spot_img
Homeຂ່າວພາຍ​ໃນລາວ-ໄອເຕັກໃຫ້ສະຖານທີ່ຂາຍລ້າ ແມ່ຄ້າຈາກຕະຫຼາດທົ່ງຂັນຄຳ

ລາວ-ໄອເຕັກໃຫ້ສະຖານທີ່ຂາຍລ້າ ແມ່ຄ້າຈາກຕະຫຼາດທົ່ງຂັນຄຳ

Published on

    ໂດຍ​ປະ­ຕິ­ບັດ​ ຕາມ​ນະ­ໂຍ­ບາຍຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ມີ​ຕໍ່​ຊາວຄ້າ­ຂາຍ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກອັກ­ຄີ​ໄພ​ທີ່​ເກີດ​ ຂຶ້ນ​ຢູ່​ຕະ­ຫຼາດ​ທົ່ງ​ຂັນ​ຄຳໃນ​ຕົ້ນ​ປີ​ນີ້ນະ­ຄອນ­ຫຼວງ​ໄດ້​ມອບ​ໝາຍໃຫ້​ ບໍ­ລິ­ສັດ​ລາວ​ເວີນເປັນ​ຜູ້​ຊ່ວຍ​ສະ­ໜັບສະ​ໜູນ​ດ້ານ​ທຶນ­ຮອນສະ­ຖານ­ທີ່ ແລະ ການ​ປຸກ​ສ້າງ ແລະ ມອບ​ໝາຍ​ໃຫ້​ພະ ແນກ​ອຸດ­ສາ­ຫະ­ກຳŒການ​ຄ້າ ສົມ­ທົບ​ກັບ ພາກ­ສ່ວນ​ກ່ຽວ­ຂ້ອງ​ເປັນ​ຜູ້​ຄຸ້ມ​ຄອງ, ຈັດ ສັນ ເພື່ອ​ຮອງ​ຮັບ ແລະ ອຳ­ນວຍ​ຄວາມສະ­ດວກ​ໃຫ້​ຊາວ​ຄ້າ­ຂາຍ​ຈາກ​ຕະ­ຫຼາດ ທົ່ງ​ຂັນ​ຄຳ​ໄດ້​ດຳ­ເນີນ​ການ​ຄ້າ­ຂາຍ​ຢູ່​ຕະຫຼາດ​ຊົ່ວ­ຄາວ​ລາວŒໄອ​ເຕັກແຫ່ງ​ ນີ້​ຈົນກວ່າ​ການ​ປຸກ​ສ້າງ​ສູນ​ການ​ຄ້າ​ຕະ­ຫຼາດ ທົ່ງ​ຂັນ​ຄຳຫຼັງ​ໃໝ່​ສຳ­ເລັດ ຫຼື ປະ­ມານ ປີ​ກວ່າ​ແລ້ວ​ຈິ່ງ​ຍົກ­ຍ້າຍ​ຊາວ​ຄ້າ­ຂາຍກັບ​ຄືນ ແລະ ຢຸດ​ເຊົາ​ຕະ­ຫຼາດ​ຊົ່ວ­ຄາວແຫ່ງ​ນີ້.

   ມາ​ຮອດ​ປະ­ຈຸ​ບັນ​ການ​ປຸກ​ສ້າງ​ແມ່ນ ສຳ­ເລັດ​ໂດຍ​ພື້ນ­ຖານ​ປະ­ກອບ​ມີ​ຫ້ອງ ຂາຍ​ທັງ​ໝົດ​ຈຳ­ນວນ 432 ລ໋ອກ (ຂະໜາດ 2,5×2,5 ແມັດ, ແຕ່​ລະ​ລ໋ອກ​ປະກອບ​ໂຕະ​ໃຫ້ 1 ໜ່ວຍ, ດອກ­ໄຟ 1 ຫຼອດ, ປັກ​ສຽບ 1 ອັນ), ໄດ້​ຈັດ​ອອກ ເປັນ 6 ເຂດ​ຄື: ເຂດ​ເຄື່ອງ­ນຸ່ງ​ຫົ່ມ, ເຂດເຄື່ອງ­ໃຊ້​ໄຟ​ຟາ ແລະ ເຄື່ອງ­ໃຊ້​ສອຍ​ທົ່ວໄປ, ເຂດ​ເຄື່ອງ​ແຫ້ງ​ຕ່າງໆ, ເຂດ​ຂາຍຊີ້ນ, ປາ, ຜັກ ແລະ ໝາກ​ໄມ້ ແລະ ອື່ນໆມີ​ຫ້ອງ​ນ້ຳ​ຈຳ­ນວນ 20 ຫ້ອງ, ມີ​ເດີ່ນ ຈອດ​ລົດ​ໃຫຍ່​ໄດ້​ປະ­ມານ 475 ຄັນ, ມີ​ບ່ອນ​ຈອດ​ລົດ­ຈັກ, ມີ​ນ້ຳ, ມີ​ໄຟ­ຟ້າ.

   ຖື​ວ່າ​ມາ​ຮອດ​ປະ­ຈຸ​ບັນ​ນີ້​ແມ່ນ​ພ້ອມໃຫ້​ຊາວ​ຄ້າ­ຂາຍ​ຈາກ​ຕະ­ຫຼາດ​ທົ່ງ​ ຂັນ​ຄຳເຂົ້າ​ມາ​ຄ້າ­ຂາຍ​ໄດ້​ເລີ່ມ​ແຕ່​ວັນ​ທີ 5 ມິ​ຖຸນາ​ເປັນ­ຕົ້ນ​ໄປ.

   ສຳ­ລັບ​ນະ­ໂຍ­ບາຍ​ຕໍ່​ຊາວ​ຄ້າ­ຂາຍ​ຄ່າເຊົ່າ​ສະ­ຖານ­ທີ່​ບໍ່​ໄດ້​ເສຍ​ຄ່າ, ສຳ­ລັບ​ຄ່ານ້ຳ, ຄ່າ​ໄຟ­ຟ້າ​ກໍ​ບໍ່​ໄດ້​ເສຍ​ເຊັ່ນ​ກັນ ແຕ່​ກໍຕ້ອງ​ໄດ້​ຊ່ວຍ​ກັນ​ປະ­ຢັດ, ບໍ່​ຟຸມ​ເຟືອຍ ພ້ອມ​ກັນ​ປົກ​ປັກ​ຮັກ­ສາ ແລະ ຮັບ­ປະ­ກັນຄວາມ​ສະ­ອາດ, ຄວາມ​ປອດ​ໄພ ແລະ ເຕັກ­ນິກ​ດ້ານ​ໄຟ­ຟ້າ

   ເພື່ອ​ເປັນ​ການ​ປະ­ກອບ­ສ່ວນ​ໃນ​ການປ້ອງ​ກັນ​ຄວາມ​ສະ­ຫງົບ, ປອດ​ໄພ ແລະ ຄວາມ​ສະ­ອາດ​ຢູ່​ໃນ​ບໍ­ລິ­ເວນ​ຕະ­ຫຼາດ​ນັ້ນ, ຊາວ​ຄ້າ­ຂາຍ​ຈະ​ໄດ້​ຈ່າຍ​ຄ່າ​ປ້ອງ​ກັນເວນ­ຍາມ, ຄ່າ​ອະ­ນາ­ໄມ, ຄ່າ​ບໍ­ລິ­ການດັ່ງ­ກ່າວ​ນີ້​ຈະ​ບໍ່​ສູງ​ກວ່າ​ຄ່າ​ບໍ­ລິ­ການ​ໃນຕະ­ຫຼາດ​ອື່ນໆ ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ.

   ທ່ານ ວິ​ສັນ ນະ​ລົງ​ສັກ ຜູ້​ອຳ­ນວຍການ​ບໍ­ລິ­ສັດ​ລາວ​ເວີນມະ­ຫາ­ຊົນເປີດເຜີຍ​ໃຫ້​ຮູ້​ແລງ​ວັນ​ທີ 5 ມິ­ຖຸ­ນາ​ນີ້​ວ່າ: ຮອດ​ປະ­ຈຸ​ບັນ​ມີ​ແມ່​ຄ້າ​ຈາກ​ຕະ­ຫຼາດ​ທົ່ງຂັນ​ຄຳ​ມາ​ຈັບ­ຈອງ​ແລ້ວ 71 ຄົນຈາກ​ຜູ້ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ທັງ​ໝົດ 243 ຄົນ.

ຂອບໃຈຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ www.sedthakid.la

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...