spot_img
Homeຂ່າວຕ່າງປະເທດຕຳຫຼວດມາເລເຊຍ ລະບຸເຫດແກວ່ງລະເບີດຮ້ານອາຫານເປັນສີມືໄອເອສ

ຕຳຫຼວດມາເລເຊຍ ລະບຸເຫດແກວ່ງລະເບີດຮ້ານອາຫານເປັນສີມືໄອເອສ

Published on

ຕຳຫຼວດມາເລເຊຍລະບຸວ່າ ເຫດຄົນຮ້າຍແກວ່ງລະເບີດໃສ່ຮ້ານອາຫານເມື່ອອາທິດທີ່ຜ່ານມາ ເປັນສີມືຂອງຄົນຮ້າຍທີ່ເຊື່ອມໂຍງກັບກຸ່ມລັດອິສລາມ (ໄອເອສ) ຫລັງຈາກກ່ອນໜ້ານີ້ປະຕິເສດວ່າບໍ່ກ່ຽວຂ້ອງກັບການກໍ່ການຮ້າຍ.

ຄາລິກ ອາບູ ບາກາ ຜູ້ບັນຊາການຕຳຫຼວດແຫ່ງຊາດມາເລເຊຍກ່າວກັບຜູ້ສື່ຂ່າວມື້ນີ້ວ່າ ເຫດແກວ່ງລະເບີດໃສ່ຮ້ານອາຫານໃນລັດສະລັງງໍ ທາງຕອນກາງຂອງປະເທດເມື່ອວັນທີ 28 ມິຖຸນາທີ່ມີຜູ້ບາດເຈັບ 8 ຄົນ ມີກຸ່ມໄອເອສເຂົ້າກ່ຽວຂ້ອງ ເພາະພົວວ່າຊາຍ 2 ຄົນທີ່ຖືກຈັບກຸມໄດ້ຮັບຄຳສັ່ງຈາກຊາຍມາເລເຊຍຄົນໜຶ່ງໃນຊີເຣຍໃຫ້ກໍ່ການຮ້າຍໃນມາເລເຊຍ ຕ່າງຈາກທີ່ຕຳຫຼວດມາເລເຊຍລະບຸກ່ອນໜ້ານີ້ວ່າ ເຫດການດັ່ງກ່າວເປັນການແກ້ແຄ້ນສ່ວນຕົວ ຫຼື ເປັນສີມືຂອງຄູ່ແຂ່ງທາງທຸລະກິດ ຂະນະນີ້ທາງການກຳລັງຕາມລ່າຕົວຜູ້ຕ້ອງສົງໄສອີກ 2 ຄົນ.

ຕຳຫຼວດມາເລເຊຍຖະແຫລງເລື່ອງຂ່າວຈັບກຸມຊາວມາເລເຊຍຕ້ອງສົງໄສເປັນສະມາຊິກໄອເອສຢູ່ສະເໝີ ແຕ່ບໍ່ລົງໃນລາຍລະອຽດເຮັດໃຫ້ຝ່າຍຄ້ານຕຳໜິວ່າ ລັດຖະບານເກັບເລື່ອງປາບປາມການກໍ່ການຮ້າຍໄວ້ເປັນຄວາມລັບທຳໃຫ້ບໍ່ສາມາດປະເມີນໄພກໍ່ການຮ້າຍທີ່ແກ້ຈິງໄດ້.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...