Homeຂ່າວພາຍ​ໃນໂຄງການກໍ່ສ້າງສູນການຄ້າທັນສະໄໝແຂວງຊຽງຂວາງ ມີຄວາມຄືບໜ້າໄປແລ້ວ 9%

ໂຄງການກໍ່ສ້າງສູນການຄ້າທັນສະໄໝແຂວງຊຽງຂວາງ ມີຄວາມຄືບໜ້າໄປແລ້ວ 9%

Published on

ໃນຕອນແລງວັນທີ 25 ມິຖຸນາ 2016 ຜ່ານມາ ທ່ານ ສົມກົດ ມັງໜໍ່ເມກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ໄດ້ລົງກວດກາໂຄງການກໍ່ສ້າງສູນການຄ້າທັນສະໄໝແຂວງຊຽງຂວາງ ເຊິ່ງເປັນການລົງທຶນຂອງບໍລິສັດເອກະຊົນຊາວຈີນ ຈາກແຂວງເຈີຈຽງ ທີ່ມາລົງທຶນໃນ ສປປ.ລາວ ໂດຍແມ່ນບໍລິສັດຢູຢາວມິງຊຽງພລາສຕິກຈຳກັດ (YUYAO MINGXIANG PLASTIC CO.,LTD).

ໂຄງການກໍ່ສ້າງສູນການຄ້າທັນສະໄໝ ເປັນອາຄານ 9 ຊັ້ນ ຮວມມູນຄ່າການກໍ່ສ້າງ 9 ລ້ານໂດລາສະຫະລັດ ແລະ ເລີ່ມລົງມືການກໍ່ສ້າງມາແຕ່ວັນທີ 25 ພຶດສະພາ 2016 ຄາດວ່າຈະໃຫ້ສຳເລັດໃນປີ 2018 ປັດຈຸບັນ ມີຄວາມຄືບໜ້າແລ້ວ 9% ໃນໂອກາດນີ້ ທ່ານເຈົ້າແຂວງໆຊຽງຂວາງ ກໍໄດ້ປຶກສາຫາລືກັບທ່ານ ຢາງ ຈ້ຽນຮົວ (Yang Jianhua) ປະທານບໍລິສັດຢູຢາວມິງ ຊຽງພລາສຕິກຈຳກັດ ແລະ ໄດ້ໃຫ້ຮູ້ວ່າ ຖ້າໂຄງການນີ້ສຳເລັດ ກໍຈະເຮັດໃຫ້ຊາວຊຽງຂວາງມີສູນການຄ້າທີ່ທັນສະໄໝໃນໂຕເມືອງໂພນສະຫັວນ ເພື່ອເປັນການຕ້ອນຮັບງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ກຽມຄວາມພ້ອມຮອງຮັບໄຫຫີນເປັນມໍລະດົກໂລກ ທີ່ຈະມີນັກທ່ອງທ່ຽວເຂົ້າຢ້ຽມຢາມແຂວງຊຽງຂວາງ ແລະ ໄດ້ຈັບຈ່າຍຊື້ວັດຖຸສິ່ງຂອງ ກໍຄືເຄື່ອງທີ່ລະນຶກ ເຮັດໃຫ້ແຂວງຊຽງຂວາງ ມີໂສມໜ້າໃໝ່ທັນສະໄໝກວ່າເກົ່າ.

ຂ່າວ/ພາບ: ບຸນມີ ແສງທຸມມີ (http://www.vtetoday.la/)

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...