spot_img
Homeຂ່າວການພັດທະນາທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດໄທ

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດໄທ

Published on

ໃນວັນທີ 28 ມິຖຸນາ 2016 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບທ່ານ ນົບພະດົນ ເທບພິທັກ, ເອກອັກຄະລັດຖະທູດ ແຫ່ງຣາຊະອານາຈັກໄທຄົນໃໝ່ ປະຈຳ ສປປ ລາວ ໃນໂອກາດມາປະຕິບັດໜ້າທີ່ຢູ່ ສປປ ລາວ.

941

ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ, ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ທ່ານ ນົບພະດົນ ເທບພິທັກ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງຣາຊະອານາຈັກໄທຄົນໃໝ່ ປະຈຳລາວ ພ້ອມທັງ ຫວັງວ່າທ່ານທູດ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືທີ່ດີ ຂອງສອງປະເທດ ໃຫ້ນັບມື້ນັບ ແໜ້ນແຟ້ນຂຶ້ນກວ່າເກົ່າ. ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກັບທ່ານເອກອັກຄະລັດຖະທູດຄົນໃໝ່ ບາງວຽກງານ ເປັນຕົ້ນແມ່ນ: ການເພີ່ມທະວີການ ຮ່ວມມືກັນ ໃນການຮັກສາຄວາມສະຫງົບ, ການສະກັດກັ້ນການເຄື່ອນໄຫວ ຂອງກຸ່ມຄົນບໍ່ຫວັງດີ, ການລັກລອບຂົນສົ່ງຢາເສບຕິດ, ບັນຫາແຮງງານລາວ ທີ່ໄປເຄື່ອນໄຫວ ເຮັດວຽກຢູ່ໄທ ແລະ ບັນຫາອື່ນໆ.

ໃນໂອກາດດຽວກັນ, ທ່ານ ນົບພະດົນ ເທບພິທັກ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ຮັບຄວາມໄວ້ວາງໃຈ ຈາກພັກ-ລັດຖະບານ ກໍ່ຄື ປະຊາຊົນລາວບັນດາເຜົ່າ ທີ່ໄດ້ຮັບການດຳລົງຕຳແໜ່ງ ເປັນຮອງນາຍົກລັດຖະມົນຕີ ພ້ອມທັງ ຢືນຢັນວ່າ ຈະຕັ້ງໜ້າປະຕິບັດໜ້າທີ່ ຈົນສຸດຄວາມສາມາດຂອງຕົນ ເພື່ອເຮັດໃຫ້ ການພົວພັນຮ່ວມມືທີ່ດີ ຂອງສອງປະເທດ ໃຫ້ນັບມື້ນັບໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ແຫລ່ງ: ສຳນັກງານນາຍົກລັດຖະມົນຕີ
ຜູ້ຂຽນ: ບຸນສະຖຽນ/ວັນນະສິນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...