Home​ຂ່າວບັນເທິງ"ຄິມ ຊອງ ມິນ" ດາລາລຸ້ນໃຫຍ່ຂອງວົງການບັນເທີງເກົາຫຼີໃຕ້ໄດ້ເສຍຊີວິດ! ຍາດບໍລິຈາກອະໄວຍະວະ

“ຄິມ ຊອງ ມິນ” ດາລາລຸ້ນໃຫຍ່ຂອງວົງການບັນເທີງເກົາຫຼີໃຕ້ໄດ້ເສຍຊີວິດ! ຍາດບໍລິຈາກອະໄວຍະວະ

Published on

ບັນເທີງຕ່າງແດນ ກັບ ລາວໂພສຕ໌ ວັນນີ້ເຮົາຈະເວົ້າກ່ຽວກັບຂ່າວທີ່ຊ໊ອກວົງການບັນເທີງຂອງເກົາຫຼີໃຕ້ ເມື່ອດາລາຊື່ດັງອີກຄົນໜຶ່ງແຫ່ງວົງການບັນເທີງເກົາຫຼີຢ່າງ ຄິມ ຊອງ ມິນ ໄດ້ຈົບຊີວິດລົງ.

ສຳນັກຂ່າວ ຍອນຮັບ ລາຍງານວ່າ ຄິມ ຊອງ ມິນ ດາລາເກົາຫຼີໃຕ້ໄວອາຍຸ 43 ປີ ເສຍຊີວິດລົງແລ້ວໃນວັນອາທິດ ທີ່ 26 ມິຖຸນາ 2016 ທີ່ໂຮງໝໍ Seoul St. Mary’s Hospital ດ້ວຍພາວະສະໝອງຕາຍ ເມື່ອເຊົ້າຂອງວັນອາທິດທີ່ຜ່ານມາຫຼັງຈາກທີ່ເຂົາຢູ່ໃນອາການໂຄມ່າເຖິງ 2 ວັນ ໃນວັນເກີດເຫດ ຄິມ ຊອງ ມິນ ເກີດມີປາກສຽງກັບເມຍຂອງລາວເອງທີ່ເຮືອນຈົນເຮັດໃຫ້ເມຍຂອງລາວເກັບເຄື່ອງໜີອອກຈາກເຮືອນ ກ່ອນທີ່ລາວຈະຄິດສັ້ນພະຍາຍາມຂ້າຕົວຕາຍໃນຫ້ອງນ້ຳ.

ເມຍ ແລະ ລູກຂອງລາວໄດ້ເຜີຍວ່າ ໃນຂະນະທີ່ ຄິມຊອງມິນ ຍັງມີຊີວິດຢູ່ ລາວຈະມັກເວົ້າສະເໝີວ່າຢາກບໍລິຈາກອະໄວຍະວະໃນຮ່າງກາຍຂອງລາວ ດັ່ງນັ້ນຄອບຄົວຂອງ ຄິມ ຊອງ ມິນ ຈິ່ງຕັດສິນໃຈເຮັດຕາມຈຸດປະສົງຂອງຜູ້ກ່ຽວ ດ້ວຍການບໍລິຈາກຫົວໃຈ, ປອດ, ລຳໃສ້ໃຫຍ່, ໝາກໄຂ່ຫຼັງ, ຕັບ ແລະ ແກ້ວຕາ ແກ່ຄົນປ່ວຍ 5 ຄົນ ເມື່ອຕອນແລງເວລາ 18:00ໂມງ (ວັນທີ 26 ມິຖຸນາ. ຕາມເວລາທີ່ເກົາຫຼີ) ແລະ ຖອດເຄື່ອງຊ່ວຍຫາຍໃຈອອກຫຼັງຈາກການຜ່າຕັດສຳເລັດ ເຊິ່ງພິທີຝັງສົບຂອງ ຄິມຊອງມິນ ແມ່ນໄດ້ຈັດຂຶ້ນໃນວັນນີ້ ວັນທີ 28 ມິຖຸນາ 2016

ຄິມ ຊອງ ມິນ ເຂົ້າສູ່ວົງການເລີ່ມຈາກເປັນນັກສະແດງລະຄອນເວທີເມື່ອປີ 1995 ແລະ ໂດ່ງດັງຈາກຊີຣີ້ເລື່ອງ Mermaid Lady ເຊິ່ງອອກອາກາດທາງຊ່ອງ MBC ເມື່ອປີ 2002 ກ່ອນທີ່ລາວຈະມີຂ່າວຊ໊ອກວົງການບັນເທີງເກົາຫຼີໃຕ້ ດ້ວຍການມີຄະດີຕິດພັນກັບຢາເສບຕິດ ເຖິງ 2 ຄັ້ງ ໃນປີ 2011 ແລະ ຖືກສານຕັດສິນໃຫ້ລົງອາຍາ 4 ປີ ແລະ ເມື່ອປີ 2015 ຖືກສານຈຳຄຸກ 10 ເດືອນ ແລະ ຄິມຊອງມິນ ຫາກໍ່ໄດ້ຮັບອິດສະຫຼະພາບອອກຈາກຄຸກມາເມື່ອເດືອນມັງກອນ 2016 ນີ້ເອງ

1467003008043

kim101

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...