spot_img
HomeBaby-ແມ່ແລະເດັກຈະເຮັດແນວໃດ? ເມື່ອ...ລູກນ້ອຍຖອກທ້ອງ

ຈະເຮັດແນວໃດ? ເມື່ອ…ລູກນ້ອຍຖອກທ້ອງ

Published on

ຫາກລູກນ້ອຍຂອງທ່ານເກີດມີອາການຖອກທ້ອງ ແນ່ນອນເລີຍວ່າພໍ່ແມ່ຄົງກຸ້ມໃຈບໍ່ໜ້ອຍ ໂດຍສະເພາະພໍ່ແມ່ມືໃໝ່ ອາດຈະຮູ້ວິທີຮັບມືທີ່ຖືກຕ້ອງ ສຳລັບ ແມ່ ແລະ ເດັກ ວັນນີ້ເຮົາມີວິທີດູແລລູກນ້ອຍໃນເວລາຖອກທ້ອງ ມາຝາກ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານກັນເລີຍ

ຫາກລູກນ້ອຍມີອາການຖອກທ້ອງ ແຕ່ຍັງສາມາດຫຼິ້ນໄດ້ຕາມປົກກະຕິ ບໍ່ມີອາການແປກໄປຈາກເດີມ ຜູ້ເປັນພໍ່ແມ່ສາມາດໃຫ້ການດູແລຂັ້ນເບື້ອງຕົ້ນໄດ້ດັ່ງນີ້

1.ປະສົມນ້ຳເກືອແຮ່ແກ້ຖອກທ້ອງໃນນ້ຳດື່ມທີ່ສະອາດ ໃຫ້ດື່ມຕາມປະລິມານທີ່ກຳນົດໃນຊອງ ກໍ່ຈະຊ່ວຍໃນການສູນເສຍນ້ຳ, ເກືອໂຊດຽມ ແລະ ໂພແທສຊຽມຈາກການຖອກທ້ອງໄດ້

2.ໃຫ້ລູກງົດນ້ຳໝາກໄມ້ ຫຼື ເຄື່ອງດື່ມທີ່ມີນ້ຳຕານ ເພາະອາດເຮັດໃຫ້ລູກຖອກທ້ອງຫຼາຍຂຶ້ນ

3.ລົດດື່ມນົມສົດ ຫຼື ອາດໃຫ້ດື່ມນົມທີ່ບໍ່ສົ່ງຜົນເສຍຕໍ່ການຖອກທ້ອງເຊັ່ນ: ນົມຖົ່ວເຫຼືອງ ຫຼື ນົມທີ່ບໍ່ມີ     ສານແລັກໂຕສ

4.ໃຫ້ລູກກິນອາຫານອ່ອນໆ ຍ່ອຍງ່າຍ ເຊັ່ນ: ໂຈ໊ກ, ເຂົ້າປຽກເຂົ້າ ເປັນຕົ້ນ ແລະ ຄວນໃຫ້ກິນໃນປະລິມານໜ້ອຍໆ ແຕ່ກິນເລື່ອຍໆ ເພື່ອໃຫ້ລຳໄສ້ຄ່ອຍໆຍ່ອຍ ແລະ ດູດຊຶມອາຫານ

5. ງົດອາຫານຍ່ອຍຍາກ ແລະ ອາຫານທີ່ມີໄຂັມນສູງ

6.ຫຼີກລ່ຽງການຊື້ຢາຢຸດຖ່າຍໃຫ້ລູກກິນ ເພາະເຖິງຈະຊ່ວຍບັນເທົາອາການລົງໄດ້ ແຕ່ບໍ່ສາມາດບໍ່ສາມາດຊ່ວຍຮັກສາອາການໃຫ້ຫາຍຂາດ ພ້ອມກັນນັ້ນການຕິດເຊື້ອກໍ່ຍັງມີຢູ່ ເພາະບໍ່ໄດ້ຖືກຂັບອອກໄປໝົດ ເຊິ່ງອາດເປັນອັນຕະລາຍກັບລູກຫຼາຍຂຶ້ນ

7.ຫາກລູກມີອາການຖອກທ້ອງແຮງ ຫຼື ມີອາການອື່ນໆຮ່ວມນຳເຊັ່ນ: ຮາກຫຼາຍ, ມີໄຂ້ສູງ, ອ່ອນເພຍ, ຊຶມ ເປັນຕົ້ນ ຄວນພາລູກໄປພົບແພດດ່ວນ

 

ທີ່ມາ: http://sukkapab.com/

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...