spot_img
Homeຂ່າວການພັດທະນາໂຄງ­ການ​ຂະ­ຫຍາຍ​ອາ­ຄານ​ຜູ້­ໂດຍ­ສານ ສະ­ໜາມ​ບິນ​ສາ­ກົນ​ວັດ​ໄຕ​ຄືບ​ໜ້າ 2,28%

ໂຄງ­ການ​ຂະ­ຫຍາຍ​ອາ­ຄານ​ຜູ້­ໂດຍ­ສານ ສະ­ໜາມ​ບິນ​ສາ­ກົນ​ວັດ​ໄຕ​ຄືບ​ໜ້າ 2,28%

Published on

ເພື່ອ​ເປັນ​ການ​ຮອງ​ຮັບ​ການເຊື່ອມ​ໂຍງ​ກັບ​ບັນ­ດາ​ປະ­ເທດ​ໃນ​ພາກ​ພື້ນ ແລະ​ສາ­ກົນ​ໃນ​ອະ­ນາ­ຄົດ ເປັນ­ຕົ້ນ​ແມ່ນຮັບ­ປະ­ກັນ​ດ້ານ​ຄວາມ​ປອດ​ໄພ, ຄຸນ​ນະ​ພາບ​ການ​ບໍ­ລິ­ການ ແລະ​ອຳ­ນວຍ​ຄວາມສະ­ດວກ, ລັດ­ຖະ­ບານ ຈິ່ງ​ໄດ້​ຂະ­ຫຍາຍ​ອາ­ຄານ​ຜູ້­ໂດຍ­ສານ​ສະ­ໜາມ​ບິນ​ສາ­ກົນ​ວັດ​ໄຕ ເພື່ອ​ຮອງ​ຮັບ​ກັບ​ການ​ເຊື່ອມ​ໂຍງ, ຊຶ່ງ​ໂຄງ­ການ​ດັ່ງ­ກ່າວ​ໄດ້​ເລີ່ມ​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ທ້າຍ​ປີຜ່ານ​ມາ​ໂດຍ​ຮອດ​ປະ­ຈຸ​ບັນ​ມີ​ຄວາມ​ຄືບໜ້າ​ແລ້ວ 2,28%.

ວັນ​ທີ 28 ມິ­ຖຸ­ນາຜ່ານ​ມາ ຄະ­ນະການ​ນຳ​ຂອງ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ໄດ້​ລົງ​ຢຽ້ມ​ຢາມ​ໂຄງ­ການ​ກໍ່­ສ້າງຂະ­ຫຍາຍ​ອາ­ຄານ​ຜູ້­ໂດຍ­ສານ​ສະ­ໜາມບິນ​ສາ­ກົນ​ວັດ​ໄຕ ຊຶ່ງ​ນຳ​ໂດຍ​ທ່ານ ລັດ­ຕະ­ນະ­ມະ­ນີ ຄູນ​ນີ​ວົງ ຮອງ​ລັດ­ຖະ­ມົນ­ຕີກະ­ຊວງ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ, ພ້ອມ​ດ້ວຍຫົວ­ໜ້າ​ກົມ​ການ­ບິນ, ທີ່​ປຶກ­ສາ​ໂຄງການ, ຜູ້​ຮັບ​ເໝົາ ແລະ​ຄະ­ນະ​ຄຸ້ມ​ຄອງໂຄງ­ການ.

ໂຄງ­ການ​ດັ່ງ­ກ່າວ ໄດ້​ເລີ່ມ​ດຳ­ເນີນການ​ກໍ່­ສ້າງ​ຕັ້ງ­ແຕ່​ວັນ​ທີ 9 ທັນ­ວາ 2015 ເປັນ­ຕົ້ນ​ມາ, ມາ​ຮອດ​ປະ­ຈຸ​ບັນ​ການ​ກໍ່ ສ້າງ​ມີ​ຄວາມ​ຄືບ​ໜ້າ 2,28% ໂດຍ​ຕາມ​ແຜນ​ແມ່ນ 2,29%, ໃນ​ນັ້ນ ໜ້າ​ວຽກ​ທີ່ສຳ­ເລັດ​ມີ​ດັ່ງ­ນີ້: ການ​ຮື້​ຖອນ​ອາ­ຄານສາງ​ສິນ­ຄ້າ, ການ​ຕອກ​ເສົາ​ເຂັມ​ບໍ­ລິ­ເວນທີ່​ຈະ​ກໍ່­ສ້າງ​ອາ­ຄານ​ເຊື່ອມ​ຕໍ່​ເຮືອ­ບິນ (Concours) ແລະ​ສ່ວນ​ຕໍ່​ຂະ­ຫຍາຍອາ­ຄານ​ຜູ້­ໂດຍ­ສານ​ສາ­ກົນ​ເບື້ອງ​ທິດເໜືອ, ການ​ຂຸດ​ລອດ​ໜ້າ­ດິນ​ບໍ­ລິ­ເວນ​ທີ່​ຈະກໍ່­ສ້າງ​ທາງ​ກິ້ງ D (Taxiway D) ແລະ​ລານ​ຈອດ​ລົດ­ຊົ່ວ​ຄາວ​ໜ້າ​ອາ­ຄານ​ຜູ້­ໂດຍ­ສານ​ພາຍ​ໃນ.

ສຳ­ລັບ​ໜ້າ​ວຽກທີ່​ກຳ­ລັງ​ດຳ­ເນີນ​ການ​ກໍ່­ສ້າງ​ຢູ່​ປະ­ຈຸ​ບັນລວມ​ມີ: ກໍ່­ສ້າງ​ຮາກ​ຖານ​ອາ­ຄານ​ຜູ້­ໂດຍ­ສານ​ສາ­ກົນເບື້ອງ​ຕໍ່​ຂະ­ຫຍາຍ​ດ້ານ​ທິດ­ເໜືອ, ບົດ​ອັດຊັ້ນ​ດິນ​ຢູ່​ບໍ­ລິ­ເວນ​ທີ່​ຈະ​ກໍ່­ສ້າງ Taxiway D ແລະ​ລານ​ຈອດ​ລົດ A ທ້າຍ​ສຸດແມ່ນ​ກະ­ກຽມ​ພື້ນ​ທີ່​ຈະ​ກໍ່­ສ້າງ​ອາ­ຄານຜູ້­ໂດຍ­ສານ​ພາຍ​ໃນ​ຊົ່ວ­ຄາວ ແລະ​ອາຄານ​ສ້ອມ­ແປງ​ສະ­ໜາມ​ບິນ, ໂຄງ­ການດັ່ງ­ກ່າວ​ຈະ​ດຳ­ເນີນ​ການ​ກໍ່­ສ້າງ​ເປັນ​ເວ­ລາ 32 ເດືອນ, ໂດຍ​ໃຊ້​ງົບ­ປະ­ມານ​ກໍ່­ສ້າງ​ທັງ​ໝົດ 7,53 ຕື້​ເຢນ ຫຼື ປະ­ມານ 61 ລ້ານ​ໂດ​ລາ​ສະ­ຫະ­ລັດ, ພາຍ­ຫຼັງ​ທີ່ໂຄງ­ການ​ສຳ­ເລັດ​ແລ້ວ, ນອກ­ຈາກ​ຈະສາ­ມາດ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່ການ​ດຳ­ເນີນ​ວຽກ​ງານ​ການ­ບິນ​ແລ້ວ, ຄາດ​ວ່າ​ຈະ​ເປັນ​ການ​ປະ­ກອນ​ສ່ວນ​ສຳຄັນໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມຂອງ ສປປ ລາວ ເປັນ­ຕົ້ນ​ແມ່ນ​ດ້ານການ​ຄ້າ, ການ­ທ່ອງ­ທ່ຽວ, ການ​ລົງ­ທຶນຂອງ​ສາ­ກົນ ແລະ​ອື່ນໆ.

ຫຼັງ​ຈາກ​ນັ້ນ ຄະ­ນະ​ດັ່ງ­ກ່າວ​ໄດ້​ຖື​ໂອກາດ​ນີ້ ຢ້ຽມ­ຢາມ​ພື້ນ​ທີ່​ໂຄງ­ການ​ທົ່ວ​ສະ­ໜາມ​ບິນ, ຮອ່ງ​ລະ­ບາຍ​ນ້ຳ, ສູນ​ດັບ​ເພີງ ແລະ​ຕຶກ VIP ຜູ້­ໂດຍ­ສານ, ເພື່ອ​ກະ­ກຽມຄວາມ​ພ້ອມ​ໃນ​ການ​ຮອງ​ຮັບ​ການ​ເປັນເຈົ້າ­ພາບ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ​ທີ່​ຈະ​ຂຶ້ນ​ໃນ​ທ້າຍ​ປີ​ນີ້.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...