Home​ຂ່າວທ່ອງທ່ຽວຖໍ້າອຸດຕຸມຄຳ "ຖ້າພໍ່ບົວ" ສະຖານທີ່ສັກສິດ ແຫ່ງເມືອງ ຊຽງຮອນ

ຖໍ້າອຸດຕຸມຄຳ “ຖ້າພໍ່ບົວ” ສະຖານທີ່ສັກສິດ ແຫ່ງເມືອງ ຊຽງຮອນ

Published on

ຖ້າໄດ້ທ່ຽວແຂວງ ໄຊຍະບູລີ ຢ່າລືມມາທີ່ນີ້ ນີ້ເປັນອີກໜຶ່ງສະຖານທີ່ໃນການທ່ອງທ່ຽວທີ່ພວກເຮົາຂໍນຳສະເໜີ ຖໍ້າອຸດຕຸມຄຳ ຫຼື “ຖ້ຳພໍ່ບົວ” ບ້ານຂິ່ງ ເມືອງ ຊຽງຮ່ອນ ແຂວງໄຊຍະບູລີ ຖ້າແຫ່ງນີ້ນອກຈາກຈະມີຄວາມສວຍງາມ ແລະ ຄວາມອຸດົມສົມບູນທາງທຳມະຊາດແລ້ວ ຍັງເປັນຖ້ຳທີ່ມີຄວາມສັກສິດ ຜູ້ຄົນໃຫ້ຄວາມເຄົາລົບນັບຖື ແລະ ສັກກາລະບູຊາ

812

ຕາມຄຳບອກຂານວ່າຖ້ຳແຫ່ງນີ້ມີຄວາມເປັນມາຄືເປັນເວລາດົນນານມາແລ້ວ ມີພະບົວລຽບປັດສະໂຖພ້ອມດ້ວຍ ສຳມະເນນ 3 ອົງ ຄື: ສຳມະເນນ ອິນເຫຼົາ, ສຳມະເນນຄຳ ແລະ ສຳມະເນນກັນນິຖາ ພາກັນໄປຈຳສິນພາວະນາຢູ່ໃນ ປ່າ, ສ່ວນພະບົວລຽບປັດສະໂຖ ໄດ້ຈຳສິນຢູ່ພາຍໃນຖ້ຳແຫ່ງນີ້ເພາະເຫັນວ່າເປັນສະຖານທີ່ສະຫງົບເຊິ່ງເຫມາະແກ່ການປະຕິບັດທຳກຳມະຖານຂອງພະພິກຂຸສົງ ແລະ ດິນແດນແຫ່ງນີ້ຍັງເປັນບ່ອນທີ່ສັກສິດທີ່ປະຊາຊົນເຄົາລົບນັບຖືສັກກາລະບູຊາຕະຫລອດມາ,ການທີ່ມີພະສົງໄປຈຳສິນພາວະນາ ສຶກສາຮ່ຳຮຽນວິໄນສົງຢູ່ເຂດນັ້ນກໍ່ເລີຍມີອອກຕົນຍາດໂຍມພາຍໃນບ້ານຂິ່ງ ແລະ ບ້ານຄ້ຳ ພາກັນ ມາບູລະນະປະຕິສັງຂອນຖ້ຳແຫ່ງນີ້ດ້ວຍການປຸກສ້າງກຸດຕິ, ກໍ່ພະທາດເຈດີ ແລະ ໄດ້ນຳເອົາພະພຸດທະຮູບໄປປະດິດສະຖານເພື່ອສັກກາລະບູຊາ. ບຸນປີໃໝ່ລາວຂອງທຸກໆປີ ປະຊາຊົນໄດ້ພ້ອມພາກັນໄປຫົດສົງພະພຸດທະຮູບ ແລະ ເປັນການພາຄອບຄົວຍາດພີ່ນ້ອງໄປພັກຜ່ອນທ່ຽວຊົມທຳມະຊາດທີ່ມີຄວາມສວຍສົດງົດງາມອີກດ້ວຍ

29

ຖໍ້າອຸດຕຸມຄຳ ຫຼື “ຖ້ຳພໍ່ບົວ” ຕັ້ງຢູ່ບ້ານຂິ່ງ ຫ່າງຈາກເທດສະບານຂອງເມືອງ ຊຽງຮ່ອນ ແຂວງໄຊຍະບູລີປະມານ 5 ກິໂລແມັດ, ນັກທ່ອງທ່ຽວສາມາດໄປພັກຜ່ອນທ່ຽວຊົມຖ້ຳພໍ່ບົວດ້ວຍການຂີ່ລົດ

27 26

ຂອບໃຈຂໍ້ມູນດີໆຈາກ:ອົງການພັດທະນາການທ່ອງທ່ຽວແຂວງໄຊຍະບູລີ ແລະ ເຟສບຸກ: ຊຽງຮອນບ້ານເຮົາ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...