Homeວິທະຍາສາດ-ວິທະຍາການ5 ວິທີສ້າງກຳລັງໃຈໃຫ້ຕົວເອງ ປ່ຽນແນວຄິດແລ້ວກ້າວຕໍ່ໄປ

5 ວິທີສ້າງກຳລັງໃຈໃຫ້ຕົວເອງ ປ່ຽນແນວຄິດແລ້ວກ້າວຕໍ່ໄປ

Published on

ບາງຄົນອາດຮູ້ສຶກເມື່ອຍ ຫຼື ທໍ້ແທ້ກັບເລື່ອງບາງເລື່ອງບໍ່ວ່າຈະເປັນເລື່ອງວຽກ, ເລື່ອງຄວາມຮັກ, ຄອບຄົວ ຫຼື ເລື່ອງສ່ວນຕົວ ແຕ່ມັນກໍ່ມີຫຼາຍວິທີທີ່ຈະຊ່ວຍໃຫ້ທ່ານຄາຍຄຽດໄດ້ ແລ້ວກໍ່ມີວິທີທີ່ຈະສ້າງກຳລັງໃຈໃຫ້ຕົວເອງໄດ້ກ້າວເດີນຕໍ່ໄປໄດ້ ດັ່ງຄຳແນະນຳດີໆທີ່ Woman+ ວັນນີ້ພວກເຮົາເລີຍບໍ່ພາດທີ່ຈະນຳມາບອກກັນ

  1. ຄິດເຖິງຕົວເອງຢູ່ສະເໝີ: ຂໍ້ນີ້ບໍ່ໄດ້ໝາຍຄວາມວ່າຈະໃຫທ່ານເຫັນແກ່ຕົວ ແຕ່ຢາກບອກວ່າບໍ່ວ່າທ່ານຈະຜິດຫວັງມາກັບສິ່ງໃດກໍ່ຕາມ ທ່ານຕ້ອງອົດທົນ, ຕ້ອງສູ້ເພື່ອຊີວິດທີ່ດີຂອງຕົວເອງ ຢ່າປ່ອຍໃຫ້ຕົວເອງໂສກເສົ້າ, ໄຮ້ຄ່າພຽງຄົນດຽວບໍ່ເຫັນຄ່າຂອງເຮົາ ເພາະຖ້າເຮົາບໍ່ດູແລຕົວເອງໃຫ້ດີແລ້ວໃຜຈະມາດູແລເຮົາ
  2. ເຮົາຍັງມີເລື່ອງດີໆໃຫ້ຄິດອີກຫຼາຍເລື່ອງ: ເລື່ອງໃດທີ່ເຮົາຄິດແລ້ວເຮັດໃຫ້ເຮົາກຸ້ມໃຈ, ຄິດແລ້ວເປັນທຸກທ່ານກໍ່ພະຍາຍາມຢ່າຄິດ ເພາະໃນຊີວິດເຮົາມັນບໍ່ແມ່ນມີເລື່ອງດຽວທີ່ຕ້ອງຄິດ ແຕ່ມັນຍັງມີຫຼາຍດີໆ ຄວາມຊົງຈຳດີໆທີ່ຕ້ອງຄິດອີກຫຼາຍເລື່ອງ
  3. ຄົນດີຍັງມີຢູ່ຂ້າງກາຍເຮົາ: ຢ່າຄິດວ່າໂລກນີ້ເຮົາຢືນຢູ່ລຳພັງ, ຢ່າຄິດວ່າຊີວິດນີ້ເຮົາຈະພົບແຕ່ຄົນບໍ່ດີ ເພາະທີ່ຈິງແລ້ວ ຖ້າເຮົາເປີດຕາເປີດໃຈໃຫ້ກ້ວາງກວ່ານີ້ ເຮົາຍັງມີອີກຫຼາຍຄົນທີ່ດີ ແລະ ຢືນຄຽງຂ້າງເຮົາເຊັ່ນ: ພໍ່, ແມ່, ຄົນໃນຄອບຄົວ, ເພື່ອນຮ່ວມງານ ແລະ ໝູ່ບາງຄົນທີ່ດີກັບເຮົາກໍ່ມີs1_2

4. ລອງທົບທວນເລື່ອງດີໆທີ່ຜ່ານມາ:  ຫາກປັດຈຸບັນນີ້ເຮົາກຳລັງທໍ້ແທ້ເຮົາລອງຄິດທົບທວນໄປໃນອະດີດ ບາງຄັ້ງເຮົາອາດຈະຮູ້ວ່າໃນຊີວິດເຮົາມັນກໍ່ບໍ່ໄດ້ພົບເລື່ອງຮ້າຍແຮງສະເໝີໄປ ບາງຊ່ວງຊີວິດກໍ່ພົບເລື່ອງດີ ບາງຊ່ວງຊີວິດກໍ່ພົບເລື່ອງບໍ່ດີ ນີ້ແຫຼະຊີວິດຄົນ ແຕ່ເຮົາກໍ່ຜ່ານມັນມາໄດ້ທຸກຄັ້ງ ແລະ ຄັ້ງນີ້ກໍ່ຕ້ອງຜ່ານມັນໄປໄດ້ອີກ

5. ເຝິກສະມາທິ ແລະ ສຶກສາພຣະທັມ: ການເຮັດໃຫ້ຈິດໃຈເຮົາສະຫງົບນອກຈາກຈະເຮັດໃຫ້ເຮົາຮູ້ສຶກຜ່ອນຄາຍລົງໄປໄດ້ແລ້ວ ມັນຍັງຊ່ວຍໃຫ້ເຮົາເກີດສະຕິອີກດ້ວຍ ເມື່ອມີສະຕິປັນຍາກໍ່ເກີດ ແລ້ວເຮົາກໍ່ຈະເຫັນສາເຫດຂອງບັນຫາຄວາມທຸກເມື່ອເຫັນແລ້ວກໍ່ແກ້ໄຂທີ່ຕົ້ນເຫດນັ້ນ ເພື່ອເຮັດໃຫ້ເຮົາຫຼຸດພົ້ນອອກຈາກຄວາມທຸກນັ້ນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...