spot_img
Homeຂ່າວພາຍ​ໃນພຽງ 8 ມື້ຜ່ານມາ ມີຜູ້ເສຍຊີວິດເຖິງ 8 ຄົນ ຈາກອຸປະຕິເຫດ!

ພຽງ 8 ມື້ຜ່ານມາ ມີຜູ້ເສຍຊີວິດເຖິງ 8 ຄົນ ຈາກອຸປະຕິເຫດ!

Published on

ນັບແຕ່ທ້າຍອາທິດຜ່ານມາ, ທົ່ວນະຄອນຫລວງວຽງຈັນ ໄດ້ມີອຸປະຕິເຫດເກີດຂຶ້ນ ຫລາຍກວ່າ 30 ກໍລະນີ, ໂດຍສ່ວນໃຫຍ່ແມ່ນລົດຈັກຕຳກັບລົດຈັກ, ຍ້ອນຄວາມມືນເມົາ, ຂາດສະຕິ, ບໍ່ປະຕິບັດກົດລະບຽບຈະລາຈອນ ຢ່າງເຂັ້ມງວດ .ຊຶ່ງນັບແຕ່ວັນທີ 23 -30 ມິຖຸນານີ້ ແມ່ນມີຜູ້ເສຍຊີວິດ 8 ຄົນ, ຖືວ່າເປັນໂຕເລກທີ່ບໍ່ເພີ່ງປາຖະໜາເລີຍ, ໂດຍສະເພາະວັນທີ 25 ມີຖຸນາຜ່ານມາ, ມີອຸປະຕິເຫດເກີດຂຶ້ນເກືອບ 10 ກໍລະນີ, ໃນນັ້ນມີຜູ້ເສຍຊີວິດ 3 ຄົນ ໃນມື້ດຽວກັນ.

ສະນັ້ນ ຈຶ່ງຂໍໃຫ້ນັກຂັບຂີ່ທຸກຄົນ, ເພີ່ມທະວີຄວາມມີສະຕິລະມັດລະວັງໃນການຂັບຂີ່, ພ້ອມທັງປະຕິບັດກົດລະບຽບຈະລາຈອນຢ່າງເຄັ່ງຄັດ, ໂດຍສະເພາະຜູ້ຂັບຂີ່ລົດຈັກ ກໍຕ້ອງໃສ່ໝວກກັນກະທົບ ທຸກຄັ້ງເມື່ອຂັບຂີ່ລົດ, ກວດກາເບິ່ງສະພາບເຕັກນິກລົດໃຫ້ດີ ກ່ອນຈະອອກເດີນທາງ ແລະ ຂັບຂີ່ຢ່າງມີຄຸນສົມບັດລະບຽບວິໃນ ເພື່ອຮັບປະກັນຄວາມເປັນລະບຽບປອດໄພ ແລະ ຫລີກເວັ້ນຈາກອຸປະຕິເຫດທີ່ຈະຕາມມາ.

 

ແຫລ່ງຂ່າວ:

ລພນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...