spot_img
Homeຂ່າວພາຍ​ໃນກັກລົດ 10 ລໍ້ ບັນທຸກໄມ້ດູ່ 200 ກວ່າຕັບ

ກັກລົດ 10 ລໍ້ ບັນທຸກໄມ້ດູ່ 200 ກວ່າຕັບ

Published on

ເມື່ອ​ກ້າວ​ສູ່​ເດືອນ​ມິຖຸນາ​ຂອງ​ແຕ່​ລະ​ປີ ທົ່ວ​ພັກ ທົ່ວ​ລັດ ທົ່ວ​ກອງທັບ ແລະ ທົ່ວ​ປວງ​ຊົນ​ລາວ​ໃນ​ທົ່ວ​ປະເທດ ໄດ້​ພ້ອມພຽງ​ກັນ​ໄປ​ປູກ​ຕົ້ນໄມ້ ເພື່ອ​ຟື້ນ​ຟູ​ປ່າ​ທີ່​ຖືກ​ທຳລາຍ ຄືນ​ຄວາມ​ອຸດົມສົມບູນ​ໃຫ້​ແກ່​ຊັບພະຍາກອນ​ທຳ​ມະ​ຊາດ ປົກ​ປັກ​ຮັກສາ​ສິ່ງແວດລ້ອມ ແລະ ຊີວະ​ນາໆພັນ​ໃຫ້​ຍືນ​ຍົງ ແຕ່​ໃນ​ຂະນະ​ດຽວ​ກັນ ຍັງ​ມີ​ກຸ່ມ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ ທີ່​ເຫັນແກ່​ຜົນ​ປະໂຫຍດ​ສ່ວນ​ຕົວ ໄດ້​ເຄື່ອນ​ໄຫວ​ລັກ​ຕັດ​ໄມ້ ແລະ ຂົນສົ່ງ​ໄມ້​ທີ່​ຜິດ​ກົດໝາຍ ດັ່ງ​ຄະດີ​ຂອງ​ທ້າວ ເອກ ມະນີ​ວັນ ຖືກ​ເຈົ້າ​ໜ້າທີ່​ກັກ​ຕົວ​ພ້ອມ​ຂອງ​ກາງ​ໄມ້​ດູ່ ຈຳນວນ 206 ຕັບ.

ເຈົ້າ​ໜ້າທີ່​ພະ​ແນກ​ຕຳຫຼວດ​ເສດຖະກິດ ​ປກສ ແຂວງ​ຄຳ​ມ່ວນ ໄດ້​ກັກ​ລົດ​ບັນທຸກ 10 ລໍ້ ໝາຍ​ເລກ​ທະບຽນ ​ບກ 1293 ຄຳ​ມ່ວນ ທີ່​ບັນທຸກ​ໄມ້​ດູ່​ຈຳນວນ 206 ຕັບ ໂດຍ​ບໍ່​ມີ​ເອກະສານ​ຢູ່​ເສັ້ນທາງ 13 ໃຕ້ ໃນ​ວັນ​ທີ 22 ພຶດສະພາ 2014 ແລະ ກັກ​ຕົວ​ເຈົ້າ​ຂອງ​ລົດ​ຄື: ທ້າວ ເອກ ມະນີ​ວັນ ປະຊາຊົນ​ຢູ່​ບ້ານ​ເວີນ ເມືອງ​ໄຊ​ບູ​ລີ ແຂວງ​ສະຫວັນ​ນະ​ເຂດ.

ຕາມ​ແຫຼ່ງ​ຂ່າວ​ໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ຮັບ​ລາຍ​ງານ​ຈາກ​ພົນລະເມືອງ​ດີ​ວ່າ ຈະ​ມີ​ກຸ່ມ​ພໍ່ຄ້າ​ຈຳນວນ​ໜຶ່ງ ຂົນສົ່ງ​ໄມ້​ທີ່​ຜິດ​ກົດໝາຍ​ຈາກ​ແຂວງ​ສະຫວັນ​ນະ​ເຂດ ເພື່ອ​ຈະ​ມຸ່ງ​ໜ້າ​ເຂົ້າ​ມາ​ແຂວງ​ຄຳ​ມ່ວນ ຕາມ​ເສັ້ນທາງ 13 ໃຕ້ ເຈົ້າ​ໜ້າທີ່ ​ປກສ ແຂວງ​ຄຳ​ມ່ວນ ກໍ່​ຮີບ​ຟ້າວ​ນຳ​ກຳລັງ​ລົງ​ຕັ້ງ​ດ່ານ​ກວດກາ​ຢູ່​ຕາມ​ເສັ້ນທາງ 13 ໃຕ້ ໃນ​ເຂດ​ເທສະ​ບານ​ເມືອງ​ທ່າ​ແຂກ ພໍ​ຮອດ​ເວລາ 19:30 ໂມງ​ຂອງ​ວັນ​ດຽວ​ກັນ ກໍ່​ໄດ້​ເຫັນ​ລົດ 10 ລໍ້ ສີຂາວ ຍີ່ຫໍ້​ອີ​ຊູ​ຊູ ໝາຍ​ເລກ​ທະບຽນ ​ບກ 1293 ຄຳ​ມ່ວນ ຂັບ​ຂີ່​ໂດຍ​ທ້າວ ເອກ ມະນີ​ວັນ ປະຊາຊົນ​ຢູ່​ບ້ານ​ເວີນ ເມືອງ​ໄຊ​ບູ​ລີ ແຂວງ​ສະຫວັນ​ນະ​ເຂດ ກຳລັງ​ມຸ່ງ​ໜ້າ​ເຂົ້າ​ມາ​ຕົວ​ເມືອງ​ທ່າ​ແຂກ ຈຶ່ງ​ໄດ້​ທຳ​ການ​ກວດກາ​ລົດ​ຄັນ​ດັ່ງກ່າວ ແລະ ໄດ້​ພົບ​ເຫັນ​ໄມ້​ດູ່​ຈຳນວນ 206 ຕັບ ເທົ່າ​ກັບ 9,517 ແມັດ​ກ້ອນ ລວມ​ມູນ​ຄ່າ 200 ລ້ານ​ກວ່າ​ກີບ.

ຂອບໃຈຂ່າວຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...