spot_img
HomeBaby-ແມ່ແລະເດັກລູກເປັນໄຂຕົວຮ້ອນຄວນເຊັດດ້ວຍນ້ຳເຢັນ ຫຼື ນ້ຳອຸ່ນ

ລູກເປັນໄຂຕົວຮ້ອນຄວນເຊັດດ້ວຍນ້ຳເຢັນ ຫຼື ນ້ຳອຸ່ນ

Published on

 ເມື່ອ​ລູກ​ບໍ່​ສະ­ບາຍ​ຜູ້​ເປັນ​ພໍ່​ແມ່​ຈະ​ຕ້ອງ​ຄອຍ​ເບິ່ງ­ແຍງ​ບໍ່​ໃຫ້​ຫ່າງ​ແບບ​ບໍ່​ໄດ້​ຫຼັບ​ໄດ້​ນອນ ຍິ່ງ​ຖ້າ​ລູກ­ນ້ອຍ​ເວົ້າ​ບໍ່​ໄດ້​ກໍ​ບໍ່​ຮູ້​ເຂົ້າ​ໄປ​ອີ​ກວ່າ​ເຂົາ ເຈັບ​ປວດ​ບ່ອນ​ໃດ​ມີ​ແຕ່​ຮ້ອງ­ໄຫ້ ເຮົາ​ຈຶ່ງ​ຕ້ອງ​ສຸ່ມ​ຮັກ­ສາ​ແບບ​ພື້ນ ຖານ​ກັນ​ໃໝ່ ດັ່ງ­ນັ້ນ​ມື້­ນີ້​ເຮົາ​ເລີຍ​ມີ​ວິ­ທີ​ດີໆ​ມາ​ແນະ­ນຳ​ທ່ານ​ຜູ້​ເປັນ​ພໍ່​ແມ່​ເພື່ອ​ກຽມ​ຮັບ​ມື​ກັບ​ອາ­ການ ເປັນ­ໄຂ້​ຕົວ­ຮ້ອນ ແຕ່​ບາງ​ຄົນ​ອາດ ຈະ​ໃຊ້​ວິ­ທີ​ການ​ເຊັດ​ຕົວ​ແຕ່​ບໍ່​ແນ່ ໃຈ​ວ່າ​ຈະ​ຕ້ອງ​ເອົາ​ນ້ຳ​ອຸ່ນ ຫຼື ນ້ຳ ເຢັນ​ເຊັດ​ອາ­ການ​ຕົວ­ຮ້ອນ​ຈຶ່ງ​ຈະ ບັນ­ເທົາ​ລົງ ຢ່າງ​ເປັນ​ປົກ­ກະ­ຕິ ດັ່ງ ນັ້ນ​ວິ­ທີ​ການ​ເຊັດ​ຕົວ​ໃຫ້​ເດັກ​ທີ່​ຖືກ­ຕ້ອງ​ຈະ​ຕ້ອງ​ປະ­ຕິ­ບັດ​ກັນ​ດັ່ງ­ນີ້:

    ການ​ເຊັດ​ຕົວ​ຫຼຸດ​ໄຂ້​ທີ່​ຖືກ­ຕ້ອງ: ໃຊ້​ຜ້າ​ຊຸບ​ນ້ຳ​ອຸ່ນ (ນ້ຳ​ອຸ່ນ​ເທົ່າ​ນັ້ນ) ຫຼື ຖ້າ​ຫາ​ບໍ່​ໄດ້​ກໍ​ໃຫ້​ໃຊ້​ນ້ຳ​ອຸນ­ຫະ­ພູມ​ປົກ­ກະ­ຕິ​ເພາະ​ນ້ຳ​ອຸ່ນ​ຈະ​ຊ່ວຍ​ລະ­ບາຍ​ຄວາມ​ຮ້ອນ​ຈາກ​ຜິວ­ໜັງ ແລະ​ນ້ຳ​ທີ່­ຢູ່​ໃນ​ຜິວ­ໜັງ​ຈະ​ເຮັດ​ໃຫ້­ການ​ລະ​ເຫີຍ ອາຍ​ດຶງ​ເອົາ​ຄວາມ​ຮ້ອນ​ອອກ​ໄປ ທັງ​ລະ­ບາຍ​ຄວາມ​ຮ້ອນ​ອອກ​ໄດ້​ໄວ​ຂຶ້ນ ແລະ​ຕໍ່​ເນື່ອງ, ເວ­ລາ​ເຊັດ​ຕົວ​ລູກ​ໃຫ້​ຖູ​ແຮງໆ​ເພາະ​ຈະ​ຊ່ວຍ​ໃຫ້​ນ້ຳ​ໃນ​ຜ້າ​ໄຫຼ​ອອກ​ໄປ​ສູ່​ຜິວ​ລູກ​ໄດ້​ດີ​ຍິ່ງ​ຂຶ້ນ ຜິວ­ໜັງ​ລູກ​ແດງໆເ​ຊິ່ງ​ຈະ​ຊ່ວຍ​ໃຫ້​ເຫື່ອ​ອອກ​ງ່າຍ​ຖື​ເປັນ​ການ​ລະ­ບາຍ​ຄວາມ​ຮ້ອນ​ໃຫ້​ຊ່ວຍ​ຫຼຸດ​ລົງ​ອຸນ­ຫະ­ພູມ​ຮ່າງ­ກາຍ​ກໍ​ຫຼຸດ​ລົງ​ດ້ວຍ, ເວ­ລາ​ເຊັດ​ຕົວ​ໃຫ້​ເຊັດ ຍ້ອນ​ກັບ​ໄປ​ຕາມ​ແນວ​ຂົນ ຫຼື ຕາມ​ແນວ​ເສັ້ນ­ເລືອດ ຈະ​ຊ່ວຍ​ໃຫ້​ລູກ​ຕົວ​ເຢັນ​ຂຶ້ນ, ໃຊ້​ຜ້າ​ຊຸບ​ນ້ຳ​ອຸ່ນ​ອີກ 2-3 ຜືນ ເໜັບ​ໄວ້​ບ່ອນ​ຈຸດ​ຊີບ­ພະ­ຈອນ​ບ່ອນ​ຂໍ້​ພັບ​ເຊັ່ນ: ຂີ້­ແຮ້, ຂາ​ໜີບ, ຄໍ​ປະ​ໄວ້​ຈົນ​ກວ່າ​ຈະ​ອຸ່ນ​ຂຶ້ນ  ຈາກ​ນັ້ນ​ນຳ​ຜ້າ​ຊຸບ​ນ້ຳ​ອຸນ​ແລ້ວ​ບິດ​ໝາດໆ​ນຳ​ມາ​ໄວ້​ບ່ອນ​ໜ້າ­ຜາກ​ຕອນ​ລູກ​ນອນ​ຫຼັບ, ການ​ເຊັດ​ຕົວ​ຈະ​ປະ​ໄລ­ຍະ​ຫ່າງ​ປະ­ມານ 30 ນາ­ທີ ແລ້ວ​ຈຶ່ງ​ເຊັດ​ອີກ​ຄັ້ງ ເຮັດ​ແບບ​ນີ້​ຈົນ​ໄຂ້​ລູກ​ຈະ​ຫຼຸດ​ລົງ ແລະ​ສາ­ເຫດ​ທີ່​ບໍ່​ໃຫ້​ໃຊ້​ນ້ຳ​ເຢັນ​ກໍ​ເພາະ​ຕອນ​ທີ່​ລູກ​ເປັນ­ໄຂ້​ຕົວ­ຮ້ອນ​ເມື່ອ​ນຳ​ເອົາ​ນ້ຳ​ເຢັນ​ມາ​ເຊັດ​ຕົວ​ຈະ​ເຮັດ​ໃຫ້​ລູກ​ຮູ້­ສຶກ​ໜາວ​ມີ​ອາ­ການ​ສັ່ນ ແລະ​ເກັງ​ກ້າມ­ຊີ້ນ ຊຶ່ງ ອາດ​ຈະ​ເຮັດ​ໃຫ້​ເພີ່ມ​ໄຂ້​ສູງ​ຂຶ້ນ​ໄປ​ອີກ​ຫາກ​ເຮົາ​ເຊັດ​ຕົວ​ແລ້ວ​ກິນ​ຢາ​ຫຼຸດ​ໄຂ້​ແລ້ວ​ລູກ​ຍັງ​ຕົວ­ຮ້ອນ​ໄຂ້​ຂຶ້ນ​ສູງ​ຢູ່ ຄວນ​ຈະ​ພາ​ລູກ​ໄປ​ພົບ​ໝໍ​ດ່ວນ.

 

ຂຽນໂດຍ: ຣັດສະໝີ (ໜັງສືພິມເສດຖະກິດ-ສັງຄົມ)

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...