Homeຂ່າວທ້ອງຖິ່ນສະພາປະຊາຊົນແຂວງສາລະວັນ ດຳເນີນກອງປະຊຸມຄັ້ງປະຖົມມະລືກ ຢ່າງເປັນທາງການ!

ສະພາປະຊາຊົນແຂວງສາລະວັນ ດຳເນີນກອງປະຊຸມຄັ້ງປະຖົມມະລືກ ຢ່າງເປັນທາງການ!

Published on

ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາປະຊາຊົນແຂວງສາລະວັນ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 29 ມີຖຸນານີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ທັງເປັນປະທານ ຄະນະກຳມະການເລືອກຕັ້ງຂັ້ນແຂວງ. ໃນກອງປະຊຸມ, ທ່ານ ສີສຸວັນ ວົງຈອມສີ ໄດ້ກ່າວໄຂກອງປະຊຸມ ໂດຍທ່ານ ໄດ້ຍົກໃຫ້ເຫັນວ່າ: ໃນຕໍ່ໜ້າສະພາປະຊາຊົນແຂວງສາລະວັນ ຈະສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາ ເຜົ່າ, ຊຸກຍູ້ການຜະລິດເປັນສິນຄ້າ, ສ້າງຕົວແບບໃນແຕ່ລະຫົວໜ່ວຍການຜະລິດ ດ້ວຍຮູບການຂຸດຄົ້ນ ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ເພື່ອພັດທະນາຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ, ຊຸກຍູ້ການຜະລິດເປັນສິນຄ້າ, ສ້າງຕົວແບບໃນແຕ່ລະຫົວໜ່ວຍການຜະລິດ ດ້ວຍຮູບການຂຸດ ຄົ້ນທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃນທົ່ວແຂວງໃຫ້ດີຂຶ້ນເທື່ອລະກ້າວ ຈົນກ້າວໄປເຖິງການລົບລ້າງຄວາມທຸກຍາກ ໃນປີ 2020.

ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສຳຄັນພື້ນຖານຂອງແຂວງ ຮັບຟັງຜົນການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງ ສະມາຊິກສະພາປະຊາຊົນຂັ້ນແຂວງ, ເລືອກຕັ້ງປະທານ, ຮອງປະທານ ແລະ ກຳມະການຄະນະປະຈຳ ສະພາປະຊາຊົນແຂວງ, ພິຈາລະນາຮັບຮອງເອົາການແຕ່ງຕັ້ງປະທານ, ຮອງປະທານ, ກຳມະການ ເລຂາທິການ ແລະ ພິຈາລະນາຮັບຮອງເອົາ ໂຄງປະກອບກົງຈັກສະພາປະຊາຊົນແຂວງ, ເລືອກຕັ້ງເຈົ້າແຂວງ, ພິຈາລະນາຮັບຮອງເອົາ ໂຄງປະກອບກົງຈັກຂອງອົງການປົກຄອງແຂວງ ແລະ ພິຈາລະນາຮັບຮອງເອົາ ການສະເໜີແຕ່ງຕັ້ງຮອງເຈົ້າແຂວງ, ຫົວໜ້າພະແນກການ ແລະ ອົງການທຽບເທົ່າຂັ້ນພະແນກຂອງແຂວງ, ພິຈາລະນາຮັບຮອງເອົາ ການແຕ່ງຕັ້ງປະທານສານປະຊາຊົນ ແລະ ຫົວໜ້າອົງການໄອຍະການປະຊາຊົນແຂວງ. ພິຈາລະນາຮັບຮອງເອົາ ວິໄສທັດຮອດປີ 2030, ປີ 2025 ແລະ ແຜນພັດທະນາເສດຖະກິດ- ສັງຄົມ 5 ປີຂອງແຂວງ ແລະ ຮັບຮອງແຜນງົບປະມານປະຈຳປີ 2015-2016 ແລະ ແຜນ 3 ເດືອນ ເພື່ອກ້າວເຂົ້າສູ່ລະບົບປະຕິທິນໃໝ່ ແລະ ບັນຫາສຳຄັນອື່ນໆອີກຈຳນວນໜຶ່ງ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...