Homeຂ່າວທ້ອງຖິ່ນເຈົ້າເມືອງໂພນທອງເປີດເຜີຍ ແຮ່ທາດທີ່ພົບຢູ່ເມືອງໂພນທອງບໍ່ແມ່ນຄຳ

ເຈົ້າເມືອງໂພນທອງເປີດເຜີຍ ແຮ່ທາດທີ່ພົບຢູ່ເມືອງໂພນທອງບໍ່ແມ່ນຄຳ

Published on

ດັ່ງທີ່ສື່ມວນຊົນໄດ້ເຜີຍແພ່ເຫດການ ທີ່ປະຊາຊົນແຫ່ກັນໄປເກັບເອົາແຮ່ທາດ ທີ່ຄ້າຍຄືຄຳຈາກຫີນປູທາງ ໃນເຂດວັງເຕົາ-ຊ່ອງເມັກ ໃນວັນທີ 8 ມິຖຸນາ 2016 ທີ່ຜ່ານມານັ້ນ ຫຼ້າສຸດ ທ່ານເຈົ້າເມືອງເມືອງໂພນທອງ ເປີດເຜີຍວ່າແຮ່ທາດທີ່ພົບເຫັນນັ້ນ ບໍ່ແມ່ນຄຳ.

ເຈົ້າເມືອງໂພນທອງໄດ້ອອກມາແຈ້ງເຕື່ອນປະຊາຊົນຢ່າໄປຫຼົງເຊື່ອ ຕໍ່ຂ່າວລືໃນວັນທີ 8 ມິຖຸນາ 2016 ທີ່ວ່າປະຊາຊົນພາກັນໄປເກັບແຮ່ຄຳ ຕິດໃນກ້ອນຫີນ ປູເສັ້ນທາງ 16 A ວັງເຕົ່າ-ຊ່ອງເມັກ ເມືອງໂພນທອງ , ຄວາມຈິງມັນເປັນພຽງແຮ່ທາດທີ່ເອີ້ນວ່າ: ພາຍລາຍ ທີ່ເຈືອປົນກັບກ້ອນຫີນ ບໍ່ສາມາດນຳມາເປັນເສດຖະກິດໄດ້.

ທ່ານ ຂັນຄຳ ສຸລິວົງ
ທ່ານ ຂັນຄຳ ສຸລິວົງ ເລຂາພັກເມືອງ ເຈົ້າເມືອງໆໂພນທອງ

ທ່ານ ຂັນຄຳ ສຸລິວົງ ເລຂາພັກເມືອງ ເຈົ້າເມືອງໆໂພນທອງ ໃຫ້ສຳພາດວ່າ: ຕໍ່ກັບເຫດການທີ່ປະຊາຊົນຊາວເມືອງໂພນທອງ ພາກັນໄປເກັບກ້ອນຫີນທີ່ທາງບໍລິສັດດວງດີກໍ່ສ້າງຂົວ-ທາງ ນຳມາປູຊັ້ນຮອງພື້ນຢູ່ເສັ້ນທາງ 16 A ໃນວັນທີ 8 ມິຖຸນາ 2016 ຢູ່ເຂດບ້ານຫ້ວຍເພັກ ດ້ວຍຄວາມເຂົ້າໃຈຜິດວ່າ ມີແຮ່ທາດຄຳຕິດຢູ່ກັບກ້ອນຫີນ ຈົນເຮັດໃຫ້ກາຍເປັນຂ່າວລື ແລະ ມີຜູ້ຄົນນຳໄປລົງຕາມສື່ອອນໄລຕ່າງໆ ອອກໄປເປັນວົງກວ້າງ. ຕໍ່ກັບບັນຫາດັ່ງກ່າວ ອຳນາດການປົກຄອງເມືອງ ສົມທົບກັບພະແນກພະລັງງານ ແລະ ບໍ່ແຮ່ແຂວງຈຳປາສັກ ນຳເອົາຫີນຂຶ້ນເມືອວິໃຈຢູ່ສູນກາງ ເຊິ່ງຜົນການວິໃຈ ວິເຄາະອອກມາວ່າ ຄວາມຈິງເປັນພຽງແຮ່ທາດ ພາຍລາຍ( PYLITE ) FeS2 ທີ່ເຈື່ອນປົນກັບຫີນ ບໍ່ສາມາດນຳເປັນເສດຖະກິດໄດ້. ດັ່ງນັ້ນຈຶ່ງໄດ້ອອກແຈ້ງລົງເຖິງຮາກຖານກຸ່ມບ້ານ,ບ້ານເປົ້າໝາຍ ແລະ ປະຊາຊົນທຸກທ້ອງຖິ່ນຮັບຮູ້ເຂົ້າໃຈ ແລະ ຂໍໃຫ້ມີສະຕິຢ່າໄປຫຼົງເຊື່ອຂ່າວລືດັ່ງກ່າວ ທີ່ອາດສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ.
ທ່ານ ຂັນນຄຳ ສຸລິວົງ ໃຫ້ຮູ້ຕື່ມວ່າ: ຕາມການລົງເອົາຂໍ້ມູນຕົວຈິງເຂດທີ່ມີແຮ່ທາດ ພາຍລາຍ ທີ່ເຈືອປົນຫີນຢູ່ເຂດບ້ານແກ້ງກາງ ຫຼັກ 30 ເມືອງໂພນທອງ ແມ່ນປະກົດເຫັນຢັ່ງຢາຍທົ່ວບໍລເວນເຂດຂຸດຄົ້ນ, ແຕ່ປະກົດເຫັນສ່ວນຫຼາຍແມ່ນເບື້ອງທິດຕາເວັນອອກ ຂອງເຂດສຳປະທານຂຸດຄົ້ນ ເຊິ່ງເປັນລັກສະນະຮອຍແຊກໃນຊັ້ນຫີນຊາຍ ສູງສຸດບໍ່ເກີນ 20 ຊັງຕີແມັດ ແລະ ຄວາມຍາວບໍ່ເກີນ 1 ແມັດ

ແຮ່ທາດຄ້າຍຄືຄຳ
ຮູບເຫດການປະຊາຊົນແຫ່ກັນໄປເກັບຫີນທີ່ມີແຮ່ທາດຄ້າຍຄືຄຳຕິດ ເມື່ອວັນທີ 8 ມິຖຸນາ 2016


*** ຂ່າວ-ພາບ: ຄຳຫຼ້າ ***

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...