spot_img
Homeຂ່າວທ້ອງຖິ່ນ5 ປີສານປະຊາຊົນແຂວງຫົວພັນ ແກ້ໄຂຄະດີໄດ້ 600 ກວ່າເລື່ອງ

5 ປີສານປະຊາຊົນແຂວງຫົວພັນ ແກ້ໄຂຄະດີໄດ້ 600 ກວ່າເລື່ອງ

Published on

ຕາມຂໍ້ມູນຈາກສານປະຊາຊົນແຂວງຫົວພັນໃຫ້ຮູ້ວ່າ: ​ໃນ​​ໄລຍະ 5 ປີຜ່ານມາ ມີຄະດີເຂົ້າມາສານປະຊາຊົນແຂວງ​ ​ແລະສານເຂດໃນແຂວງຫົວພັນ ທັງໝົດ 672 ​ເລື່ອງ, ​ແກ້ໄຂແລ້ວ 640 ​ເລື່ອງເທົ່າກັບ 95,2%, ຍັງຄ້າງ 32 ​ເລື່ອງເຊິ່ງເປັນຄະດີເຂົ້າມາໃໝ່ແລະ ບາງເລື່ອງຂໍ້ມູນ ຍັງພວມດຳເນີນຄະດີຕື່ມ.

ຂະນະດຽວກັນ ກໍໄດ້ສົ່ງຄຳຕັດສິນແລະ ຄຳພິພາກສາຂອງສານ ທີ່ໃຊ້ໄດ້ເດັດຂາດ ໃຫ້ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ຂຶ້ນກັບພະແນກຍຸຕິທຳແຂວງຈຳນວນ 248 ສຳນວນ ມີມູນຄ່າຮ່ວງມອບລັດ 9,6 ຕື້ກວ່າກີບ, ​ເງິນ​​ໂດລາ 63.630 ​ໂດລາສະຫະລັດ, ​ເງິນດົງ ຫວຽດນາມ 733.000 ດົງ, ​ເງິນບາດໄທ 33.540ບາດແລະ ມອບສົ່ງຄືນໃຫ້​​ບຸກຄົນ ແລ້ວຈຳນວນໜຶ່ງ; ​ໄດ້ຕັດສິນຮິບຂອງກາງຄະດີ ທີ່ນຳໃຊ້ເຂົ້າໃນການກະທຳຜິດ​ ​ເປັນຕົ້ນ ເຮໂລອິນແທ້ 16,747 ກິໂລກ, ​ເຮໂຣອິນປອມເກືອບ 40 ກິໂລກແລະ 4 ​ແທ່, ຢາບ້າ 8 ກິໂລກ, ຢາບ້າປອມ 240 ກຣາມ, ຝິ່ນ 500 ກຣາມແລະ ອຸປະກອນຢາເສບຕິດ​, ລົດໃຫຍ່ 3 ຄັນ, ລົດຈັກ 75 ຄັນ,ລົດຖີບ 6 ຄັນແລະ ໂທລະສັບ 67 ​ເຄື່ອງ.

 

ທີ່ມາ: http://kpl.gov.la/detail.aspx?id=14528

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...