Homeມຸມຂ່າວ AECສຳມະນາພາກພື້ນກ່ຽວກັບການພັດທະນາແບບຍືນຍົງ

ສຳມະນາພາກພື້ນກ່ຽວກັບການພັດທະນາແບບຍືນຍົງ

Published on

ການສຳມະນາລະດັບພາກພື້ນ ກ່ຽວກັບການເຊື່ອມສານການຈັດຕັ້ງປະຕິບັດ ວາລະການພັດທະນາແບບຍືນຍົງ ປີ 2030 ແລະ ແຜນດຳເນີນງານອິດສະຕັນບູນລະດັບປະເທດສຳລັບ ປະເທດດ້ອຍພັດທະນາຢູ່ພາກພື້ນອາຊີ-ປາຊີຟິກ, ພ້ອມດ້ວຍການສຳມະນາຂີດຄວາມສາມາດ ກ່ຽວກັບການຈຳລອງຮູບແບບໃນການຈັດຕັ້ງປະຕິບັດ, ການພັດທະນາແບບຍືນຍົງໄດ້ມີຂຶ້ນໃນວັນທີ28-30 ມິຖຸນານີ້ທີ່ນະຄອນຫລວງວຽງຈັນ ເພື່ອປຶກສາຫາລືແລກປ່ຽນບົດຮຽນ,ປະສົບການໃນການປະຕິບັດແຜນດຳເນີນງານດັ່ງກ່າວ ເພື່ອບັນຈຸເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງແຕ່ລະປະເທດ.

ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານກອງປະຊຸມ ໄດ້ຊີ້ໃຫ້ເຫັນຄວາມຄືບໜ້າ ແລະ ສິ່ງທ້າທາຍໂດຍລວມຂອງປະເທດດ້ອຍພັດທະນາ ໃນການປະ ຕິ

ບັດແຜນດຳເນີນງານອິດສະຕັນບູນ ລວມທັງຄວາມພະຍາຍາມຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ເພື່ອນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020. ນອກນີ້, ຍັງໄດ້ຖືສຳຄັນການເຊື່ອມສານການຈັດຕັ້ງປະຕິບັດ ວາລະການພັດທະນາສາກົນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະໃຫ້ມີຄວາມສອດຄ່ອງ, ພ້ອມທັງໄດ້ຢ້ຳເຖິງຄວາມຈຳເປັນທີ່ວົງຄະນາຍາດສາກົນ ຕ້ອງໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອແກ່ປະເທດດ້ອຍພັດທະນາ ເພື່ອໃຫ້ສາມາດບັນລຸເປົ້າໝາຍການພັດທະນາຂອງຕົນ. ທີ່ປະຊຸມຍັງໄດ້ຮັບຟັງການບັນລະຍາຍຈາກຜູ້ຊ່ຽວຊານ ກ່ຽວກັບຮູບແບບ ແລະ ແນວທາງໃນການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ແລະ ຂະບວນການພັດທະນາ ເພື່ອຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຊິ່ງເປັນໂອກາດອັນດີໃຫ້ແກ່ຜູ້ເຂົ້າຮ່ວມໄດ້ສະແດງຂໍ້ຄິດເຫັນ ແລະ ຫາລືເຖິງສິ່ງທ້າທາຍຕ່າງໆ.

ແຜນດຳເນີນງານອິດສະຕັນບູນ ຖືກຮັບຮອງເອົາໂດຍກອງປະຊຸມ ສະຫະປະຊາຊາດ ວ່າດ້ວຍປະເທດດ້ອຍພັດທະນາຄັ້ງທີ 4 ເມື່ອທ້າຍປີ 2011 ທີ່ນະຄອນຫລວງ ອິດສະຕັນບູນ ປະເທດຕວກກີ ເຊິ່ງມີເປົ້າໝາຍລວມ ຊ່ວຍເຫລືອບັນດາປະເທດດ້ອຍພັດທະນາ ໃຫ້ສາມາດບັນລຸເງື່ອນໄຂການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃຫ້ໄດ້ເຄິ່ງໜຶ່ງ ໃນປີ 2020 ໂດຍການປະຕິບັດ 8 ຂົງເຂດບູລິມະສິດ ຄື: ຄວາມສາມາດດ້ານການຜະລິດ, ກະສິກຳ ໂພຊະນາການ ແລະ ການພັດທະນາຊົນນະບົດ, ການຄ້າ, ການຜະລິດສິນຄ້າ, ການພັດທະນາຊັບພະຍາກອນມະນຸດ ແລະ ສັງຄົມ, ການຮັບມືກັບວິກິດການ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ, ດ້ານແຫລ່ງທຶນ ແລະ ການປົກຄອງທີ່ດີ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...