Homeຂ່າວຕ່າງປະເທດກຳປູເຈຍພົບເຮືອບູຮານ ສະໄໝອານາຈັກຂອມ ຈົມຢູ່ພື້ນໜອງນ້ຳ ໃກ້ຜາສາດຫີນນະຄອນວັດ!

ກຳປູເຈຍພົບເຮືອບູຮານ ສະໄໝອານາຈັກຂອມ ຈົມຢູ່ພື້ນໜອງນ້ຳ ໃກ້ຜາສາດຫີນນະຄອນວັດ!

Published on

ສຳນັກຂ່າວເອພີ ລາຍງານໃນວັນທື 29 ມິຖຸນາຜ່ານມານີ້ວ່າ ໂຄສົກອົງການອົບສະຣາຂອງກຳປູເຈຍ ໄດ້ອອກມາເປີດເຜີຍ ຜົນການທົດສອບໂດຍສະຖາບັນວິໄຈ ໃນປະເທດນິວຊີແລນ ກ່ຽວກັບອາຍຸຂອງເຮືອບູຮານ ທີ່ຖືກຄົ້ນພົບຢູ່ພື້ນໜອງນ້ຳ ບໍ່ໄກຈາກຜາສາດຫີນນະຄອນວັດວ່າ ເຮືອບູຮານດັ່ງກ່າວ ມີຄວາມຍາວ 12.8 ແມັດ ສ້າງຂຶ້ນດ້ວຍໄມ້ລຳດຽວ ມີອາຍຸຢູ່ໃນໄລຍະຕົ້ນຂອງສະຕະວັດທີ 13 ຊຶ່ງຖືເປັນເຮືອບູຮານ ທີ່ມີອາຍຸເກົ່າແກ່ທີ່ສຸດ ເທົ່າທີ່ເຄີຍຖືກຄົ້ນພົບຢູ່ໃນກຳປູເຈຍ.

ເຮືອບູຮານລຳດັ່ງກ່າວນີ້ ຖືກພົບໂດຍຊາວບ້ານໃນເຂດດັ່ງກ່າວ ໃນຂະນະທີ່ກຳລັງຂຸດລວງໜອງນ້ຳ ຊຶ່ງການຄົ້ນພົບຄັ້ງນີ້ ຈະເປັນປະໂຫຍດໃຫ້ແກ່ນັກວິຊາການ ໄດ້ສຶກສາຄົ້ນຄວ້າກ່ຽວກັບ ອານາຈັກຂອມ ໃນອະດີດ ທີ່ຈະເລີນຮຸ່ງເຮືອງ ໃນໄລຍະແຕ່ສະຕະວັດທີ 9 ເຖິງສະຕະວັດທີ 15.

559000006704901 559000006704902

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...