Homeຂ່າວທ້ອງຖິ່ນປະກາດແຕ່ງຕັ້ງທ່ານ ຄຳຮຸ່ງ ເຮືອງວົງສີ ເປັນປະທານອົງການກາແດງລາວ

ປະກາດແຕ່ງຕັ້ງທ່ານ ຄຳຮຸ່ງ ເຮືອງວົງສີ ເປັນປະທານອົງການກາແດງລາວ

Published on

ພິທີປະກາດແຕ່ງຕັ້ງທ່ານ ຄຳຮຸ່ງ ເຮືອງວົງສີ ອະດີດເຈົ້າແຂວງຫົວພັນ ເປັນປະທານອົງ ການກາແດງລາວຄົນໃໝ່ ແທນທ່ານ ເລົາລີ  ໄຟເພັງຍົວ ອະດີດປະທານອົງການດັ່ງກ່າວຜູ້ເກົ່າ ທີ່ມໍລະນະກຳແລ້ວ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນານີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍການເຂົ້າຮ່ວມຂອງທ່ານຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພັດ ພົມພິພັກ ພ້ອມດ້ວຍພະນັກ ງານຫລັກແຫລ່ງອ້ອມຂ້າງເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອປະຕິບັດຕາມດຳລັດຂອງນາຍົກລັດຖະ ມົນຕີແຫ່ງ ສປປ ລາວ.

ວຽກງານກາແດງໃນໄລຍະຜ່ານມາວ່າ: ອົງການກາແດງມີພາລະບົດບາດໃນການຈັດຕັ້ງປະຕິບັດວຽກງານດ້ານມະນຸດສະທຳ, ເຮັດໜ້າທີ່ຫ້າງຫາກະກຽມຕອບໂຕ້ໄພພິບັດ, ໃຫ້ການຊ່ວຍ ເຫລືອບັນເທົາທຸກຢ່າງທັນການໃຫ້ແກ່ປະຊາຊົນຜູ້ທຸກຍາກຂາດເຂີນ, ຜູ້ປະສົບໄພພິບັດ, ພ້ອມທັງປະກອບສ່ວນເຂົ້າໃນວຽກງານອະນາໄມ-ກັນພະຍາດ ແລະ ສົ່ງເສີມສຸຂະພາບ, ເປັນເຈົ້າການຈັດຫາເລືອດໃຫ້ພຽງພໍ ແລະ ປອດໄພໃນຂອບເຂດທົ່ວປະເທດ ແລະ ຂົນຂວາຍຊອກຫາແຫລ່ງທຶນ ແລະ ອາສາສະໝັກກາແດງເພື່ອເຄື່ອນໄຫວວຽກໃຫ້ມີປະສິດທິຜົນ.

ໃນໂອກາດນີ້, ທ່ານຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ໂອ້ລົມແນະນຳໃຫ້ປະທານອົງການກາແດງລາວຜູ້ໃໝ່ ພ້ອມດ້ວຍຄະນະ ແລະ ພະນັກງານສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ເຂັ້ມແຂງກວ່າເກົ່າ ເພື່ອຮັບມື ແລະ ຕອບໂຕ້ກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດຕ່າງໆໄດ້ຢ່າງວ່ອງໄວ ແລະ ທັນການ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...