Homeຂ່າວທ້ອງຖິ່ນພະທາດນາງລາວ ແຂວງສະຫວັນນະເຂດ ເກີດມີສະພາບເຊາະເຈື່ອນ

ພະທາດນາງລາວ ແຂວງສະຫວັນນະເຂດ ເກີດມີສະພາບເຊາະເຈື່ອນ

Published on

ວັນ​ທີ 28 ມິ­ຖຸ­ນາ 2016 ນີ້ ທ່ານ ຄຳ​ພູນ ຕຸ​ໄພ­ທູນ ຮອງ​ເຈົ້າ­ແຂວງ​ສະ­ຫວັນ​ນະ​ເຂດ ພ້ອມພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ຈາກ​ແຂວງ ແລະ​ເມືອງວິ­ລະ​ບູ​ລີ ໄດ້​ເຄື່ອນ​ໄຫວ​ລົງ​ຕິດ­ຕາມ​ການ​ຄ້ຳຢັນ​ພະ­ທາດ​ນາງ​ລາວພາຍ­ຫຼັງ​ທີ່​ໄດ້​ຮັບ​ແຈ້ງຈາກ​ອຳ­ນາດ​ການ​ປົກຄອງ​ບ້ານ​ວ່າ: ລະ­ດູ­ຝົນປີ​ນີ້​ເປັນ​ສາ­ເຫດ​ເຮັດ​ໃຫ້ ໂຕ​ພະ­ທາດ​ບາງ​ສ່ວນ ມີ​ການ​ເຊາະ​ເຈື່ອນ ດັ່ງນັ້ນ​ເພື່ອ​ເຮັດ​ໃຫ້​ໂຕ​ພະທາດ​ຍັງ​ຮັກ­ສາ​ຮູບ­ຊົງ ເດີມ​ໄວ້ ຈິ່ງ​ໄດ້​ມີ​ການຄ້ຳ​ຢັນໂຕ​ພະ­ທາດ ແລະ​ປະ­ຈຸ​ບັນ​ກໍ່​ສຳ­ເລັດ​ໄປເປັນ​ທີ່​ຮຽບ​ຮ້ອຍ.

ທ່ານ ນາງ ດາວ​ວອນ ໄຊ​ສຸ​ເລນ ຫົວໜ້າ​ພະ​ແນກ ຖວ​ທ ແຂວງ​ສະ­ຫວັນ​ນະເຂດ​ໃຫ້​ຮູ້​ວ່າ: ການ​ຄ້ຳ​ຢັນ​ໂຕ​ພະ­ທາດນາງ​ລາວ ແມ່ນ​ຈຸດ​ດ້ານ​ທິດ​ຕາມ​ເວັນຕົກ​ເພາະ­ວ່າ​ດ້ານ​ນີ້​ໂຕ​ພະ­ທາດ​ແມ່ນ​ຍັງມີ​ລັກ­ສະ­ນະ​ສົມ­ບູນແຕ່​ດ້ວຍ​ການ​ເວ­ລາ ໂຕ​ພະ­ທາດ​ກໍ່​ມີ​ການ​ເຊື່ອມ​ລົງ ແລະ​ທາງດ້ານ​ຖານ​ຕີນ​ຝາ​ກໍ​ມີ​ການ​ຊຸດ​ໂຕ​ລົງ​ມີການ​ເຄື່ອນ​ຍ້າຍ​ອອກ​ມາ​ຈາກ​ອົງ​ພະທາດ; ສະ­ນັ້ນ ເພື່ອ​ຮັກ­ສາ​ຈຸດ​ດັ່ງ­ກ່າວ​ນັ້ນ ໄວ້​ຈິ່ງ​ຮຽກ­ຮ້ອງ​ໃຫ້​ມີ​ການ​ຄ້ຳ​ຢັນ​ຖ້າ ຫາກ​ຝາ​ດ້ານ​ດັ່ງ­ກ່າວ​ເຈື່ອນ​ພັງ​ລົງ​ມາ​ກໍ ຈະ​ເຮັດ​ໃຫ້​ສ່ວນ​ເຕົ້າ​ທາດ​ທງ​ດ້ານ​ເທິງເສຍ​ຫາຍ ແລະ​ບັນ­ຫາ​ທີ່​ສຳ­ຄັນ​ອີກ​ຢ່າງໜຶ່ງ​ຄື​ວ່າ: ຝາ​ດ້ານ​ດັ່ງ­ກ່າວ​ນີ້​ຖ້າ​ຫາກ​ເພ ພັງ​ລົງ​ມາ​ພວກ​ເຮົາ​ຈະ​ບໍ່​ສາ­ມາດ​ມີ​ຈຸດສົມ​ທຽບ​ຮູ້​ໄດ້​ວ່າ​ຮູບ​ຮ່າງ​ຂະ­ໜາດ​ຂອງພະ­ທາດ​ເປັນ​ແບບ​ໃດ​ແທ້ ດັ່ງ­ນັ້ນ​ຈິ່ງ​ເປັນ ບັນ­ຫາ​ທີ່​ສຳ­ຄັນ ແລະ​ຮີບ​ດ່ວນ​ທີ່​ຈະ​ຕ້ອງ ໃຫ້​ມີ​ການ​ຄ້ຳ​ຢັນ​ໂຕ​ພະ­ທາດ​ນີ້​ຂຶ້ນ​ມາ.

ອີງ​ຕາມ​ບາງ​ຂໍ້​ມູນ​ໄດ້​ລະ­ບຸ​ໄວ້​ວ່າ: ສະ­ຖານ­ທີ່​ຕັ້ງ​ພະ­ທາດ​ນາງ​ລາວ​ແມ່ນ ເປັນ​ບ່ອນ​ຂຸມ​ຝັງ​ຊ້າງ​ງາ​ນິນ​ກ້ຽວ​ກອດ ຂອງ​ນາງ ຄຳ​ເພົາ ຊຶ່ງ​ນາງ ຄຳ​ເພົາ ຫຼື ນາງລາວ ແມ່ນ​ມະ­ເຫ­ສີ ຂອງ​ສະ­ເດັດ ເຈົ້າ​ອາ​ນຸ​ວົງ​ມະ­ຫາ­ລາດ​ທີ່​ໄດ້​ຮັບ​ພະ​ກະແສ​ຮັບ​ສັ່ງ​ລົງ​ມາ​ປົກ­ຄອງ​ເມືອງ​ວັງ-ອ່າງ​ຄຳ ເປັນ​ການ​ຊົ່ວ­ຄາວ​ເພື່ອ​ລໍ­ຖ້າ​ໃຫ້ລູກ​ເກີດ​ມາ​ແລ້ວ​ຈິ່ງ​ສຶບ​ຕໍ່­ໃຫ້​ເປັນ​ເຈົ້າປົກ­ຄອງ​ເມືອງ​ໃນ​ຖາ­ນະ​ເຊື້ອ​ໜໍ່​ກະ­ສັດຕໍ່​ໄປ, ແຕ່​ກ່ອນ​ຈະ​ອອກ​ເດີນ­ທາງ​ນັ້ນ​ສະເດັດ​ເຈົ້າ​ອາ​ນຸ​ວົງມະ­ຫາ­ລາດ ໄດ້​ຊົງ​ພະລາດ​ສະ​ທານ ຊ້າງ​ງາ​ນີນ​ກ້ຽວ​ກອດ ເພື່ອນຳ​ມາ​ເປັນ​ຊ້າງ​ມິ່ງ​ເມືອງ​ຂອງ​ເມືອງວັງ-ອ່າງ​ຄຳ​ໂຕ​ໜຶ່ງ​ສະ­ເພາະ​ຊ້າງ​ງາ​ນິນກ້ຽວ​ກອດ ພາຍ­ຫຼັງ​ທີ່​ໄດ້​ນຳ­ພາ​ນາງລາວ ແລະ​ລູກ­ບ້ານ​ຫຼານ​ເມືອງ​ກຳ­ນົດ​ຂອບເຂດ​ເມືອງ​ວັງ-ອ່າງ​ຄຳ​ພ້ອມ​ຊົງ​ຕົວ​ຢູ່ໄດ້​ລາຍ​ປີ​ຊ້າງ​ກໍ​ໄດ້​ເຈັບ​ປ່ວຍ​ແລ້ວ​ສິນໃຈ​ຕາຍ​ໃນ ຄສ 1839, ດ້ວຍ​ຄວາມ​ອາໄລ​ຮັກ​ເຖິງ​ຊ້າງ​ມິງ​ເມືອງ​ຕົວ​ນັ້ນ​ນາງລາວ ຈິ່ງ​ນຳ­ພາ​ປະ­ຊາ­ຊົນ​ຂຸດ​ຂຸມ​ຝັງ​ຊ້າງ ຢູ່​ບໍ­ລິ­ເວນ​ທາມ​ຫຍ້າ​ອ້ອຍ​ໜູບ່ອນ​ທີ່​ຊ້າງຕາຍ​ນັ້ນ​ເລີຍ.

ຈາກ​ນັ້ນ​ນາງ​ລາວ ກໍ​ໄດ້​ນຳ­ພາ​ຊ່າງຈາກ​ເມືອງ​ຫຼວງ​ພະ​ບາງ​ກໍ​ພະ­ທາດ​ເຈ­ດີກວມ​ຂຸມ​ຝັງ​ຊ້າງ ແລະ​ເປັນ​ພະ­ທາດ​ແປດຫຼ່ຽມ (ສີ່​ຫຼ່ຽມ​ໃຫຍ່ ແລະ​ສີ່​ຫຼ່ຽມ​ນ້ອຍ) ຕາມ​ຮູບ​ແບບ​ສິ­ລະ​ປະ​ລາວ​ເໜືອ ຫຼື ສິ­ລະປະ​ມຽນ​ມາ, ການ​ກໍ່­ສ້າງ​ອົງ​ພະ­ທາດ​ດັ່ງກ່າວ ຄສ 1842 ຈິ່ງ​ໄດ້​ສຳ­ເລັດ​ສົມ­ບູນ, ປະ­ຊາ­ຊົນ​ຊາວ​ເມືອງ​ວັງ-ອ່າງ​ຄຳ ຈິ່ງ​ພາກັນ​ເອີ້ນ​ພະ­ທາດ​ເຈ­ດີ​ດັ່ງ­ກ່າວ​ວ່າ​ພະທາດ​ນາງ​ລາວ ຊຶ່ງ​ແມ່ນ​ອົງ​ພະ­ທາດ​ຂອງຊ້າງ​ນາງ​ລາວ​ນັ້ນ​ເອງ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...