Homeຂ່າວການພັດທະນາອົງການອາຫານໂລກ ໃຫ້ທຶນສະໜັບສະໜູນໂຄງການໂພຊະນາການເພື່ອແມ່ ແລະ ເດັກ ມູນຄ່າ 8 ລ້ານໂດລາ

ອົງການອາຫານໂລກ ໃຫ້ທຶນສະໜັບສະໜູນໂຄງການໂພຊະນາການເພື່ອແມ່ ແລະ ເດັກ ມູນຄ່າ 8 ລ້ານໂດລາ

Published on

ອົງການອາຫານໂລກ ປະຈໍາ ສປປ.ລາວ ໄດ້ໃຫ້ທຶນສະໜັບສະໜູນກະຊວງສາທາລະນະສຸກ ເພື່ອຈັດຕັ້ງປະຕິບັດວຽກງານໂພຊະນາການເພື່ອແມ່ ແລະ ເດັກໃນ ສປປ.ລາວ ໂດຍສະເພາະແມ່ນເນັ້ນໃສ່ການຂາດສານອາຫານຊໍາເຮື້ອໃນເດັກອາຍຸຕໍ່າກວ່າ 2 ປີ ຂອງຍຸດທະສາດ ແລະ ຂອບແຜນງານສໍາລັບການບໍລິການແບບເຊື່ອມສານສຸຂະພາບແມ່ ແລະ ເດັກເກີດໃໝ່ ເຊິ່ງມີໄລຍະປະຕິບັດ 1 ປີ ຮວມມູນຄ່າທັງໝົດ 8 ລ້ານໂດລາສະຫະລັດ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນການໃຫ້ທຶນສະໜັບສະໜູນກະຊວງສາທາລະນະສຸກ ເພື່ອຈັດຕັ້ງປະຕິບັດວຽກງານໂພຊະນາການເພື່ອແມ່ ແລະ ເດັກໃນ ສປປ.ລາວ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 01 ມິຖຸນາ 2016 ທີ່ກະຊວງສາທາລະນະສຸກ ເຊິ່ງຕາງໜ້າລັດຖະບານ ສປປ.ລາວ ກໍຄືກະຊວງສາທາລະນະສຸກ ຮ່ວມລົງນາມໂດຍທ່ານ ຮສ.ດຣ.ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ ຊາຣາ ກໍດອນ-ກິບສັນ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາ ສປປ.ລາວ ມີຫົວໜ້າກົມ ພະນັກງານວິຊາການທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

         ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ ແຜນງານໂພຊະນາການເພື່ອແມ່ ແລະ ເດັກ ແມ່ນແຜນງານຫຼຸດຜ່ອນການຂາດສານອາຫານຊໍາເຮື້ອ ຫຼື ລວງສູງບໍ່ໄດ້ມາດຕະຖານ ແລະ ການຂາດຈຸນລະສານອາຫານ ໂດຍການເອົາໃຈໃສ່ 1.000 ວັນທໍາອິດຂອງຊີວິດ ເຊິ່ງເລີ່ມນັບຕັ້ງແຕ່ຖືພາ ຈົນເຖິງເດັກເກີດມາມີອາຍຸຄົບຮອດ 2 ປີ ສໍາລັບກິດຈະກໍາຕ່າງໆຂອງແຜນງານປະກອບມີ (1) ແມ່ຍິງຖືພາ ແລະ ແມ່ຫຼັງເກີດ ໃນນັ້ນສົ່ງເສີມໃຫ້ກິນອາຫານທີ່ຫຼາກຫຼາຍ ສົມທົບກັບການແຈກຢາຍອາຫານເສີມສໍາເລັດຮູບ (ນິວຕຣີບັດເຕີ້) ເປັນອາຫານເສີມທີ່ໃຫ້ພະລັງງານ ວິຕາມິນ ແລະ ແຮ່ທາດຈໍາເປັນໄລຍະຖືພາ ແລະ 6 ເດືອນຫຼັງເກີດ ເປັນໄລຍະຕ້ອງໃຫ້ລູກກິນນົມແມ່ພຽງຢ່າງດຽວ ນອກນັ້ນ ຍັງຊຸກຍູ້ໃຫ້ແມ່ໄປຝາກທ້ອງ ໄປເກີດລູກ ແລະ ກວດຫຼັງເກີດຢູ່ໂຮງໝໍ ແລະ ສຸກສາລາ ໂດຍການໃຫ້ເຂົ້າສານເປັນສິ່ງຈູງໃຈ (2) ສໍາລັບເດັກນ້ອຍ 6-23 ເດືອນ (ຕໍ່າກວ່າ 2 ປີ) ຈະໄດ້ຮັບອາຫານເສີມສໍາເລັດຮູບສໍາລັບເດັກ (ປໍາປີໂດດ) ເຊິ່ງເສີມຈາກການໃຫ້ອາຫານອື່ນໆຕາມປົກກະຕິຂອງເດັກ ແລະ (3) ໂຄງການຈັດໃຫ້ມີການເຝິກອົບຮົມກ່ຽວກັບໂພຊະນາການຢູ່ຂັ້ນບ້ານ ໂດຍການຮ່ວມມືກັບອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ພະແນກສາທາລະນະສຸກແຂວງ ຫ້ອງການສາທາລະນະສຸກເມືອງ ແລະ ສະຫະພັນແມ່ຍິງ ສ່ວນແຜນວຽກນີ້ແມ່ນພວມຈັດຕັ້ງປະຕິບັດຢູ່ 16 ເມືອງຂອງ 3 ແຂວງເປົ້າໝາຍຄື ຫຼວງນໍ້າທາ ອຸດົມໄຊ ແລະ ແຂວງເຊກອງ ເຊິ່ງກິດຈະກໍາຕ່າງຂອງແຜນງານໃນປີ 2016 ນີ້ ແມ່ນສອດຄ່ອງກັບແຜນຍຸດທະສາດແຫ່ງຊາດວ່າດ້ວຍໂພຊະນາການ 2016-2025 ແລະ ແຜນປະຕິບັດງານ 2016-2020 ແລະ ຂອບເຂດແຜນວຽກພັດທະນາຂອງອົງການສະຫະປະຊາຊາດ (UNDAF) 2016-2020.

ລັດຖະມົນຕີກະຊວງສາທາລະນະສຸກ ຍັງໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນຈາກອົງການອາຫານໂລກ ຖືເປັນການປະກອບສ່ວນໃຫ້ແກ່ລັດຖະບານລາວ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະແມ່ນເປົ້າໝາຍທີ 2 ກໍຄືການປັບປຸງສະພາບໂພຊະນາການ ເນັ້ນໜັກໃສ່ໂພຊະນາການຂອງແມ່ ແລະ ເດັກ ເຊິ່ງເປັນບູລິມະສິດຂອງລັດຖະບານທີ່ພວມເອົາໃຈໃສ່ ແລະ ຫວັງຢ່າງຍິ່ງວ່າ ອົງການອາຫານໂລກຈະສືບຕໍ່ໃຫ້ການສະໜັບສະໜູນເພີ່ມເຕີມດ້ານວິຊາການ ແລະ ຮ່ວມມືກັບກະຊວງສາທາລະນະສຸກ ໃນການຈັດຕັ້ງປະຕິບັດແຜນງານດັ່ງກ່າວໃຫ້ມີປະສິດທິຜົນ.

ຂະນະທີ່ຜູ້ຕາງໜ້າອົງການອາຫານໂລກປະຈໍາລາວ ກໍໄດ້ສະແດງຄວາມຊົມເຊີຍມາຍັງພາກສ່ວນທີ່ກ່ຽວຂ້ອງ ທີ່ເຮັດໃຫ້ການຈັດຕັ້ງປະຕິບັດກິດຈະກໍາຕ່າງໆຂອງແຜນງານໃນໄລຍະຜ່ານມາມີຜົນສໍາເລັດ ແລະ ສະແດງໃຫ້ເຫັນການຊ່ອຍເຫຼືອໄປເຖິງຜູ້ໄດ້ຮັບຜົນປະໂຫຽດຢ່າງແທ້ຈິງ ພ້ອມກັນນີ້ ອົງການອາຫານໂລກກໍມີຄວາມຍິນດີທີ່ມີໂອກາດເປັນສ່ວນນຶ່ງໃນການປະກອບສ່ວນເພື່ອໃຫ້ຄວາມພະຍາຍາມຂອງລັດຖະບານໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ບັນລຸຜົນສໍາເລັດໃນປີ 2030.

ຂ່າວ/ພາບ: ເທບພະວົງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...