Homeຂ່າວການພັດທະນາ2 ເດືອນຜ່ານມາ ລັດຖະບານສາມາດແກ້ໄຂບັນຫາເຄັ່ງຮ້ອນຫລາຍດ້ານ

2 ເດືອນຜ່ານມາ ລັດຖະບານສາມາດແກ້ໄຂບັນຫາເຄັ່ງຮ້ອນຫລາຍດ້ານ

Published on

ໃນໂອກາດກ່າວເປີດກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານ ແລະ ເຈົ້າແຂວງຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີລຸສິດ ໄດ້ຊີ້ໃຫ້ເຫັນວ່າ: ຫລັງຈາກຄະນະລັດຖະບານຊຸດໃໝ່ (ຊຸດທີ VIII) ໄດ້ສຳເລັດການວາງແຜນດຳເນີນງານໄລຍະ 5 ປີ (2016-2020) ຂອງລັດຖະບານ, ການແບ່ງຄວາມຮັບຜິດຊອບລະຫວ່າງນາຍົກລັດຖະ ມົນຕີ ແລະ ຮອງນາຍົກລັດຖະມົນຕີ, ພ້ອມມອບຄວາມຮັບຜິດ ຊອບໃຫ້ບັນດາລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປັບປຸງແບບແຜນວິທີເຮັດວຽກຂອງລັດຖະບານ ແລະ ອື່ນໆ ເຊິ່ງເຫັນໄດ້ວ່າພຽງໄລຍະສອງເດືອນ ລັດຖະບານສາມາດສຸມໃສ່ແກ້ໄຂບັນຫາເສດຖະກິດ-ສັງຄົມເປັນບູລິມະສິດ ໂດຍສະເພາະການປຶກສາຫາລືບັນຫາຕ່າງໆກ່ຽວກັບການຈັດເກັບລາຍຮັບງົບປະມານໃຫ້ໄດ້ຕາມຄາດໝາຍທີ່ສະພາແຫ່ງຊາດດັດແກ້, ພ້ອມທັງອອກຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດຄຸ້ມຄອງຕິດຕາມການເກັບລາຍຮັບເຂົ້າງົບປະມານ ແລະ ແຕ່ງຕັ້ງທີມງານເສດຖະກິດຂອງລັດຖະບານ, ໄດ້ອອກຄຳສັ່ງ

ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ເຊິ່ງລັດຖະບານຖືເປັນວຽກງານບູລິມະສິດທີ່ຕ້ອງພ້ອມກັນແກ້ໄຂຢ່າງຈິງຈິງ, ເດັດຂາດບໍ່ໃຫ້ມີການຝ່າຝືນ. ຄຽງຄູ່ກັນນັ້ນ ກໍໄດ້ມີການແກ້ໄຂບັນຫາຫາງສຽງຈົ່ມວ່າຂອງສັງ ຄົມກ່ຽວກັບລາຄາກະແສໄຟຟ້າຂຶ້ນຜິດປົກກະຕິ ໂດຍໄດ້ອອກຄຳສັ່ງໃຫ້ກະຊວງກ່ຽວຂ້ອງຮີບຮ້ອນກວດກາຄືນລາຄາກະແສໄຟຟ້າ ແລະ ແກ້ໄຂຄວາມເດືອດຮ້ອນຂອງຜູ້ຊົມໃຊ້ໃຫ້ທັນເວລາ, ໄດ້ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ, ບັນຫາອຸປະ ຕິເຫດບົນທ້ອງຖະໜົນ, ການຈອດລົດຊະຊາຍ,ບັນຫາຕ້ານແລ້ງຕ້ານຖ້ວມ. ສະຫລຸບແລ້ວເຫັນວ່າໄດ້ມີຜົນສຳເລັດໃນຫລາຍດ້ານ, ປະເທດຊາດສືບຕໍ່ມີສະຖຽນລະພາບໝັ້ນຄົງ, ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ແລະ ສືບຕໍ່ຂະຫຍາຍຕົວ, ການລົງທຶນພາຍໃນ ແລະ ຕ່າງປະເທດຍັງຢູ່ໃນບັນຍາກາດທີ່ດີ, ຂົງເຂດການຜະລິດກໍມີຫລາຍວຽກພົ້ນເດັ່ນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າສືບຕໍ່ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນເປັນກ້າວໆ.

ທ່ານລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທັງເປັນໂຄສົກລັດຖະບານ ຈະເລີນ ເຢຍປາວເຮີ ກ່າວວ່າ: ສຳລັບວຽກງານຮີບດ່ວນຂອງລັດຖະບານໃນຕໍ່ໜ້ານີ້ແມ່ນສຸມໃສ່ການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານທ້າຍສົກປີ 2015-2016, ມາດຕະການເກັບລາຍຮັບ 3 ເດືອນທ້າຍປີ ແລະ 3 ເດືອນຂ້າມຜ່ານ, ແກ້ໄຂການເບີກຈ່າຍເງິນເດືອນ, ແກ້ໄຂສະພາບຄ່ອງດ້ານການເງິນ ແລະ ຟື້ນຟູລະບົບການຜະລິດ-ທຸລະກິດໃຫ້ມີພື້ນຖານເຂັ້ມແຂງ ລວມເຖິງການຕິດຕາມການປະຕິບັດຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຢ່າງໃກ້ຊິດ ນັບແຕ່ຢູ່ສູນກາງ ແລະ ທ້ອງຖິ່ນ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...