spot_img
Homeຂ່າວຕ່າງປະເທດອີຢູເປີດເຈລະຈາເລື່ອງໃໝ່ກັບຕວັກກີເພື່ອເຂົ້າເປັນສະມາຊິກ

ອີຢູເປີດເຈລະຈາເລື່ອງໃໝ່ກັບຕວັກກີເພື່ອເຂົ້າເປັນສະມາຊິກ

Published on

ສະຫະພາບເອີຣົບ (ອີຢູ) ເປີດການເຈລະຈາເລື່ອງໃໝ່ກັບຕວັກກີແລ້ວຕາມຂະບວນການຮັບຕວັກກີເຂົ້າເປັນສະມາຊິກ ອັນເປັນເງື່ອນໄຂໃນຂໍ້ຕົກລົງສົ່ງຜູ້ອົບພະຍົມໄປຕວັກກີເພື່ອແກ້ໄຂວິກິດຜູ້ອົບພະຍົມຫຼັ່ງໄຫຼເຂົ້າອີຢູ.

ທ່ານ ເບີດ ຄຸນເດິສ ລັດຖະມົນຕີຕ່າງປະເທດເນເທີແລນເຜີຍຫຼັງເປັນປະທານການພົບຫາລືກັບທ່ານ ເມຟລຸດ ເຊິວູໂຊກລູ ລັດຖະມົນຕີຕ່າງປະເທດຕວັກກີທີ່ນະຄອນຫຼວງບຣຸກແຊລໃນມື້ນີ້ວ່າ ສະມາຊິກອີຢູທຸກປະເທດເຫັນດີທີ່ຈະເປີດການເຈລະຈາເລື່ອງການເງິນ ແລະ ງົບປະມານກັບຕວັກກີ ໂດຍໄດ້ເນັ້ນເຖິງຄວາມສຳຄັນຂອງຄວາມສຳພັນທັງສອງຝ່າຍ ແລະ ການເຮັດວຽກຮ່ວມກັນໃນປະເດັນຕ່າງໆ ລວມເຖິງຜູ້ອົບພະຍົມທີ່ປະຊຸມໄດ້ສະງົບໄວ້ອາໄລໃຫ້ແກ່ຜູ້ເຄາະຮ້າຍຈາກເຫດລະເບີດທີ່ທ່າອາກາດສະຍານອະຕາເຕິກໃນນະຄອນຫຼວງອິສຕັນບູລເມື່ອວັນອັງຄານກ່ອນເປີດການເຈລະຈາ.

ຕວັກກີໄດ້ເຮັດຂໍ້ຕົກລົງເລື່ອງຈະເຂົ້າເປັນສະມາຊິກກັບອີຢູຕັ້ງແຕ່ເມື່ອຄັ້ງເປັນປະຊາຄົມເສດຖະກິດເອີຣົບ (ອີອີຊີ) ໃນປີ 1963 ຕາມດ້ວຍການຍື່ນຂໍເປັນສະມາຊິກອີອີຊີຢ່າງເປັນທາງການໃນປີ 1987 ແລະ ຍື່ນຂໍເປັນສະມາຊິກຢ່າງເປັນທາງການໃນປີ 2005 ຈົນເຖິງຂະນະນີ້ທັງສອງຝ່າຍເປີດການເຈລະຈາໄປແລ້ວ 15 ເລື່ອງຈາກທີ່ຕ້ອງເຈລະຈາທັງໝົດ 35 ເລື່ອງເພື່ອເຂົ້າເປັນສະມາຊິກ ແລະ ຕວັກກີເຮັດສຳເລັດໄປແລ້ວພຽງເລື່ອງດຽວ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...