spot_img
Homeຂ່າວທ້ອງຖິ່ນຫົວພັນໃສ່ໃຈພິເສດຜະລິດ ເຂົ້າໄກ່ນ້ອຍໃຫ້ວິຊາການ 5 ເມືອງຮຽນຮູ້ເພີ່ມ

ຫົວພັນໃສ່ໃຈພິເສດຜະລິດ ເຂົ້າໄກ່ນ້ອຍໃຫ້ວິຊາການ 5 ເມືອງຮຽນຮູ້ເພີ່ມ

Published on

ຂ່າວ: ນິດ​ຖະ­ໜອມ

   ເຂົ້າ​ໄກ່​ນ້ອຍ​ທີ່​ປູກ​ໄດ້​ໃນ​ບໍ່​ເທົ່າ­ໃດແຂວງ​ໃນ​ລາວກຳ­ລັງ​ເປັນ​ທີ່​ ນິ­ຍົມ​ຂອງຜູ້​ບໍ­ລິ­ໂພກ​ນັບ​ມື້​ຫຼາຍ​ຂຶ້ນລວມ​ທັງ​ໂຮງງານ​ອຸດ­ສາ­ຫະ­ກຳສິ່ງ ​ເຫຼົ່າ​ນີ້​ໄດ້​ກາຍ­ເປັນແຮງ​ຈູງ​ໃຈ​ໃຫ້​ກັບ​ແຂວງ​ທີ່​ມີ​ທ່າ­ແຮງເກີດ​ຄວາມ​ ກະ​ຕື​ລື​ລົ້ນ​ຢາກ​ໝຸນ​ໃຊ້​ພື້ນ​ທີ່​ນາປູກ​ເຂົ້າ​ຊະ­ນິດ​ນີ້​ເປັນ​ ສິນ­ຄ້າເຊັ່ນ​ດຽວກັບ​ແຂວງ​ຫົວ­ພັນ ຊຶ່ງ​ໄດ້​ຈັດ­ການ​ຝຶກ​ອົບຮົມ​ໃຫ້​ວິ­ຊາ​ການ​ດ້ານ​ກະ­ສິ­ກຳ​ຈາກ 5 ເມືອງ ແນ­ໃສ່​ເສີມ​ທັກ​ສະ​ຄວາມ​ສາ­ມາດໃຫ້​ພະ­ນັກ­ງານ​ທີ່​ໄດ້​ຜ່ານ​ການ​ຍົກ​ ລະ­ດັບສາ­ມາດ​ນຳ​ເອົາ​ຄວາມ​ຮູ້, ວິ­ຊາ​ການ​ໄປຊ່ວຍ​ປະ­ຊາ­ຊົນ​ຜູ້​ເຮັດ​ຕົວ​ຈິງ​ໃຫ້​ໄດ້­ຜົນຜະ­ລິດ​ສູງ.

   ຊຸດ​ຝຶກ​ອົບ­ຮົມ​ໃຫ້​ພະ­ນັກ­ງານ​ວິ­ຊາ​ການ​ຈາກ​ຫ້ອງ­ການ​ກະ­ສິ­ກຳ 5 ເມືອງປະ­ກອບ​ມີ​ເມືອງ​ຊຳ​ເໜືອ, ວຽງ​ໄຊ, ສົບເບົາ, ຫົວ​ເມືອງ, ແລະ ເມືອງ​ຮ້ຽມໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 2Œ4 ມິ­ຖຸ­ນາ ປີ 2014 ນີ້ ພາຍ​ໃຕ້​ການ​ຮ່ວມ​ມື​ຂອງ​ໂຄງ­ການ​ພັດ­ທະ­ນາ​ຕ່ອງ​ໂສ້​ການ​ຜະ­ລິດ​ແນວ​ພັນ ແລະ ສຶກ​ສາ​ລັກສະ­ນະ​ແນວ​ພັນ​ເຂົ້າ​ໄກ່​ນ້ອຍ​ສົມ­ທົບ​ກັບ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້​ແຂວງ​ຫົວ­ພັນ ຊຶ່ງ​ມີ​ນັກ​ສຳ​ມະ​ນາ​ກອນ​ມາ​ເຂົ້າ​ຮ່ວມ​ທັງ​ໝົດ 15 ຄົນ.

   ການ​ຝຶກ​ອົບ­ຮົມ​ໃນ​ຄັ້ງ​ນີ້ມີ​ຈຸດ­ປະ­ສົງ ເພື່ອ​ສ້າງ​ເງື່ອນ­ໄຂ ແລະ ຂະ​ບວນ​ການ​ຂອງ​ການ​ຜະ­ລິດ​ແນວ​ພັນ​ເຂົ້າ​ໄກ່​ນ້ອຍໃຫ້​ມີ​ຄວາມ​ບໍ­ລິ­ສຸດ, ຄຸນ​ນະ​ພາບ​ເມັດ​ພັນດີ ແລະ ໄດ້​ມາດ­ຖານ​ຕາມ​ລະ­ບຽບ​ການ ເພື່ອ​ຕອບ​ສະ­ໜອງ​ເມັດ​ພັນ​ທີ່​ມີ​ຄຸນ​ນະພາບເພີ່ມ​ມູນ​ຄ່າ​ການ​ຜະ­ລິດ​ເຂົ້າ ​ໄກ່​ນ້ອຍ​ໃຫ້ຫຼາຍ​ຂຶ້ນ.

   ທັງ​ນີ້ ກໍ​ຍ້ອນ​ວ່າ​ຫົວ­ພັນ​ເປັນ​ແຂວງ​ທີ່​ມີ​ທ່າ­ແຮງ​ດ້ານ​ການ​ຜະ­ລິດ​ເຂົ້າ​ໄກ່​ ນ້ອຍ ມາ​ຮອດ​ປະ­ຈຸ​ບັນ​ມີ​ເນື້ອ­ທີ່​ນາ​ປູກ​ເຂົ້າ​ທັງໝົດ 12.110 ເຮັກ­ຕາ ໃນ​ນັ້ນ ມີ​ເນື້ອ­ທີ່​ນາສະ­ເພາະ​ປູກ​ເຂົ້າ​ໄກ່​ນ້ອຍ 6.061 ເຮັກຕາ ສະ­ມັດ­ຖະ­ພາບ​ການ​ຜະ­ລິດ​ໄດ້​ທັງ​ໝົດ 27.274 ໂຕນ​ຕໍ່​ປີ, ສະ­ມັດ­ຖະ­ພາບ​ສະ­ເລ່ຍ​ແມ່ນ 4,5 ໂຕນ​ຕໍ່​ເຮັກ­ຕາ.

   ໃນ​ທົ່ວ​ແຂວງ​ຫົວ­ພັນ​ເມືອງ​ທີ່​ມີ​ທ່າ­ແຮງ​ໃນ​ການ​ຜະ­ລິດ​ເຂົ້າ​ໄກ່​ນ້ອຍ​ ທີ່​ສຸດ​ແມ່ນ​ຢູ່​ເມືອງ​ຊຳ​ເໜືອ ແລະ ເມືອງ​ວຽງ​ໄຊຍ້ອນ​ພູມ​ອາ­ກາດ​ໜາວ​ເຢັນ​ເໝາະ​ສົມ​ກັບ​ການ​ປູກ​ເຂົ້າ​ໄກ່​ນ້ອຍ ​ທີ່​ມີ​ຄຸນ​ນະ​ພາບ  ແລະ ເອ­ກະ­ລັກ​ຂອງ​ເຂົ້າ​ໄກ່​ນ້ອຍ​ຢ່າງ​ແທ້​ຈິ່ງ.

   ຢ່າງ­ໃດ​ກໍ​ຕາມອີງ­ໃສ່​ຄວາມ​ຕ້ອງການ​ຂອງ​ຕະ­ຫຼາດ ຊຶ່ງ​ການ​ນຳ​ພັກŒລັດ ແຂວງ​ຫົວ­ພັນ​ເຫັນ​ວ່າການ​ປູກ​ເຂົ້າ​ໄກ່ນ້ອຍ​ຈະ​ເປັນ​ຫົນ­ທາງ​ໜຶ່ງ​ທີ່​ຊ່ວຍ ​ໃຫ້ຊາວ​ກະ­ສິ­ກອນ​ຫຼຸດ​ພົ້ນ​ອອກ​ຄວາມ­ທຸກຍາກ ແລະ ມີ​ຢູ່​ມີ​ກິນ ໄດ້​ຈິ່ງ​ກຳ­ນົດ​ເອົາ 5 ເມືອງ ແລະ 41 ກຸ່ມ​ບ້ານ​ເປົ້າ​ໝາຍ​ເພື່ອ​ເຮັດ​ການ​ທົດ​ລອງ​ປູກ​ເຂົ້າ​ໄກ່​ນ້ອຍ ໂດຍ​ໄດ້​ແນວ​ພັນ​ມາ​ທົດ​ລອງ​ໃນ 3 ກຸ່ມ​ຄື: ເຂົ້າ​ໄກ່​ນ້ອຍ​ແດງ, ເຂົ້າ​ໄກ່​ນ້ອຍ​ລາຍ, ເຂົ້າ​ໄກ່​ນ້ອຍ​ເຫຼືອງ. ທັງ​ນີ້ ກໍ​ເພື່ອ​ເສີມ​ສ້າງ​ຄວາມ​ເຂັ້ມ­ແຂງ, ຄວາມ​ສາມາດ​ຂອງ​ຄອບ­ຄົວ​ຊາວ​ກະ­ສິ­ກອນ​ທີ່​ດຳ­ເນີນ​ການ​ຜະ­ລິດ​ເມັດ​ພັນ​ ເຂົ້າ​ໃຫ້​ເປັນ​ທີ່​ຍອມ­ຮັບ, ເປັນ​ທ່າ­ແຮງ​ຂອງ​ແຂວງ, ຜະລິດ​ເປັນ​ສິນ­ຄ້າ, ບໍ­ລິ­ໂພກ, ສົ່ງ​ອອກ​ຕ່າງແຂວງ​ທົ່ວ​ປະ­ເທດ​ເພື່ອ​ແກ້​ໄຂ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ ກະ­ສິ­ກອນ​ພາຍ​ໃນ​ແຂວງ​ໃຫ້​ມີ​ການ​ພັດ­ທະ­ນາ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ຂອບໃຈຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...