spot_img
Homeຂ່າວການພັດທະນາ6 ເດືອນຕົ້ນປີ ຊຽງຂວາງ ມີມູນຄ່າການລົງທຶນ 5 ພັນຕື້ກວ່າກີບ

6 ເດືອນຕົ້ນປີ ຊຽງຂວາງ ມີມູນຄ່າການລົງທຶນ 5 ພັນຕື້ກວ່າກີບ

Published on

ອີງ​ຕາມ​ຂໍ້​ມູນ​ພະ​ແນກ​ແຜນການ ແລະ​ການ​ລົງ­ທຶນ​ຂອງ​ແຂວງ ຊຽງ​ຂວາງ​ໃຫ້​ຮູ້​ວ່າ: ໃນ​ໄລ­ຍະ 6 ເດືອນ​ຕົ້ນ​ສົກ​ປີ 2015-2016 ແຂວງ​ຊຽງ​ຂວາງ​ສາ­ມາດ​ລະ­ດົມ

ການ​ລົງ­ທຶນ​ໄດ້​ທັງ​ໝົດ 5.432 ຕື້​ກີບ, ລື່ນ​ແຜນ­ການ​ປີ 2,7 ເທົ່າ ຕົວ, ໃນ​ນັ້ນ​ການ​ລົງ­ທຶນ​ຂອງ​ລັດ 76 ຕື້​ກວ່າ​ກີບ ກວມ 1,40%, ການ​ລົງ­ທຶນ​ຂອງ​ລັດ​ວິ​ສາ​ຫະ​ກິດ 102 ຕື້​ກວ່າ​ກີບ, ກວມ 1,89%, ການ​ລົງ­ທຶນ​ຂອງ​ພາກ​ເອ­ກະ​ຊົນ ພາຍ​ໃນ ແລະ​ຕ່າງ­ປະ­ເທດ 4.342 ຕື້​ກີບ, ກວມ 79,93%, ການ ຊ່ວຍ­ເຫຼືອ​ລ້າ​ແລະ​ກູ້​ຢືມ 49 ຕື້ກວ່າ​ກີບ, ກວມ 0,91% ແລະ​ສິນເຊື່ອ​ທະ­ນາ­ຄານ 861 ຕື້​ກີບ, ກວມ15,87% ຂອງ​ການ​ລົງ­ທຶນ​ທັງ ໝົດ.

HPO_700

ໂດຍ​ສະ­ເພາະ​ການ​ລົງ­ທຶນ​ຂອງລັດ ແຂວງ​ໄດ້​ຮັບ​ອະ­ນຸ­ມັດ​ຈັດ​ຕັ້ງ ປະ­ຕິ­ບັດ​ໂຄງ­ການ​ລົງ­ທຶນ​ຂອງ​ລັດທັງ​ໝົດ 245 ໂຄງ­ການ, ມູນ​ຄ່າ 128 ຕື້​ກວ່າ​ກີບ, ໃນ​ໄລ­ຍະ 6 ເດືອນ​ຕົ້ນ​ປີ​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ ໄດ້​ທັງ​ໝົດ 168 ໂຄງ­ການມູນ​ຄ່າ 76 ຕື້​ກວ່າ​ກີບ ເທົ່າ​ກັບ 59,31% ຂອງ​ແຜນ​ປີ, ໃນ​ນັ້ນ ຂົງ­ເຂດ​ເສດ ຖະ​ກິດ​ມີ 71 ໂຄງ­ການ, ມູນ​ຄ່າ 11 ຕື້​ກວ່າ​ກີບ, ຂົງ­ເຂດ​ວັດ­ທະ­ນະ ທຳ​ສັງ­ຄົມ​ມີ 22 ໂຄງ­ການ, ມູນຄ່າ 3 ຕື້​ກວ່າ​ກີບ, ຂົງ­ເຂດ​ສຳ­ນັກ ງານ-ຫ້ອງ­ການ​ແລະ​ອື່ນໆ​ມີ 42 ໂຄງ­ການ, ມູນ​ຄ່າ 9 ຕື້​ກວ່າ​ກີບ, ພັດ­ທະ­ນາ​ຊົນ­ນະ­ບົດ ແລະ​ລຶບລ້າງ​ຄວາມ­ທຸກ​ຍາກ​ມີ 11 ໂຄງ ການ, ມູນ​ຄ່າ 2 ຕື້​ກວ່າ​ກີບ, ຈັດ​ສັນພູມ­ລຳ­ເນົາ ແລະ​ບ່ອນ​ທຳ​ມາ​ຫາກິນ​ມີ 5 ໂຄງ­ການ, ມູນ​ຄ່າ 1 ຕື້ກວ່າ​ກີບ ແລະ​ທຶນ​ໂຄງ­ການ​ເປົ້າ ໝາຍ​ສະ­ເພາະ​ມີ 12 ໂຄງ­ການ ມູນ​ຄ່າ 46 ຕື້​ກວ່າ​ກີບ.

ນອກ​ນີ້ ການ​ລົງ­ທຶນ​ຂອງ​ລັດ​ວິ​ສາ​ຫະ​ກິດ​ທົ່ວ​ແຂວງ​ມີ​ບັນ­ດາ​ລັດວິ​ສາ​ຫະ​ກິດ​ທັງ​ໝົດ​ຈຳ­ນວນ 10  ຫົວ­ໜ່ວຍ​ຄື: ລັດ​ວິ​ສາ​ຫະ​ກິດ​ນ້ຳ ປະ­ປາ, ນ້ຳ­ມັນ​ເຊື້ອ​ໄຟ​ລາວ, ໂທລະ​ຄົມ​ລາວ, ລາວ​ສະ​ຕາ​ໂທລະ ຄົມ, ລາວ​ໂທລະ​ຄົມ, ໄປ­ສະ­ນີ, ການ​ຄ້າ​ພັດ­ທະ­ນາ, ໄຟ­ຟ້າ​ລາວ, ກໍ່­ສ້າງ​ຂົວ​ທາງ ແລະ​ການ­ບິນ​ລາວ ໄດ້​ເຄື່ອນ​ໄຫວ​ຕາມ​ພາ­ລະ​ບົດບາດ​ຂອງ​ຕົນ ແລະ​ສາ­ມາດ​ສ້າງ ລາຍ​ຮັບ​ໄດ້​ທັງ​ໝົດ 118 ຕື້​ກີບ, ເທົ່າ​ກັບ 30,64% ຂອງ​ແຜນການ​ປີ, ສາ­ມາດ​ປະ­ຕິ­ບັດ​ລາຍ ຈ່າຍ​ໄດ້ 102 ຕື້​ກວ່າ​ກີບ,ເທົ່າ ກັບ 35,27% ຂອງ​ແຜນ­ການ​ປີແລະ​ມອບ​ພັນ­ທະ​ເຂົ້າ​ງົບ­ປະ­ມານ ໄດ້ 14 ຕື້​ກວ່າ​ກີບ, ເທົ່າ​ກັບ 65,26% ຂອງ​ແຜນ­ການ​ປີ.

ສຳ­ລັບ ການ​ຊ່ວຍ­ເຫຼືອ​ລ້າ ແລະ ກູ້​ຢືມ​ແຂວງ​ໄດ້​ຍາດ​ແຍ່ງ​ແຫຼ່ງ​ທຶນ ຊ່ວຍ­ເຫຼືອ​ລ້າ ແລະ​ກູ້​ຢືມ​ຈາກ​ບັນ ດາ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ​ປະເທດ​ຕ່າງໆ ເພື່ອ​ເປັນ​ແຫຼ່ງ​ທຶນ​ປະ ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ ເສດ­ຖະ­ກິດ-ສັງ­ຄົມ​ໄດ້​ທັງ​ໝົດ​ມີ 28 ໂຄງ­ການ​ມູນ​ຄ່າ 6 ລ້ານ​ກວ່າ ໂດ​ລາ ຫຼື ເທົ່າ​ກັບ 49,70 ຕື້​ກີບ, ລື່ນ​ແຜນ­ການ​ທີ່​ວາງ​ໄວ້ 44,14% ໃນ​ນັ້ນ ທຶນ​ຊ່ວຍ­ເຫຼືອ​ລ້າ ODA ມີ18 ໂຄງ­ການ, ມູນ​ຄ່າ 3  ລ້ານ​ກວ່າ ໂດ​ລາ ຫຼື ເທົ່າ​ກັບ 24,41 ຕື້​ກີບ ແລະ​ທຶນ​ຊ່ວຍ­ເຫຼືອ​ລ້າ NGO ມີ 10ໂຄງ­ການ ມູນ​ຄ່າ 3,1 ຕື້​ກວ່າ ໂດ​ລາ ຫຼື ເທົ່າ​ກັບ 25,29 ຕື້​ກີບ.

ນອກ​ນັ້ນ ການ​ລົງ­ທຶນ​ຂອງ​ພາກເອ­ກະ​ຊົນ​ພາຍ​ໃນ​ແລະ​ຕ່າງ ປະ­ເທດ ສາ­ມາດ​ດຶງ​ດູດ​ການ​ລົງ­ທຶນ ໄດ້​ທັງ​ໝົດ 12 ໂຄງ­ການ ມູນ​ຄ່າ 4.342 ຕື້​ກີບ, ລື່ນ​ແຜນ­ການ​ທີ່ ວາງ​ໄວ້ 13,57 ເທົ່າ​ຕົວ, ທຶນ​ຈົດ ທະ­ບຽນ 1.057 ຕື້​ກີບ, ໃນ​ນັ້ນ ການ​ລົງ­ທຶນ​ຕ່າງ­ປະ­ເທດ​ມີ 6 ໂຄງການ​ມູນ​ຄ່າ 1.610 ຕື້​ກີບ, ທຶນຈົດ​ທະ­ບຽນ 297 ຕື້​ກວ່າ​ກີບ​ແລະການ​ລົງ­ທຶນ​ຂອງ​ເອ­ກະ​ຊົນ​ພາຍ ໃນ​ມີ 6 ໂຄງ­ການ,ມູນ​ຄ່າ 2,732 ຕື້​ກີບ, ທຶນ​ຈົດ​ທະ­ບຽນ 760 ຕື້ ກີບ ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ ໃຈ (MOU) ເພື່ອ​ສຶກ​ສາ​ສຳ​ຫຼວດ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ລົງ­ທຶນສຳ​ປະ­ທານ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ຂະ ໜາດ​ນ້ອຍ​ຈຳ­ນວນ 5 ໂຄງ­ການ ຄື: ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ ນ້ຳ​ຂົມ, ນ້ຳ​ສາມ (ເມືອງ​ຄຳ)ແລະ ນ້ຳ​ງື່ມ​ແກ້ງ​ຄັວນ (ເມືອງ​ແປກ) ແລະ​ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ  ນ້ຳ​ລ້ຽງ, ນ້ຳ​ເຈົ້າ, ນ້ຳ​ຈຽດ (ເມືອງໝອກ)ແລະ​ນ້ຳ​ຫົກ (ເມືອງ​ຄູນ), ສຶກ​ສາ, ສຳ​ຫຼວດ​ຄວາມ​ເປັນ​ໄປ​ໄດ້ ຂອງ​ໂຄງ­ການ​ນ້ຳ​ງື່ມ​ເມືອງ​ພູ​ກູດ, ສຶກ​ສາ, ສຳ​ຫຼວດ​ຄວາມ​ເປັນ​ໄປ ໄດ້​ຂອງ​ໂຄງ­ການ​ນ້ຳ​ຢ້ຽມ, ນ້ຳໝາງ (ເມືອງ​ໝອກ) ແລະ​ນ້ຳ​ຫົກ (ເມືອງ​ຄູນ),  ສຶກ​ສາ, ສຳ​ຫຼວດຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງ­ການ ນ້ຳ​ທອງ​ແລະ​ນ້ຳ​ກ່ຳ (ເມືອງ ຜາ​ໄຊ).

ທີ່ມາ: http://www.sedthakid.la/

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...