນຈິງ, ເລັ່ງກວດຄືນບັນດາຮ້ານ ແລະ ການນຳເຂົ້າລົດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ຂະແໜງກ່ຽວຂ້ອງ ຕ້ອງກວດກາຄືນດ້ານຈຳນວນພົນຂອງພະນັກງານ ແລະ ນຳໃຊ້ລະບົບຄຸ້ມຄອງແບບທັນສະໄໝ ເພື່ອຮັບປະກັນການເບີກຈ່າຍເງິນເດືອນຄົບຖ້ວນ ແລະ ທັນເວລາ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...