spot_img
Homeນານາສາລະຂາຍເລກ ເປັນອາຊີບທີ່ສຸຈະລິດຫລືບໍ່? (ສຳພາດຕົວຈິງ)

ຂາຍເລກ ເປັນອາຊີບທີ່ສຸຈະລິດຫລືບໍ່? (ສຳພາດຕົວຈິງ)

Published on

IMG_25571205_160208

(ພາບປະກອບ : ການຂາຍເລກຢູ່ໜ້າຕະຫລາດທ່າງ່ອນ)

ຕາມທັດສະນະຂອງທ່ານ ການຂາຍເລກດີຫລືບໍ່?

(ມີຜູ້ຄົນສົງໄສຢູ່ຫລວງຫລາຍພາຍມາກໃນສັງຄົມປັດຈຸບັນນີ້ ມີຫລາຍຄົນເຄີຍເຂົ້າວັດໄປຖາມພະຖາມສົງມາກ່ອນ ແລ້ວຕາມທັດສະນະຂອງທ່ານນັ້ນ ການຂາຍເລກມັນເປັນຈັ່ງໃດ? ດີຫລືບໍ່ດີ?)

ທຸກມື້ນີ້ ເຮົາຈະສັງເກດເຫັນວ່າ ມີຮ້ານຂາຍເລກເຕັມໄປທົ່ວທຸກບ່ອນ ໂດຍສະເພາະກໍແມ່ນຕອນໃກ້ຄ່ຳຕາມຫົນທາງສາຍສຳຄັນ ເຮົາຈະເຫັນຜູ້ມີອາຍຸນ້ອຍຈົນໄປຮອດຜູ້ມີອາຍຸຫລາຍ ພາກັນນັ່ງຂາຍເລກຢູ່ຢ່າງເອົາໃຈໃສ່ໃນວຽກຂອງຕົນ ມີຜູ້ຄົນໄປຊື້ນຳຢ່າງມາກມາຍຫລວງຫລາຍ ເພື່ອຫວັງໃນໂຊກລາບ 2-3 ໂຕ. ອັນນີ້ກະບໍ່ວ່າກັນເນາະ ຕາມສະພາບສັງຄົມເປັນຢູ່ໃນປັດຈຸບັນ ທຸກຄົນຕ້ອງດິ້ນຮົນໃນການຫາລ້ຽງຊີບ ໃຫ້ຢູ່ອີມກິນອີ່ມ (ຜູ້້ິຂ້າໄດ້ຍິນໄດ້ຟັງມາຈາກຜູ້ມີຄວາມຮູ້ວ່າ ໃນປະເທດທີ່ຈະເລີນແລ້ວ ຮ້ານເລັກຮ້ານນ້ອຍທີ່ຢູ່ຕາມຫົນທາງ ສ່ວນຫລາຍແລ້ວແມ່ນຮ້ານຂາຍເຄື່ອງເລັກໆນ້ອຍໆ ພ້ອມທັງຂາຍໜັງສືພິມຫລືຂາຍປຶ້ມພ້ອມ ອັນນີ້ຊິເປັນຄວາມຈິງຫລືເທັດແນວໃດກະບໍ່ຮູ້?) ມື້ນີ້ຜູ້ຂ້າມີບົດສຳພາດຈາກຜູ້ຂາຍເລກຄົນໜຶ່ງ ເຊິ່ງເປັນເຍົາວະຊົນຢູ່ ເພິ່ນຖືອາຊີບນີ້ໃນການຫາເງິນຫາຄຳ ເພື່ອໃຊ້ເຂົ້າໃນການຮໍ່າຮຽນ ໃນທັດສະນະຂອງນາງນັ້ນເປັນຈັ່ງໃດ? ເຊີນອ່ານໄດ້ລຸ່ມນີ້ :

C360_2557-12-05-17-31-45-690

ແນະນຳ : ນ້ອງຊື່ ນາງແຕງໂມ ສຸກດາລາວັນ ອາຍຸ 14 ປີ ຮຽນຢູ່ມັດທະຍົມປີທີ່ 4 ມສ ທ່າງ່ອນ

ບຸນສົ່ງ : ນ້ອງຂາຍເລກມາດົນປານໃດແລ້ວ ?

ແຕງໂມ : ນ້ອງຂາຍເລກມາໄດ້ປະມານ 2 ປີ

ບຸນສົ່ງ : ເປັນຫຍັງຈຶ່ງມາຂາຍເລກ ?

ແຕງໂມ : ຍ້ອນຢາກຂາຍແດ່ ຫາເງິນເຂົ້າໃຊ້ໃນຊີວິດປະຈຳວັນຂອງຕົນເອງ

ບຸນສົ່ງ : ວຽກອື່ນເດ ມີເຮັດບໍ່ ?

ແຕງໂມ : ບໍ່ ???

ບຸນສົ່ງ : ມີລາຍໄດ້ຫລາຍບໍ່ ?

ແຕງໂມ : ລາຍໄດ້ຈາກການຂາຍເລກແມ່ນ 2,5 %, ຂາຍອາທິດລະ 2 ເທື່ອ ວັນອັງ ຄານ ແລະວັນສຸກ.

ບຸນສົ່ງ : ການຂາຍເລກນີ້ ນ້ອງຂາຍເລກປະເພດໃດ ?

ແຕງໂມ : ຫວຍພັດທະນາ (ອອນລາຍ)

ບຸນສົ່ງ : ໃນການຂາຍເລກ ມີຜົນກະທົບແນວໃດຕໍ່ກັບການຮຽນ ?

ແຕງໂມ :  ກະບໍ່ມີປານໃດ ? ເພາະວ່າເຮົາເລີກຮຽນມາ ເຮົາກະມາຂາຍໂດຍອາໄສຕອນແລງ ຕອນສວາຍເຮົາກະເລາະ !

ບຸນສົ່ງ : ຖ້າບໍ່ໄດ້ຂາຍເລກເດ ! ຊິຫາວຽກອັນອື່ນເຮັດແນວໃດ ? ຄິດວ່າຢາກເຮັດວຽກຫຍັງ ?

ແຕງໂມ : ເສີບ

ບຸນສົ່ງ : ເວລາຂາຍເລກໃຊ້ເວລາດົນບໍ່ ?

ແຕງໂມ : ເລີກຮຽນ 4 ໂມງເຄິ່ງ ສົ່ງຫົວເລກ 8 ໂມງຍັງ ເລກອອກ 8 ໂມງເຄິ່ງ ໃຊ້ປະມານ 2 ຊົ່ວໂມງ

ບຸນສົ່ງ : ຄົນທີ່ມາຊື້ມີຖານະແນວໃດ ? ເປັນຄົນແນວໃດ ?

ແຕງໂມ :  ທຳມະດາ ຄົນຕາມແຖວບ້ານ ຄົນອ້ອມຂ້າງ

ບຸນສົ່ງ : ນ້ອງມີຄວາມຫວັງແນວໃດບໍ້ໃນອະນາຄົດ ?

ແຕງໂມ : ຂາຍເລກໄປເລື້ອຍໆ ຄັນຮຽນຈົບກະຢາກມີອາຊີບເປັນຂອງຕົນເອງ ຂາຍເລກໄປດົນໆຈົນກວ່າຊິໄດ້ລູກໄດ້ຜົວ

ບຸນສົ່ງ : ການຂາຍເລກ ເຮົາຊິຮູ້ແນວໃດ ? ວ່າມັນອອກ

ແຕງໂມ : ຮູ້ນຳເຂົາເຈົ້າ ! ເອົາຫົວເລກມານຳແມ່ ມັນອອກສະເພາະວັນອັງຄານ ແລະວັນສຸກ ຖ້າວ່າເປັນວັນຊາດຄືຫວ່າງກີ້ນິ ມັນຖືກວັນອັງຄານ ເພິ່ນກະເລື່ອນມາວັນພຸດແທນ.

ບຸນສົ່ງ : ຄິດແນວໃດນໍ້ກ່ຽວກັບອາຊີບນີ້

ແຕງໂມ : ກະດີ ເພາະວ່າເຮົາໄດ້ໃຊ້ເງິນໃນການຂາຍເລກນີ້ມາໝູນໃຊ້ໃນຊີວິດປະຈຳວັນ ໄປໂຮງຮຽນກະຈ່າຍຄ່ານີ້ຄ່ານັ້ນແທນ ປະຢັດເງິນພໍ່ແມ່ໄປ.

 

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...