spot_img
HomeມູມໄອທີລາວQualcomm ຮຽກຮ້ອງເງິນ 520 ລ້ານຢວນ ຈາກ Meizu ຂໍ້ຫາລະເມີດສິດທິບັດ

Qualcomm ຮຽກຮ້ອງເງິນ 520 ລ້ານຢວນ ຈາກ Meizu ຂໍ້ຫາລະເມີດສິດທິບັດ

Published on

ໃນອາທິດທີ່ຜ່ານມາບໍລິສັດ Qualcomm ໄດ້ຍື່ນເລື່ອງຮ້ອງຮຽນທີ່ສານຊັບສິນທາງປັນຍາ ໃນປັກກິ່ງ ວ່າດ້ວຍເລື່ອງທີ່ບໍລິສັດ Meizu ລະເມີດສິດທິບັດຂອງຕົນ. ຈາກລາຍງານໃນຄັ້ງນັ້ນທາງບໍລິສັດ Qualcomm ບໍ່ສາມາດປະເມີນມູນຄ່າຄວາມເສຍຫາຍທີ່ເກີດຂຶ້ນໄດ້ ແຕ່ຂ່າວຫຼ້າສຸດບອກວ່າ ທາງບໍລິສັດ Qualcomm ຕ້ອງການເງິນຈຳນວນ 520 ລ້ານຢວນ ສຳລັບຄວາມເສຍຫາຍທີ່ເກີດຂຶ້ນນີ້. ເຖິງວ່າ Meizu ຈະບໍ່ໄດ້ໃຊ້ງານຊິບເຊັດຂອງ Qualcomm, ແຕ່ບໍລິສັດສັນຊາດອາເມຣິກາໄດ້ກ່າວວ່າ ບໍລິສັດ Meizu ໄດ້ຄົ້ນພົບວິທີທີ່ຈະໃຊ້ສິດທິບັດບາງສ່ວນໄດ້ ໂດຍທີ່ບໍ່ຈຳເປັນຕ້ອງຂໍອະນຸຍາດຫຼືຈ່າຍຄ່າລິຂະສິດໃດໆ.

image

ທາງບໍລິສັດ Meizu ເອງກໍໄດ້ອອກມາຖະແຫຼງການຢ່າງເປັນທາງການ ເຊິ່ງໄດ້ກ່າວວ່າ: ທາງບໍລິສັດແມ່ນໃຫ້ຄວາມສຳຄັນກັບການຄຸ້ມຄອງຊັບສິນທາງປັນຍາຢູ່ສະເໝີ ແລະບໍ່ເຄີຍປະຕິເສດທີ່ຈະຈ່າຍຄ່າສິດທິບັດຕາມກົດໝາຍ. ນອກນີ້ຍັງກ່າວວ່າ ທາງບໍລິສັດໄດ້ຕິດຕໍ່ກັບ Qualcomm ຫຼາຍຄັ້ງ ແລະຜິດຫວັງທີ່ຕ້ອງຈົບລົງທີ່ສານ. Meizu ບອກວ່າຈະຈັດງານຖະແຫຼງຂ່າວກ່ຽວກັບຄະດີດັ່ງກ່າວໃນວັນອັງຄານ ທີ່ 28 ມິຖຸນານີ້.

ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...