Homeຂ່າວການພັດທະນາສູນເສຍອົງຄະພິເສດ 790 ໄດ້ມີລະບົບນ້ຳໃຊ້ທີສະອາດ ຢ່າງທົ່ວເຖິ່ງ.

ສູນເສຍອົງຄະພິເສດ 790 ໄດ້ມີລະບົບນ້ຳໃຊ້ທີສະອາດ ຢ່າງທົ່ວເຖິ່ງ.

Published on

ໃນວັນທີ 20 ມິຖຸນາ 2016 ຜ່ານມານີ້ ໄດ້ມີພິທີມອບ ໂຄງການປັບປຸງລະບົບນ້ຳໃຊ້ ຢູ່ສູນເສຍອົງຄະພິເສດ 790, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າກົມນະໂຍບາຍ, ຫົວໜ້າ ກົມຊັບສິນກະຊວງການ ເງິນ,ຫົວໜ້າກົມເຄຫາ-ຜັງເມືອງ ກະຊວງໂຍທາ ແລະ ຂົນສົ່ງ, ຕ່າງໜ້າຈາກກະຊວງແຜນການ, ສູນເສຍອົງຄະພິເສດ 790 ແລະ ຄະນະຮັບຜິດຊອບໂຄງ ການເຂົ້າຮ່ວມ.

120

ກ່າວມອບໂຄງການປັບປຸງລະບົບນຳ້ໃຊ້ ໃນຄັ້ງນີ້ ໂດຍແມ່ນ ທ່ານ ບຸນປອນ ໄຊຍະເສນ ຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ ແລະ ທ່ານ ຄຳຫຼ້າ ຫົວໜ້າ ສູນເສຍອົງຄະພິເສດ 790 ເປັນຜູ້ກ່າວຮັບ ໂຄງການໃນຄັ້ງນີ້ , ຍ້ອນພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຕາມຄວາມຮຽກຮ້ອງຕ້ອງການ ຕໍ່ຜູ້ທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງຕໍ່ປະເທດຊາດພວກເຮົາ ສູນເສຍອົງຄະພິເສດ 790 ຈຶ່ງໄດ້ຊົມໃຊ້ນຳ້ສະອາດ, ກົມນະໂຍບາຍຕໍ່ຜູ້ທີ່ມີຜົນງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງໄດ້ຄົ້ນຄວ້າພິຈາລະນາຄວາມເປັນໄປໄດ້ ເພື່ອຕອບສະໜອງນຳ້ໃຊ້ທີ່ມີຄວາມສະ ດວກໃຫ້ກັບເຂົາເຈົ້າ, ໂຄງການດັ່ງກ່າວແມ່ນເລີ່ມຕົ້ນ ເດືອນພະຈິກ ປີ2015 ຈົນຮອດ ເດືອນ ມິຖຸນາ 2016, ບໍລິສັດ ອິນໂຟສເທັກ ຈຳກັດໄດ້ເປັນຜູ້ຊະນະໃນການປະມູນ ແລະ ຖືກຮັບຮອງຈາກ ຄະນະນຳກະຊວງ ໃຫ້ບໍລິສັດ ດັ່ງກ່າວເປັນຜູ້ຮັບເໝົາກໍ່ສ້າງ ແລະ ປັບປຸງລະບົບນຳ້ໃຊ້ ຢູ່ສູນ 790 ລວມມູນຄ່າໂຄງການກໍ່ສ້າງ ປະມານ 2,8 ຕື້ກວ່າກີບ, ເງື່ອນໄຂການຊຳລະແມ່ນຕາມສົກຫງົບປະມານລະບຽບ ກະຊວງການເງິນ ວາງອອກ ຕາມການລາຍງານ: ກົມນະໂຍບາຍຕໍ່ຜູ້ທີມີຜົນງານ

ທີ່ມາ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...