spot_img
HomeຊີວິດແລະຄວາມຮັກWedding-Sex-love10 ຄວາມຮູ້ຮອບຕຽງກ່ອນຂຶ້ນສັງວຽນຮັກ

10 ຄວາມຮູ້ຮອບຕຽງກ່ອນຂຶ້ນສັງວຽນຮັກ

Published on

ຊີວິດ ກັບ ຄວາມຮັກ ວັນນີ້ກັບມາພ້ອມ 10 ຄວາມຮູ້ຮອບຕຽງກ່ອນຂຶ້ນສັງວຽນຮັກ ເພາະບາງເທື່ອການທີ່ເຮົາຮູ້ຫຼາຍບໍ່ໄດ້ແປວ່າທ່ານຈະເປັນຜູ້ຊ່ຽວຊານ ແຕ່ການລົງມືປະຕິບັດຈົນເຮັດໃຫ້ຄົນຮັກປະທັບໃຈໄດ້ຢ່າງເຫັນຜົນນັ້ນຄືສິ່ງສຳຄັນ ໂດຍສະເພາະເລື່ອງເທິງຕຽງເປັນເລື່ອງທີ່ລະອຽດອ່ອນ ແລະ ເດົາໃຈຢາກ ສຳລັບໜຸ່ມໆທີ່ຕ້ອງການເຮັດໃຫ້ສາວເຈົ້າທີ່ຮ່ວມຮັກນຳມີຄວາມສຸກເຖິງຈຸດສຸດຍອດຈຳເປັນຕ້ອງມີຄວາມຮູ້ເລື່ອງຢ່າງວ່ານີ້ເລັກໜ້ອຍ ເອົາເປັນວ່າ ເຮົາມາເລີຍອ່ານພ້ອມກັນເລີຍ

1. ຢ່າສະຫລຸບເອົາເອງວ່າ ສິ່ງເຫັນໃນໜັງ AV ທີ່ທ່ານຮູ້ສຶກວ່າມັນເຂົ້າທ່າ ກໍ່ຄົງຈະໄດ້ຜົນເຊັ່ນດຽວກັນກັບສາວຄົນຮັກຂອງທ່ານ

2. ແມ່ຍິງລົງຄວາມເຫັນວ່າ ຜູ້ຊາຍທີ່ໄຮ້ສະເໜ່ເຖິງຕຽງຄືຜູ້ຊາຍທີ່ຕັ້ງໜ້າຕັ້ງຕາສອດໃສ່ພຽງຢ່າງດຽງ ໂດຍບໍ່ມີການເລົ້າໂລມສ່ວນອື່ນໆ ຂອງນາງ ຄົນຮັກທີ່ດີຈິ່ງຕ້ອງໃສ່ໃຈຄວາມສຸກຂອງອີກຝ່າຍ ບໍ່ແມ່ນການກອບໂກຍຜ່ານດຽວ

3. ຕ້ອງຍອມຮັບຄວາມຈິງວ່າ ແມ່ຍິງທຸກຄົນບໍ່ອາດເຖິງຈຸດສຸດຍອດພຽງການສອດໃສ່ຢ່າງດຽວ ນາງຍັງຕ້ອງ ການໃຫ້ທ່ານໃຊ້ອະໄວຍະວະສ່ວນອື່ນສຳພັດຈຸດເລົ້າໂລມໃນຮ່າງກາຍຂອງນາງນຳອີກ

4. ຢ່າເລັ່ງຈັງຫວະ ດ້ວຍການກະແທກຈົນນາງຮູ້ສຶກເຈັບ ຫຼື ທັງທີ່ຮູ້ວ່ານາງເຈັບກໍ່ຍັງດຳເນີນການຕໍ່ໄປ ນາງອາດບໍ່ກ້າຂໍໃຫ້ທ່ານເບົາລົງ ເທື່ອນີ້ທ່ານອາດຈະສະໃຈ ແຕ່ນາງຈະຮູ້ສຶກລາບຈຳໄປອີກດົນ ຈົນອອກອາການບໍ່ຢາກມີເຊັກສ໌ກັບທ່ານອີກໃນຄັ້ງຕໍ່ໄປ

5. ສິ່ງທີ່ທໍລະມານຂອງແມ່ຍິງທີ່ສຸດກໍ່ຄື ການທີ່ທ່ານພະຍາຍາມກະຕຸ້ມປຸ່ມຄິລຕໍຣີສ ເພື່ອໃຫ້ນາງເຖິງຈຸດສຸດຍອດອີກຄັ້ງ ຫຼັງຈາກຜ່ານຄັ້ງທຳອິດໄປແລ້ວ ຫາກນາງມີຄວາມຕ້ອງການອີກຄັ້ງນາງຈະບອກທ່ານໃຫ້ຮູ້ເອງ

6. ບໍ່ມີຕຳລາທາງເພດເຫຼັ້ມໃດລະບຸວ່າ ການເຖິງຈຸດສຸດຍອດຂອງແມ່ຍິງມີຄວາມຕ້ອງການຕໍ່ເນື່ອງ ນາງອາດເຖິງ ໄດ້ຫຼັງຈາກມີການພັກຍົກກໍ່ໄດ້ເຊັ່ນກັນ

7. ກ່ອນມີປະຈຳເດືອນແມ່ຍິງຈະມີຄວາມຕ້ອງການທາງເພດສູງກວ່າປົກກະຕິ ແລະ ມີເຖິງ 15% ທີ່ມີອາລົມຫຼາຍໃນຊ່ວງຮອບປະຈຳເດືອນ

8. ຍາມທີ່ຝ່າຍຍິງກຳລັງຢູ່ໃນອາລົມສູງສຸດ ນາງຈະອຸທານສຽງດັງ ເພື່ອຜ່ອນຄາຍການເຄັ່ງຕຶງຂອງກ້າມເນື້ອເທົ່ານັ້ນ

9. ການເລົ້າໂລມມີຄວາມສຳຄັນຫຼາຍກວ່າການສອດໃສ່ ຍິ່ງຢູ່ນຳກັນເປັນເວລາດົນນານ ຍິ່ງຕ້ອງປຸກອາລົມກັນໃຫ້ດົນຂຶ້ນ ອາດຈະປະມານ 15-20 ນາທີ ກ່ອນການຮ່ວມຮັກ

10. ມີຜູ້ຊາຍຫຼາຍຄົນ ຄິດວ່າການຮ່ວມຮັກຈົບສິ້ນເມື່ອເກີດການບັນລຸເຖິງຈຸດສຸດຍອດ (Orgasm) ແຕ່ After Play ເຊັ່ນ: ການກອດເຟືອ, ຄຳເວົ້າຫວານຫູ ຈຳພວກນີ້ຍັງເປັນສິ່ງຈຳເປັນສຳລັບຝ່າຍຍິງສະເໝີ

 

ທີ່ມາ: http://www.fhm.in.th/SECTION-SEX–amp–LOVE/SEX/DO–amp–DONT/10-knowledge-before-make-love-/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...