spot_img
Homeຂ່າວການພັດທະນາລຸກຊຳບວກຈະເພີ່ມທຶນຊ່ວຍເຫລືອ ສປປ ລາວປະມານ 60 ລ້ານເອີໂລ

ລຸກຊຳບວກຈະເພີ່ມທຶນຊ່ວຍເຫລືອ ສປປ ລາວປະມານ 60 ລ້ານເອີໂລ

Published on

ປະເທດລຸກຊຳບວກຢືນຢັນຈະເພີ່ມງົບປະມານຊ່ວຍເຫລືອ ສປປ ລາວປະມານ 60 ລ້ານ ເອີໂລເພື່ອນຳໃຊ້ເຂົ້າໃນວຽກງານສາທາລະນະສຸກ,ພັດທະນາຊົນນະບົດ, ການພັດທະນກາສຶກສາ ແລະ ການປົກຄອງຈົນເຖິງປີ 2020 ເຊິ່ງການປະກາດເຊື່ອເຫລືອຄັ້ງນີ້ໄດ້ມີຂຶ້ນໃນໂອກາດສະຫລອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ ແລະ ລຸກຊຳບວກຄົບຮອບ 19 ປີ ໃນວັນທີ 22 ມິຖຸນາ ທີ່ນະຄອນຫຼວງວຽງຈັນ.

ເຊິ່ງໃນອານາຄົດແຜນງານຮ່ວມມືສະບັບທີ 4 ມີແນວໂນ້ມວ່າຈະເພີ່ມງົບປະມານ 60 ລ້ານ ເອີໂລເພື່ອນຳໃຊ້ໃນການປັບປຸງວຽກງານສາທາລະນະສຸກ,ພັດທະນາຊົນນະບົດ, ການສຶກສາວິຊາຊີບ ແລະ ການປົກຄອງຈົນເຖິງປີ 2020.
ທ່ານ ໂຣເບີດ ລໍເອີຣ, ເອກອັກຄະລະຊະທູດລຸກຊຳບວກປະຈຳບາງກອກ ພ້ອມ ທ່ານ ໂຄລດ ເຢີນເຊັນ,ອຸປະທູດລຸກຊໍາບວກ ປະຈຳ ສປປ ລາວໄດ້ຮ່ວມກັນຈັດງານລ້ຽງເພື່ອສະເຫລີມສະຫລອງວັນຊາດລຸກຊຳບວກ ແລະ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລຸກຊໍາບວກ ແລະ ສປປ ລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ,ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ບັນດາທູດຕານຸທູດ ແລະ ອົງການຈັດຕັ້ງສາກົນ.

ທ່ານ ໂຣເບີດ ລໍເອີຣ ໄດ້ກ່າວລະຫວ່າງພິທີສະຫລອງງານດັ່ງກ່າວວ່າ: ສປປ ລາວເປັນປະເທດຄູ່ຮ່ວມພັດທະນາ ກັບ ປະເທດລຸກຊຳບວກນັບຕັ້ງແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນການທູດໃນປີ1997 ບົນເນື້ອໃນຈິດໃຈເພື່ອການຫລຸດຜ່ອນຄວາມທຸກຍາກ, ລັດຖະບານລຸກຊຳບວກໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ລັດຖະບານລາວໃນຫລາຍໂຄງການແນ່ໃສ່ເພື່ອໃຫ້ບັນລຸເປົ້າໝາຍສະຫະສະວັດດ້ານການພັດທະນາ ແລະ ເປົ້າໝາຍສູ້ຊົນຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020. ບັນດາການຊ່ວຍເຫລືອຈາກລັດຖະບານລຸກຊຳບວກແມ່ນຕິດພັນກັບນະໂຍບາຍ ແລະ ຍຸດທະສາດແຫ່ງຊາດ ອີງຕາມຂອບເຂດໜ້າວຽກຂອງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ. ສະນັ້ນການສະຫລອງວັນສ້າງຕັ້ງສາຍພົວພັນການທູດ ທີ່ນະຄອນຫລວງວຽງຈັນຄັ້ງນີ້ໄດ້ສະແດງໃຫ້ເຫັນຂີດໝາຍການພົວພັນແໜ້ນແຟ້ນລະຫວ່າງສອງປະເທດ, ໄລຍະຜ່ານມາການຮ່ວມມືສອງຝ່າຍໄດ້ມີຜົນສຳເລັດໃນຫລາຍດ້ານເປັນຕົ້ນສາທາລະນະສຸກ, ການສຶກສາ, ການພັດທະນາທ້ອງຖິ່ນ ແລະ ຊົນນະບົດ ເຊິ່ງບັນດາຜົນສຳເລັດເຫລົ່ານັ້ນແມ່ນຍ້ອນຄວາມເອົາໃຈໃສ່ຂອງບັນດາພາກສ່ວນທີ່ກ່ຽວຂ້ອງ, ແຕ່ເຖິງຢ້າງໃດກໍ່ຕາມ ບັນດາວຽກງານໃນຂະແໜງການດັ່ງກ່າວຍັງຕັອງສືບຕໍ່ພັດທະນາ. ທ່ານຍັງແຈ້ງໃຫ້ຮູ້ວ່າ ລັດຖະບານລຸກຊຳບວກຍັງຄົງມຸ້ງໜັ້ນໃຫ້ການຊ່ວຍເຫລືອສະໜັບສະໜູນ ສປປ ລາວ ໃນນັ້ນການຊ່ວຍເຫລືອດ້ານການພັດທະນາຈາກລຸກຊຳບວກທີ່ມີ ຕໍ່ ສປປ ລາວ ແມ່ນຈະເພີ່ມຂຶ້ນເປັນລຳດັບ.

5 ປີຜ່ານມາ, ລັດຖະບານລຸກຊຳບວກໄດ້ສະໜອງທຶນຫລາຍກ່ວາ 50 ລ້ານເອີໂລເພື່ອສະໜັບສະໜູນວຽກງານພັດທະນາໃນລາວ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...