spot_img
Homeຂ່າວທ້ອງຖິ່ນປກສ ​ແຂວງ​ຄຳ​ມ່ວນ ຢຶດ​ໄມ​້ດູ່​ໄດ້​ຈຳນວນ​ຫລາຍ

ປກສ ​ແຂວງ​ຄຳ​ມ່ວນ ຢຶດ​ໄມ​້ດູ່​ໄດ້​ຈຳນວນ​ຫລາຍ

Published on

 

​ເຈົ້າໜ້າ​ທີ່ ປກສ ​ແຂວງ​ຄຳ​ມ່ວນ ລາຍ​ງານ​ໃຫ້​ຮູ້​ວ່າ: ​ເມື່ອ​ບໍ່​ດົນ​ມານີ້, ​ໄດ້​ຢຶດລົດ​ບັນທຸກ 10 ລໍ້ ໝາຍ​ເລກ​ທະບຽນ ບກ 1293 ຄຳ​ມ່ວນ ຂັບ​ໂດຍ​ທ້າວ ​ເອກ​ມະນີ​ວັນ ຢູ່​ບ້ານ​ເວີນ ​ເມືອງ​ໄຊ​ບູລີ ແຂວງ​ສະຫວັນ​ນະ​ເຂດທີ່​ໄດ້​ບັນທຸກ​ໄມ້​ດູ່​ຈຳນວນ 206 ຕັບ, ບໍລິ​ມາດວ່າ 9 ​ແມັດ​ກ້ອນ ​ແລະ ມີ​ມູນ​ຄ່າ​ຫລາຍ​ກວ່າ 200 ລ້ານ​ກີບ. ຜ່ານ​ການ​ສືບສວນ-ສອບ​ສວນ​ຂອງ​ເຈົ້າໜ້າ​ທີ່ ຜູ້​ຂັບ​ລົດ​ຄັນ​ດັ່ງກ່າວຮັບ​ສາລະພາບ​ວ່າ: ມີ​ນັກທຸລະກິດ​ຢູ່​ແຂວງ​ສະຫວັນ​ນະ​ເຂດ​​ຈ້າງ​ໃຫ້​ຕົນ​ນຳ​ໄມ້​ທັງ​ໝົດ​ໄປ​ສົ່ງ​ໃຫ້​ໂຮງ ງານ​ເຟີ​ນີ​ເຈີ​ແຫ່ງ​ໜຶ່ງ​ຢູ່​ເມືອງ​ທ່າ​ແຂກ ແຂວງ​ຄຳ​ມ່ວນ ​ໂດຍ​ໄດ້​ຮັບ​ຄ່າ​ຈ້າງ 2 ລ້ານ​ກີບ​ຕໍ່​ຖ້ຽວ. ປັດຈຸບັນ​ໄມ້​ທັງ​ໝົດ​ຍັງ​ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງ​ເຈົ້າໜ້າ​ທີ່ ​ເພື່ອ​ເປັນ​ຫລັກ​ຖານ​ໃນ​ການ​ດຳ​ເນີນ​ຄະດີ​ກັບ​ເຈົ້າຂອງ​ໄມ້​ຕາມ​ລະບຽບ​ກົດໝາຍ.

 

ຂອບໃຈຂ່າວຈາກລາວພັດທະນາ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...