spot_img
Homeຂ່າວພາຍ​ໃນເຜີຍຜົນການສືບສວນ! ກໍລະນີລົດເມລັກຂົນໄມ້ລະເບີດ ບໍ່ແມ່ນກໍ່ການຮ້າຍດັ່ງຂ່າວລື!

ເຜີຍຜົນການສືບສວນ! ກໍລະນີລົດເມລັກຂົນໄມ້ລະເບີດ ບໍ່ແມ່ນກໍ່ການຮ້າຍດັ່ງຂ່າວລື!

Published on

ທ່ານຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ພັນເອກ ແກ້ວດາວົງ ໄຊຍະແສງ ໄດ້ຖະແຫລງຜົນ ການສືບສວນ-ສອບສວນ ກໍລະນີເຫດລົດເມໂດຍສານລະຫວ່າງປະເທດ ລາວ-ຫວຽດນາມ ໝາຍເລກທະບຽນ ບກ 3897 ກຳແພງນະຄອນ ເຊິ່ງແມ່ນ ທ້າວ ຫວຽນດຶກຕູ່ ອາຍຸ 26 ປີ ສັນຊາດຫວຽດນາມ ຢູ່ແຂວງແງະອານ ສສ ຫວຽດນາມ ເປັນຄົນຂັບ ແລະ ມີຜູ້ໂດຍສານນັ່ງມານຳລົດ 17 ຄົນ ພ້ອມບັນທຸກສິນຄ້າມາເຕັມລົດ ໄດ້ເກີດລະເບີດຢ່າງຮຸນແຮງ ຢູ່ເສັ້ນທາງເລກ 13B ຫ່າງຈາກດ່ານສາກົນນາເພົ່າ-ຈໍຫລໍ່ ເຂດບ້ານຫລັງຄັງ ເມືອງບົວລະພາ ແຂວງຄຳມ່ວນ ຈົນເຮັດໃຫ້ຜູ້ໂດຍສານນັ່ງມານຳລົດ ເສຍຊີວິດຄາທີ່ 8 ຄົນ ແລະ ບາດເຈັບຈຳນວນໜຶ່ງ ເຊິ່ງເຫດການດັ່ງກ່າວ ເກີດຂຶ້ນເມື່ອເວລາປະມານ 5:00 ໂມງເຊົ້າ ຂອງວັນທີ 2 ມິຖຸນາ 2016.

ທ່ານຫົວໜ້າກອງບັນຊາການແຂວງຄຳມ່ວນ ກ່າວວ່າ: ພາຍຫລັງຈັດກຳລັງເຈົ້າໜ້າທີ່ ລົງກວດກາສະຖານທີ່ເກີດເຫດ ແລະ ເກັບກຳຂໍ້ມູນຫລັກຖານຢ່າງລະອຽດຮູ້ວ່າ: ເຫດການດັ່ງກ່າວ ບໍ່ແມ່ນການກໍ່ການຮ້າຍ ຄືດັ່ງເປັນຂ່າວລືໃນສື່ສັງຄົມອອນລາຍ, ແຕ່ມັນເກີດຂຶ້ນຍ້ອນໝາກກະໂພກ ທີ່ມີຈຳນວນ 3 ເປົາ ເທົ່າກັບ 6 ພັນໜ່ວຍ ທີ່ລົດຄັນດັ່ງກ່າວລັກລອບຂົນສົ່ງ ເຊິ່ງເປັນສິນຄ້າທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ. ນອກຈາກນີ້ ຍັງມີໄມ້ລູກຕິ່ງ ບໍລິມາດປະມານ 4 ຄິວ ທີ່ຊຸກເຊື່ອງມານຳລົດຄັນດັ່ງກ່າວ.

ຜ່ານການສືບສວນ-ສອບສວນ ທ້າວ ຫວຽນດຶກຕູ່ ຜູ້ຂັບລົດ ແລະ ແອດລົດຊື່ທ້າວ ຫວຽນວັນໂດ ອາຍຸ 20 ປີ ທີ່ລອດຊີວິດ ຮັບສາລະພາບວ່າ: ພວກຕົນໄດ້ແລ່ນລົດໂດຍສານມາແຕ່ປີ 2015 ໃນເສັ້ນທາງ ແຕ່ນະຄອນຫລວງວຽງຈັນ ຫາແງະອານ. ໃນມື້ເກີດເຫດໄດ້ຂັບລົດໄປແວ່ເອົາໝາກກະໂພກ ຈຳນວນດັ່ງກ່າວ ທີ່ພວກຕົນຊື້ໄວ້ຢູ່ສະຖານີລົດໂດຍສານທ່າແຂກ ແລະ ໄດ້ແວ່ເອົາໄມ້ລູກຕິງ ທີ່ເກັບຊື້ນຳປະຊາຊົນແບບຜິດກົດໝາຍ ຢູ່ເຂດເມືອງຍົມມະລາດ ເພື່ອຈະເອົາເມືອຫວຽດນາມ ແຕ່ສຸດທ້າຍກໍເກີດເຫດການເສົ້າດັ່ງກ່າວ.

ຈາກເຫດການທີ່ບໍ່ເພິ່ງປາດຖະໜາດັ່ງກ່າວ, ທ່ານຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ຈຶ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ທຸກພາກສ່ວນ ຕ້ອງເພີ່ມທະວີຄວາມເປັນເຈົ້າການ ຕິດຕາມກວດກາ ຜູ້ປະກອບການທຸລະກິດຂົນສົ່ງໂດຍສານ ຂົນສົ່ງສິນຄ້າຢ່າງເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ກຸ່ມຄົນບໍ່ດີ ສວຍໃຊ້ຊ່ອງວ່າງໃນການກະທຳຜິດ ເຄື່ອນຍ້າຍສິ່ງຜິດກົດໝາຍຕ່າງໆ.

13265966_1049493528475597_8390166022489203144_n

13307246_1049618691796414_6360651734404072201_n

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...