spot_img
Homeນານາສາລະປູກຖົ່ວງອກເປັນສິນຄ້າ! ພຽງ 3 ວັນກໍ່ເກັບຂາຍໄດ້

ປູກຖົ່ວງອກເປັນສິນຄ້າ! ພຽງ 3 ວັນກໍ່ເກັບຂາຍໄດ້

Published on

ກະສິກຳ ວັນນີ້ເຮົາຈະພາທຸກຄົນມາປູກຖົ່ວງອກເພື່ອຂາຍເປັນສິນຄ້າ ເພາະຖົ່ວງອກນອກຈາກຄົນຈະນິຍົມກິນແລ້ວ ວິທີການປູກບໍ່ຫຍູ້ງຍາກ ແຖມໃຊ້ເວລາພຽງສັ້ນໆ ພຽງ 3 ວັນ ກໍ່ສາມາດເກັບຂາຍໄດ້ແລ້ວ ເຊິ່ງວິທີການປູກຈະມີແນວໃດນັ້ນເຮົາມາເບິ່ງພ້ອມກັນເລີຍ

1466919887_2

ຂະບວນການປູກຖົ່ວງອກ

1.ນຳຖົ່ວຂຽວເປືອກດຳ ທີ່ນຳເຂົ້າຈາກມຽນມາ ມາລ້າງໃຫ້ສະອາດລ້າງໃຫ້ກ້ຽງ ຈາກນັ້ນກໍ່ຮ່ອນເພື່ອເອົາວັດຖຸດິບອື່ນທີ່ບໍ່ແມ່ນຖົ່ວຂຽວອອກ ແລ້ວກໍ່ນຳຖົ່ວທີ່ໄດ້ໄປແຊ່ນ້ຳໄວ້ 2 ຊົ່ວໂມງ

1466919914_3

2.ໃຊ້ຖັງຂະໜາດ 200 ລິດ ຕັດເຄິ່ງ ແລະ ເຈາະຮູທີ່ຖັງເພື່ອເຮັດເປັນບ່ອນລະບາຍນ້ຳ ຈາກນັ້ນກໍ່ນຳຖົວຂຽວທີ່ຜ່ານການລ້າງ ແລະ ຮ່ອນສະອາດແລ້ວມາລົງໃນຖັງປະມານ 7 ກກ. ແລະ ນຳຕາໜາງຂຽວມາບົກໄວ້ທາງເທິງເພື່ອເວລາຫົດນ້ຳ ນ້ຳຈິ່ງບໍ່ໄປກະແທກກັບໃນຖົວຂຽວແຮງເກີນໄປ

351

3.ຫົດນ້ຳຜ່ານຕາໜ່າງຂຽວທຸກໆ 2 ຊົ່ວໂມງ (ສະເລ່ຍການຫົດນ້ຳວັນລະ 12 ຄັ້ງ) ເປັນເວລາ 3 ວັນ ໃນຖົ່ວກໍ່ຈະງອກອອກມາເປັນຖົ່ວງອກສີຂາວ ອວບອ້ວນ ໜ້າກິນ ແລະ ສາມາດນຳໄປຂາຍໄດ້

1466919965_4

ທີ່ມາ: http://www.khaosod.co.th/view_newsonline.php?newsid=1466920017

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...