Homeຂ່າວຕ່າງປະເທດຜູ້ນຳ​ເອີ​ຣົບ​ໃຫ້​ທັດສະນະ​ຫຼັງ​ຜົນ​ປະຊາ​ມະຕິ​ອັງກິດ​ຈາກ​ອີ​ຢູ

ຜູ້ນຳ​ເອີ​ຣົບ​ໃຫ້​ທັດສະນະ​ຫຼັງ​ຜົນ​ປະຊາ​ມະຕິ​ອັງກິດ​ຈາກ​ອີ​ຢູ

Published on

ທ່ານ ນອງ-ຄລ໊ອດ ຢຸງ​ເກີ ປະທານ​ຄະນະ​ກຳມະການ​ເອີ​ຣົບກ່າວ​ມື້​ນີ້ ​ໂດຍປະຕິ​ເສດ​ວ່າການ​ສຶກສາຜົນ​ການ​ລົງ​ປະຊາ​ມະຕິ​ອັງກິດ​ຕ້ອງການ​ອອກ​ຈາກ​ການ​ເປັນ​ສະມາຊິກ​ສະຫະພາບ​ເອີຣົບ (ອີ​ຢູ) ຈະ​ເປັນ​ຈຸດ​ເລີ່​ມຕົ້ນ​ຂອງ​ການ​ຫຼົ້ມ​ສະຫຼາຍ​ຂອງ​ອີ​ຢູ່ໍນັ້ນ ​ບໍ່​ເປັນຄວາມ​ຈິງ.

ທ່ານ ຢຸງ​ເກີ ກ່າວ​ປະ​ຕິ​ເສດ​ເລື່ອງ​ໃນ​ລະຫວ່າງ​ການ​ຖະ​ແຫຼ​ງຂ່າວ​ທີ່​ສຳນັກງານ​ໃນ​ນະຄອນຫຼວງ​ບຣຸກ​ແຊ​ລຂອງ​ແບນ​ຊິກ ຂະນະ​ທີ່​ນາງ​ອັງ​ເກ​ລາ ​ແມ​ເຄິລ ນາຍົກ​ລັດຖະມົນຕີ​ເຢຍລະ​ມັນ​ເຕືອນ​ວ່າ ຢ່າງ​ພ້າ​ວສະຫຼຸບ​ຕໍ່​ຜົນ​ການ​ລົງ​ປະຊາ​ມະຕິ​ຂອງ​ອັງກິດ​ວ່າ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​​ແຕກ​ແຍກ​ໃນ​ເອີ​ຣົບ ຂະນະ​ທີ່​ປະທານາທິບໍດີ​ຟຣອງຊົວ ​ໂອລລອງ ຜູ້ນຳ​ຝຣັ່ງກ່າວ​ທີ່​ນະຄອນ​ປາຣີວ່າ ການ​ລົງ​ປະຊາ​ມະຕິ​ດຂອງ​ອັງກິດ​ອອກ​ຈາກ​ອີ​ຢູຖື​ເປັນ​ບົດ​ທົດ​ສອບ​ຄັ້ງ​ສຳຄັນ​ສຳລັບ​ເອີ​ຣົບຕໍ່ຜົນ​ກະທົບ​ທາງ​ເສດຖະກິດ ​ແລະ ການ​ເງິນ​ທີ່​ຈະ​ຕາມ​ມາ ຊຶ່ງ​ເອີຣົບຈະ​ຕ້ອງ​ສະ​ແດງ​ເຖິງ​ຄວາມ​ເປັນ​ໜຶ່ງ​ດຽວ​ກັນ ​ແລະ ຄວາມ​​ເຂັ້ນ​ແຂງ​ໃນ​ການ​ຮັບ​ມື​ກັບ​ຄວາມ​ສ່ຽງ​ທາງ​ການ​ເງິນ ​ແລະ ​ເສດຖະກິດ​ບັນດາ​ຜູ້ນຳ​ເອີຣົບກ່າວ​ເປັນ​ສຽງ​ດຽວ​ກັນ​ວ່າ ຂໍ​ໃຫ້​ອັງກິດ​ເລັ່ງຂະ​ບວນການ​ເຈລະຈາ​ເພື່ອນຳ​ໄປ​ສູ່​ການ​ອອກ​ຈາກ​ສະມາຊິກ​ອີ​ຢູ​ໂດຍ​ໄວ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...