spot_img
Homeຂ່າວການພັດທະນາສປປ ລາວ ລາຍງານຄວາມຄືບໜ້າໃນການຫຼຸດຜ່ອນການຕັດໄມ້ທີ່ຜິດກົດໝາຍໃນກອງປະຊຸມສາກົນທີ່ ປະເທດອັງກິດ

ສປປ ລາວ ລາຍງານຄວາມຄືບໜ້າໃນການຫຼຸດຜ່ອນການຕັດໄມ້ທີ່ຜິດກົດໝາຍໃນກອງປະຊຸມສາກົນທີ່ ປະເທດອັງກິດ

Published on

ໃນວັນທີ 16 ມີຖຸນາ 2016 ນີ້ ທີ່ກອງປະຊຸມສາກົນ CHATHAM HOUSE ໃນ ປະເທດອັງກິດ ຄະນະຜູ້ແທນຈາກພາກລັດ  ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມຂອງລາວ ໄດ້ນໍາສະເໜີຜົນສໍາເລັດໃນການປັບປຸງການຄຸ້ມຄອງປ່າໄມ້ໃນ ສປປ.ລາວ ພາຍໃຕ້ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້ ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ.ລາວ ແລະ ສະຫະພາບເອີຣົບ (Lao EU-FLEGT process) ໃນລະຫວ່າງຈັດກອງປະຊຸມປຶກສາຫາລືກ່ຽວກັບການຕັດໄມ້ທີ່ຜິດກົດໝາຍ ຄັ້ງທີ 26 Illegal Logging Update and Stakeholder Consultation Meeting ເຊິ່ງຈັດຂຶ້ນໃນລະຫວ່າງ ວັນທີ 16 ແລະ 17 ມີຖຸນາ 2016 ທີ່ ເມືອງລອນດອນ ເຊິ່ງເປັນກອງປະຊຸມສາກົນໃນຂະແໜງປ່າໄມ້ທີ່ມີຄວາມສໍາຄັນໃນການແກ້ໄຂບັນຫາການຕັດໄມ້ ແລະ ການຄ້າໄມ້ ທີ່ຜິດກົດໝາຍ.

ໝາກຜົນທີ່ສໍາຄັນນຶ່ງທີ່ໄດ້ຖືກນໍາສະເໜີໃນກອງປະຊຸມ ໂດຍກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ຂອງ ສປປ ລາວ ແມ່ນການສຶກສາການສັງຮວມຄວາມຮູ້ດ້ານກົດໝາຍປ່າໄມ້ ເຊິ່ງຖືເປັນວຽກງານການສັງຮວມກົດ ໝາຍທີ່ຊັບຊ້ອນ ເຊິ່ງກ່ຽວຂ້ອງກັບຂະແໜງການປ່າໄມ້ ໃນລາວ ຕະຫຼອດຮອດຕ່ອງໂສ້ການສະໜອງຜະລິດຕະພັນໄມ້  ເຊິ່ງເລີ່ມຈາກການຈັດປະເພດພື້ນທີ່ປ່າ ການແບ່ງເຂດແດນ  ການເກັບກໍາຂໍ້ມູນ  ການອະນຸມັດໂຄຕ້າ  ການຄຸ້ມຄອງແລະການຕັດໄມ້ ການຂົນສົ່ງ ການປຸງແຕ່ງ ແລະ ການສົ່ງອອກ ໂດຍກົມປ່າໄມ້ໄດ້ເນັ້ນວ່າ ການສຶກສາການສັງຮວມຄວາມຮູ້ດ້ານກົດໝາຍປ່າໄມ້ນີ້ ເປັນບາດກ້າວພື້ນຖານທີ່ສໍາຄັນໃນການພັດທະນາຮ່າງນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ໃນເຂດປ່າຜະລິດ ຮວມທັງຂອບເຂດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເຊິ່ງຈະໄດ້ນໍາສະເໜີໃນການເຈລະຈາຄັ້ງທໍາອິດ ລະຫວ່າງ ລັດຖະບານ ແຫ່ງ ສປປລາວ ແລະ ສະຫະພາບເອີຣົບ ໃນແຜນງານ FLEGT/VPA ທີ່ຈະໄດ້ຈັດຂຶ້ນໃນໄຕມາດສຸດທ້າຍຂອງປີ 2016.

         ທ່ານນາງ ວັນສີ ແສນຍະວົງ ຜູ້ອໍານວຍການ ສະມາຄົມແມ່ຍິງຮ່ວມໃຈພັດທະນາ  ແລະ ເປັນໂຕແທນຂອງອົງການຈັດຕັ້ງທາງສັງຄົມປະຈໍາແຜນງານ FLEGT ໃນ ສປປ.ລາວ (Lao CSO FLEGT) ໄດ້ກ່າວວ່າ ເພື່ອໃຫ້ແຜນງານ FLEGT ມີຄວາມຍືນຍົງ ອົງການຈັດຕັ້ງທາງສັງຄົມໃນລາວ ມີພາລະບົດບາດໃນການສະໜັບສະໜູນການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ແລະ ຮັບປະກັນວ່າ ທຸກຂໍ້ສົງໄສ ແລະ ຄວາມຄິດເຫັນຈະໄດ້ຮັບການຍົກຂຶ້ນ ແລະ ສະທ້ອນເຂົ້າໃນນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້.
         ທ່ານ ໂພໄຊ ອິນທະບົວລີ  ຮອງຫົວໜ້າພະແນກວາງແຜນ ແລະ ຄົ້ນຄວ້າ  ກົມນໍາເຂົ້າ-ສົ່ງອອກ ກະຊວງອຸດສາຫະກໍາແລະການຄ້າ ໄດ້ກ່າວວ່າ ການຮ່າງນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ແມ່ນມີຄວາມສໍາຄັນໃຫ້ແກ່ປະເທດລາວ ເຊິ່ງປຽບເໝືອນ ໃບເບີກທາງ ໃນການເຂົ້າເຖິງຕະຫຼາດສົ່ງອອກແຫ່ງໃໝ່ໃນກຸ່ມປະຊາຄົມເສດຖະກິດອາຊຽນ ຫຼື AEC ແລະ ຕະຫຼາດສົ່ງອອກແຫ່ງອື່ນເຊັ່ນ ເອີຣົບ  ອາເມຣິກາ  ຍີ່ປຸ່ນ ແລະ ຈີນ ສໍາລັບຜະລິດຕະພັນທີ່ມີທັງຄຸນະພາບດີ ແລະ ຖືກກົດໝາຍ ທ່ານກ່າວຕື່ມອີກວ່າ ພາຍຫຼັງທີ່ນິຍາມໄມ້ທີ່ຖືກກົດໝາຍໄດ້ຮັບການຮ່າງຂຶ້ນ ບາດກ້າວຕໍ່ໄປແມ່ນການເສີມສ້າງຄວາມອາດສາມາດໃນການແຂ່ງຂັນຂອງອຸດສາຫະກໍາປຸງແຕ່ງໄມ້ລາວ ໂດຍການປັບປຸງການສະໜອງວັດຖຸດິບແບບຍືນຍົງ  ພັດທະນາຄຸນະພາບຂອງພະນັກງານ ແລະ ກໍາມະກອນໃນອຸດສາຫະກໍາປຸງແຕ່ງໄມ້ ແລະ ການເຂົ້າເຖິງຂໍ້ມູນທາງດ້ານຕະຫຼາດ ແລະ ສິນຄ້າໃຫ້ແກ່ບັນດາບໍລິສັດຕ່າງໆ.

ໃນບໍ່ດົນມານີ້ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ໄດ້ອອກຄໍາສັ່ງ ເລກທີ 15/ນຍ ເພື່ອເປັນການເພີ່ມທະວີໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງປ່າໄມ້ ທຸລະກິດໄມ້ ການຂຸດຄົ້ນໄມ້ ປຸງແຕ່ງໄມ້ ແລະ ຊື້-ຂາຍໄມ້ ໃຫ້ມີຄວາມເຂັ້ມງວດຕາມກົດໝາຍ ແລະ ລະບຽບການຕ່າງໆທີ່ລັດຖະບານໄດ້ວາງອອກໃຫ້ມີຄວາມສັກສິດ ທັງເປັນການສະກັດກັ້ນ ຕ້ານ ແລະ ແກ້ໄຂປາກົດການຫຽໍ້ທໍ້ດ້ານຕ່າງໆໃນຂົງເຂດວຽກງານປ່າໄມ້ໃຫ້ຫຼຸດລົງ ແລະ ໝົດໄປເທື່ອລະກ້າວ.

ທ່ານ ທອງສະຫວັນ ສຸລິຍະມາດ ປະທານສະມາຄົມອຸດສາຫະກໍາປຸງແຕ່ງໄມ້ລາວ ໄດ້ກ່າວໃນທີ່ປະຊຸມວ່າ  ຄໍາສັ່ງໃໝ່ຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໄດ້ຖືກປະກາດອອກເພື່ອສ້າງຄວາມຮັດກຸມໃນການຍຸດຕິການສົ່ງອອກໄມ້ທ່ອນ ແລະ ໄມ້ແປຮູບທັງໝົດທີ່ໄດ້ປະກາດໃຊ້ໃນເດືອນສິງຫາ 2015 ທີ່ຜ່ານມາ ອີງຕາມຄໍາສັ່ງໃໝ່ດັ່ງກ່າວນີ້ ມີພຽງແຕ່ຜະລິດຕະພັນໄມ້ສໍາເລັດຮູບທີ່ອາດຈະໄດ້ຮັບອະນຸຍາດໃນການສົ່ງອອກ ແລະ ການສົ່ງອອກຜະລິດຕະພັນໄມ້ອື່ນໆເຊັ່ນ ໄມ້ທ່ອນ  ໄມ້ແປຮູບ  ຜະລິດຕະພັນເຄິ່ງສໍາເລັດຮູບ ແລະ ອື່ນໆ  ແມ່ນຜິດກົດໝາຍ.

         Illegal Logging Update and Stakeholder Consultation Meeting ເປັນກອງປະຊຸມໃນຂະແໜງການປ່າໄມ້ນຶ່ງທີ່ໃຫຽ່ ແລະ ມີຄວາມສໍາຄັນທີ່ສຸດໃນເວທີສາກົນທີ່ຈັດຂຶ້ນທຸກໆປີ ເຊິ່ງເປັນກອງປະຊຸມທີ່ສົນທະນາກ່ຽວກັບບັນຫາສໍາຄັນຕໍ່ກັບການຄ້າໄມ້ທີ່ຜິດກົດໝາຍ  ຮວມທັງການພົວພັນລະຫວ່າງ ແຜນງານ FLEGT ແລະ ແຜນງານ ການຫຼຸດຜ່ອນອາຍພິດຈາກການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າ (REDD) ການຄວບຄຸມຕະຫຼາດໄມ້ພາຍໃນປະເທດ  ການຕິດຕາມປ່າແບບເອກະລາດ ແລະ ການຕິດຕາມການຄ້າໄມ້ດູ່ທີ່ຜິດກົດໝາຍ.

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້ ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ  ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ (VPA) ກັບບັນດາປະເທດຜະລິດໄມ້  ເຊິ່ງໄດ້ວາງເຈດຈໍານົງ ແລະ ແນວທາງໃນການຫຼຸດຜ່ອນການຄ້າໄມ້ທີ່ຜິດກົດໝາຍ  ພ້ອມກັບລະບົບການອອກອະນຸຍາດເພື່ອຢັ້ງຢືນຄວາມຖືກຕ້ອງຂອງໄມ້ທີ່ຈະສົ່ງອອກໄປຕະຫຼາດເອີຣົບ  ນິຍາມທີ່ຖືກກົດໝາຍຂອງໄມ້ ເປັນອົງປະກອບນຶ່ງທີ່ສໍາຄັນໃນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້  ເຊິ່ງເປັນສ່ວນນຶ່ງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ (VPA).

ສປປ.ລາວ ແມ່ນນຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)  ເຊິ່ງເປັນຂໍ້ຕົກລົງການຄ້າກັບສະຫະພາບເອີຣົບ  ທີ່ໄດ້ຮັບການຊ່ອຍເຫຼືອຈາກໂຄງການ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້ ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ.ລາວ ກັບ ສະຫະພາບເອີຣົບ (ProFLEGT) ພາຍໃຕ້ການຮ່ວມມືດ້ານການພັດທະນາຂອງເຢຍລະມັນ  ເຊິ່ງຈັດຕັ້ງປະຕິບັດໂດຍ GIZ (Deutsche Gesellschaft fuer Internationale Zusammenarbeit).

ProFLEGT ແມ່ນໂຄງການລິເລີ່ມຮ່ວມຂອງລັດຖະບານແຫ່ງ ສປປ.ລາວ ແລະ ການຮ່ວມມືການພັດທະນາຂອງປະເທດເຢຍລະມັນ  ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງກະສິກໍາ ແລະ ປ່າໄມ້ ໂດຍຜ່ານ ຫ້ອງການປະສານງານ FLEGT ພາຍໃຕ້ການຄຸ້ມຄອງຂອງ ກົມກວດກາປ່າໄມ້  DOFI  ກະຊວງອຸດສາຫະກໍາແລະການຄ້າ  ແລະ ກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ  ຮວມທັງໜ່ວຍງານພາກລັດ  ອົງການຈັດຕັ້ງທາງສັງຄົມ  ສະຖາບັນການສຶກສາ ແລະ ອຸດສາຫະກໍາປຸງແຕ່ງໄມ້.

ທີ່ມາ: http://www.vtetoday.la/

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...